ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກການທູດຂັ້ນສູງເກົາຫລີ ເໜືອ ໄປຢ້ຽມຢາມຣັດເຊຍ


ລັດຖະມົນຕີກະຊວງການຕ່າງປະເທດຂອງເກົາຫລີເໜືອ ທ່ານ Park
Ui-Chun ທີ່ໄດ້ເດີນທາງໄປຍັງນະຄອນຫລວງມົສກູ ເພື່ອອະທິບາຍ
ກ່ຽວກັບເຫດຜົນສ້າງກຳລັງປ້ອງກັນດ້ວຍອາວຸດນີວເຄລຍຂອງຕົນ
ຕໍ່ຜູ້ນຳຣັດເຊຍ ໃນວັນສຸກ ທີ 10 ທັນວາ, 2010 ວານນີ້.
ລັດຖະມົນຕີກະຊວງການຕ່າງປະເທດຂອງເກົາຫລີເໜືອ ທ່ານ Park Ui-Chun ທີ່ໄດ້ເດີນທາງໄປຍັງນະຄອນຫລວງມົສກູ ເພື່ອອະທິບາຍ ກ່ຽວກັບເຫດຜົນສ້າງກຳລັງປ້ອງກັນດ້ວຍອາວຸດນີວເຄລຍຂອງຕົນ ຕໍ່ຜູ້ນຳຣັດເຊຍ ໃນວັນສຸກ ທີ 10 ທັນວາ, 2010 ວານນີ້.

ເກົາ​ຫລີ​ເໜືອ​ເວົ້າວ່າ ຕົນ​ໄດ້​ສົ່ງ​ນັກ​ການ​ທູດ​ຂັ້ນສູງ​ຂອງ​ປະ​ເທດ​ໄປ​ຍັງຣັດ​ເຊຍ ຖ້າມກາງຄວາມ​ພະຍາ​ຍາມອັນ​ຮີບ​ເຮັ່ງ​ໃນ​ການ​ຜ່ອນຄາຍ​ຄວາມ​ເຄັ່ງ​ຕຶງ​ໃນ
ແຫລມ​ເກົາຫລີ.

ອົງການສູນ​ກາງ​ຂ່າວທາງ​ການເກົາ​ຫລີ​ເໜືອ ຫລື Korean Central News Agency ​ເວົ້າ​ໃນປະ​ໂຫຍກ​ນຶ່ງ​ຂອງ​ຂ່າວວ່າ ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ​ຂອງເກົາ​ຫລີ​ເໜືອ ທ່ານ Park Ui-Chun ​ໄດ້​ເດີນທາງ​ໄປ​ຍັງ​ນະຄອນ​ຫລວງມົສກູ. ​ແຕ່​ຫົວ​ຂໍ້ຂ່າວ​ນັ້ນ ກໍບໍ່​ໄດ້​ໃຫ້​ລາຍ​ລະອຽດຫຍັງ​ເພີ້ມ​ເຕີມ.

ໃນ​ວັນ​ສຸກ​ວານ​ນີ້ ທ່ານ Park ​ໄດ້​ບອກ​ກັບ​ອົງການ​ຂ່າວ​ຂອງຣັດ​ເຊຍ Interfax ວ່າ ລັດຖະບານ​ນະຄອນ​ພຽງຢາງ​ໄດ້​ໃຫ້​ເຫດຜົນເພື່ອ​ຢັ້ງຢືນ​ວ່າການ​ທີ່​ຕົນ​ໄດ້​ສ້າງ​ກຳລັງ​ປ້ອງ​ກັນ​ດ້ວຍ​ອາວຸດ​ນີວ​ເຄລຍ ກໍ​ແມ່ນ​ເພື່ອ​ເປັນ​ການ​ປ້ອງ​ກັນ​ຕົນ​ເອງ​ໃນ​ການຕ້ານ​ກັບໄພຂົ່ມຂູ່​ຈາກເກົາ​ຫລີ​ໃຕ້ ​ແລະ ສະຫະລັດຊຶ່ງ​ທ່ານ​ໄດ້ກ່າວຫາ​ວ່າ ສອງປະ​ເທດນີ້ ໄດ້​ດຳ​ເນີນ​ນະ​ໂຍບາຍແບບ​ເປັນ​ປໍ​ລະປັກ ​ແລະ ​ລົບ​ລາຮາວີ​ກັນ ຕໍ່ເກົາ​ຫລີ​ເໜືອ.

XS
SM
MD
LG