ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນໍາເກົາຫລີເໜືອ ສືບຕໍ່ ຢ້ຽມຢາມ ຣັດເຊຍ


ທ່ານ ກິມ ຈົງ ອິລ ຢ້ຽມຢາມຣັດເຊຍ
ທ່ານ ກິມ ຈົງ ອິລ ຢ້ຽມຢາມຣັດເຊຍ

ທ່ານ ກິມ ຈົງອິລ ຜູ້ນໍາເກົາຫລີເໜືອໄດ້ໄປຢ້ຽມຢາມສະຖານີໄຟຟ້ານໍ້າຕົກ ທີ່ຂົງເຂດ
ຕາເວັນອອກໄກຂອງຣັດເຊຍ ໃນລະຫວ່າງການເດີນທາງຢ້ຽມຢາມຣັດ​ເຊຍຢ່າງລັບໆ
ເປັນເວລານຶ່ງອາທິດ ທີ່ເລີ່ມຂຶ້ນ​ໃນວັນເສົາວານນີ້.

ພວກເຈົ້າໜ້າທີ່ທ້ອງຖິ່ນກ່າວວ່າ ທ່ານ Viktor Ishayev ທູດພິເສດປະ​ຈໍາ​ເຂດນັ້ນຂອງ
ວັງເຄຣມລິນ ໄດ້​ໄປຕ້ອນຮັບຂະບວນລົດໄຟພິເສດຂອງທ່ານກິມ ແລະໄດ້ນໍາພາທ່ານ
ທ່ຽວຊົມສະຖານີໄຟຟ້ານໍ້າຕົກ Bureiskaya ໃນຂົງເຂດ Amur ນັ້ນ.

ການຢ້ຽມຢາມຂອງທ່ານ ກິມ ໃນຄັ້ງນີ້ ​ແມ່ນເປັນໄປແບບລັບໆ ແຕ່ສື່ມວນຊົນຂອງເກົາ
ຫລີໃຕ້ ແລະຣັດເຊຍ ກ່າວ​ໃນວັນເສົາວານນີ້ວ່າ ທ່ານກິມຈະໄດ້ພົບປະກັບປະທານາທິບໍດີ
ຣັດເຊຍ ທ່ານ Dmitry Medvedev ໃນອາທິດນີ້ ທີ່ເມືອງ Ulan Ude ໃນເຂດຕາເວັນ
ອອກຂອງໄຊບີເຣຍ. ລາຍງານຂ່າວເວົ້າວ່າ ເບິ່ງຄືວ່າການເຈລະຈາກັນ ຈະເນັ້ນໃສ່​ເລື້ອງ
​ຮ້ອງ​ຂໍການ​ຊ່ວຍ​ເຫລືອ​ດ້ານອາຫານເພີ່ມຕື່ມຈາກ​ຣັດ​ເຊຍ ແລະໂຄງການນີວເຄລຍຂອງ ພຽງຢາງ.

ຣັດເຊຍ​ເປັນ​ພາຄີ​ນຶ່ງໃນການເຈລະຈາຫົກຝ່າຍກ່ຽວ​ກັບ​ການທັບ​ມ້າງ​ໂຄງການນີວເຄລຍຂອງ ເກົາຫລີເໜືອທີ່ບໍ່ໄປບໍ່ມານັ້ນ ປາກົດມີຮ່ອງຮອຍບາງປະການໃນບໍ່ເທົ່າໃດອາທິດຜ່ານມານີ້ ທີ່ສະ​ແດງວ່າ ຄວາມພະຍາຍາມດ້ານການທູດ​ເພື່ອ​ຮຶ້ຟື້ນການເຈລະຈາເລື້ອງ​ໃຫ້ການຊ່ວຍ ເຫລືອເພື່ອແລກ​ກັບການປົດ​ອາວຸດນີວເຄລຍນັ້ນ ອາດກໍາລັງມີຄວາມກ້າວໜ້າບາງຢ່າງ.

ການເຈລະຈາຮອບສຸດທ້າຍ ແມ່ນໄດ້ມີຂຶ້ນທີ່ຈີນ ໃນປີ 2008.

ທ່ານກິມ​ໄດ້ໄປຢ້ຽມຢາມຣັດເຊຍເທື່ອສຸດທ້າຍ ໃນປີ 2002 ຊຶ່ງເວລານັ້ນ ທ່ານໄດ້ພົບປະ ກັບທ່ານ Vladimir Putin ທີ່ດໍາລົງຕໍາແໜ່ງປະທານາທິບໍດີຣັດ​ເຊຍໃນເວລານັ້ນ ທີ່ເມືອງ Vladivostok ທາງ​ພາກ​ຕາ​ເວັນ​ອອກ ຂອງຣັດເຊຍ.

XS
SM
MD
LG