ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພັກລັດຖະບານຂອງ ເກົາຫຼີເໜືອ ສ້າງຕຳແໜ່ງໃໝ່ ທີ່ຢູ່ພາຍໃຕ້ທ່ານ ກິມ ຈົງ ອຶນ


ຜູ້ເຂົ້າຮ່ວມກອງປະຊຸມສາບານຕົວໃສ່ໜ້າກາກຢູ່ອານຸສາວະລີ ມານຊູ, ນະຄອນຫຼວງ ພຽງຢາງ.
ຜູ້ເຂົ້າຮ່ວມກອງປະຊຸມສາບານຕົວໃສ່ໜ້າກາກຢູ່ອານຸສາວະລີ ມານຊູ, ນະຄອນຫຼວງ ພຽງຢາງ.

ພັກລັດຖະບານຂອງ ເກົາຫຼີເໜືອ ໄດ້ແກ້ໄຂກົດລະບຽບໃໝ່ເພື່ອສ້າງຕຳແໜ່ງຮອງຜູ້ບັນຊາການທີ່ແທ້ຈິງ ພາຍໃຕ້ຜູ້ນຳ ກິມ ຈົງ ອຶນ ໃນຂະນະທີ່ທ່ານພະຍາຍາມທີ່ຈະປັບປຸງ ການເມືອງພາຍໃນປະ ເທດໃໝ່, ອີງຕາມການກ່າວຂອງອົງການຂ່າວ ຢອນຮັບ ຂອງ ເກົາຫຼີໃຕ້ ໃນວັນອັງຄານມື້ນີ້.

ໂດຍອ້າງເຖິງແຫຼ່ງຂ່າວທີ່ຄຸ້ນເຄີຍກັບ ເກົາຫຼີເໜືອ ທີ່ບໍ່ໄດ້ບອກຊື່ນັ້ນ, ອົງການດັ່ງກ່າວໄດ້ເວົ້າວ່າ ຜູ້ທີ່ກຳຕຳແໜ່ງໃໝ່ “ເລຂາທິການທີນຶ່ງ” ນັ້ນຈະເປັນປະທານກອງປະຊຸມຕາງໜ້າໃຫ້ທ່ານ ກິມ ຈົງ ອຶນ.

ທ່ານ ກິມ ໄດ້ຂະຫາຍອຳນາດຂອງທ່ານໃນສະພາຂອງພັກກຳມະກອນ ເກົາຫຼີ ໃນເດືອນມັງກອນທີ່ຜ່ານມາ, ເຊິ່ງທ່ານໄດ້ຖືກເລືອກເປັນເລຂາທິການໃຫຍ່ຂອງເຂົາເຈົ້າ, ໂດຍຮັບເອົາຕຳແໜ່ງ ທີ່ໄດ້ກຳໂດຍພໍ່ຂອງທ່ານທີ່ໄດ້ເສຍຊີວິດໄປແລ້ວ, ທ່ານ ກິມ ຈົງ ອິລ.

ອົງການການດັ່ງກ່າວເວົ້າຕື່ມວ່າ ປັດຈຸບັນນີ້ ທ່ານ ກິມ ຢາກໃຫ້ພັກດັ່ງກ່າວມີບົດບາດຫຼາຍກວ່າເກົ່າໃນລັດຖະບານ, ເມື່ອທຽບໃສ່ລັດຖະບານພໍ່ຂອງທ່ານທີ່ເພັ່ງເລັງໃສ່ກອງທັບຫຼາຍກວ່າ.

ເຂົາເຈົ້າໄດ້ກ່າວວ່າ “ຄຳເວົ້າທີ່ວ່າ ‘ການເມືອງກອງທັບສຳຄັນກວ່າໝູ່,’ ເຊິ່ງແມ່ນຄຳເວົ້າທີ່ສຳຄັນໃນຍຸກຂອງທ່ານ ກິມ ຈົງ ອິລ ນັ້ນ, ເປັນທີ່ຮູ້ຈັກກັນວ່າຖືກລຶບອອກຈາກຄຳນຳຂອງກົດລະບຽບພັກແລ້ວ.”

ໃນຖະແຫຼງການສະບັບນຶ່ງ, ກະຊວງທ້ອນໂຮມຊາດຂອງ ເກົາຫຼີໃຕ້ ໄດ້ກ່າວວ່າພັກຕາມກົດໝາຍໃໝ່ນັ້ນໄດ້ຖືກປະກາດໃນ ເກົາຫຼີເໜືອ ຫຼັງຈາກກອງປະຊຸມເມື່ອເດືອນມັງກອນທີ່ຜ່ານມາ. ເຂົາເຈົ້າກ່າວຕື່ມວ່າ ແຕ່ກະຊວງດັ່ງກ່າວ, ເຊິ່ງຮັບຜິດຊອບໃນສາຍພົວພັນກັບປະເທດທີ່ຢູ່ໃກ້ຄຽງນັ້ນ,​ ບໍ່ສາມາດເປີດເຜີຍລາຍລະອຽດ.

ທ່ານ ກິມ ຈົງ ອຶນ ເອງແມ່ນໄດ້ໃຊ້ການແຕ່ງຕັ້ງ “ເລຂາທິການທີນຶ່ງ” ຈາກປີ 2012 ຫາ 2016.

ຕຳແໜ່ງໃໝ່ທີ່ວ່ານັ້ນ ແມ່ນຜູ້ອາວຸໂສທີ່ສຸດໃນເລຂາທິການ 7 ຄົນຂອງພັກ ແລະ ມີຄວາມເປັນໄປໄດ້ວ່າໄດ້ຖືກມອບໃຫ້ທ່ານ ໂຈ ຢອງ ວອນ ຈາກຄະນະກຳມະການບໍລິຫານສູນກາງພັກທີ່ມີສະມາ ຊິກ 5 ຄົນ, ອີງຕາມການກ່າວຂອງອົງການຂ່າວ ຢອນຮັບ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG