ເກົາຫລີເໜືອໄດ້ບອກເລີກ ກ່ຽວກັບຄວາມເປັນໄປໄດ້ຕໍ່ການທີ່
ຈະເປີດເຈລະຈາຄຶນໃໝ່ກັບສະຫະລັດທີ່ເກົາຫລີເໜືອກ່າວຫາ
ວ່າ ພະຍາຍາມທີ່ຈະໂຄນລົ້ມລັດ ຖະບານຄອມມິວນິສ ໃນນະ
ຄອນພຽງຢາງນັ້ນ.
ຢູ່ໃນຖະແຫລງການ ໃນວັນພຸດມື້ນີ້ ຄະນະກຳມາທິການປ້ອງ
ກັນປະເທດທີ່ເປັນອົງການຈັດຕັ້ງສູງສຸດທາງທະຫານຂອງເກົາ
ຫລີເໜືອຍັງໄດ້ຂົ່ມຂູ່ທີ່ຈະຕອບໂຕ້ໃນການໂຈມຕີດ້ວຍອາວຸດ
ນິວເຄລຍ ແລະອິນເຕີແນັດໃສ່ສະຫະລັດ.
ຖະແຫລງການກ່າວວ່າ “ບັດນີ້ ພວກອັນທະພານຄືກັບກອງທັບ
ຈັກກະພັດນິຍົມ ສະຫະລັດທີ່ມີຍຸດທະສາດຕໍ່ສາທາລະນະລັດ ປະຊາທິປະໄຕປະຊາຊົນ
ເກົາຫລີ ຫລື DRPK ກຳລັງກ້າວເຂົ້າສູ່ລະດັບທີ່ຈະເລີ້ມເກີດສົງຄາມຮຸກຮານ ການເອົາ ມາດຕະການຕອບໂຕ້ຄືນຂອງກອງທັບ ແລະປະຊາຊົນ ສປປ ເກົາຫລີຈະເນັ້ນໜັກໃສ່ການທຳລາຍລົງໂທດຢ່າງຂົມຂື່ນທີ່ສຸດ ຕໍ່ສະຫະລັດອາເມຣິກາ.”
ຖະແຫລງການທີ່ຮ້າຍແຮງດັ່ງກ່າວແມ່ນເປັນຂອງທຳມະດາກ່ອນໜ້າການຊ້ອມລົບຮ່ວມ
ປະຈຳປີທາງທະຫານຂອງວໍຊິງຕັນ ກັບ ເກົາຫລີໃຕ້ ທີ່ກຳນົດຈະມີຂຶ້ນ ໃນເດືອນມີນານີ້.
ພຽງຢາງກ່າວວ່າ ຕົນເຫັນວ່າການຊ້ອມລົບນີ້ເປັນການຕຽມການເພື່ອການຮຸກຮານ.
ຖະແຫຼງການໄດ້ທີ່ພິມເຜີຍແຜ່ທາງເວັບໄຊທ໌ຂອງອົງການຂ່າວສູນກາງຂອງເກົາຫຼີເໜືອ
ຍັງປາກົດເປັນການຕອບໂຕ້ ຕໍ່ການສຳພາດ ຂອງປະທານາທິບໍດີ Barack Obama
ຫວ່າງມໍ່ໆມານີ້ ທີ່ກ່າວວ່າ ລັດຖະບານພຽງຢາງ ໃນມື້ໃດມື້ນຶ່ງ ຈະປະສົບກັບການພັງທະ
ລາຍລົງ.
ຄະນະກຳມາທິການປ້ອງກັນປະເທດຂອງເກົາຫຼີເໜືອ ກ່າວວ່າ “ມັນເປັນການຕັດສິນໃຈ
ຂອງກອງທັບ ແລະປະຊາຊົນ ສປປ ເກົາຫລີທີ່ບໍ່ມີຄວາມຕ້ອງການ ອີກ ຫລືເຕັມໃຈທີ່ຈະ
ນັ່ງເຈລະຈາກັບສະຫະລັດ ໃນເມື່ອວ່າສະຫະລັດໄດ້ຊອກ ຫາທາງທີ່ຈະລົບລ້າງແນວຄິດ
ຂອງເກົາຫຼີເໜືອ ແລະ “ທັບມ້າງ” ລະບົບສັງຄົມ ຂອງປະເທດດັ່ງກ່າວ.”
ເບິ່ງຄວາມເຫັນ (2)
ໂຫລດຄວາມເຫັນ ຕື່ມອີກ