ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳ ເກົາຫຼີເໜືອ ຮຽກຮ້ອງ ໃຫ້ສ້າງຈະຫຼວດ ທີ່ແຮງຂຶ້ນ


İstanbul
İstanbul
ຜູ້ນໍາຂອງເກົາຫຼີເໜືອຮຽກຮ້ອງໃຫ້ພັດທະນາຈະຫຼວດທີ່ມີປະສິດ
ທິພາບແຮງຂຶ້ນຫຼັງຈາກໄດ້ມີການຍິງຈະຫຼວດໄລຍະໄກທີ່ປະສົບ ຄວາມສຳເລັດໃນອາທິດແລ້ວນີ້.

ສື່ມວນຊົນຂອງທາງການເກົາຫຼີເໜືອລາຍງານໃນວັນເສົາມື້ນີ້ວ່າ
ທ່ານກິມ ຈົງ ອຸນ ໄດ້ທຳການຮຽກຮ້ອງ ເພື່ອປັບປຸງໃຫ້ຈະຫວດ
ເກົາຫຼີເໜືອມີຄວາມກ້າວໜ້າດັ່ງກ່າວຢູ່ທີ່ງານລ້ຽງແຫ່ງນຶ່ງໃນນະ ຄອນພຽງຢາງເມື່ອວັນສຸກວານນີ້.

ສະຫະລັດ ເກົາຫຼີໃຕ້ ຍີ່ປຸ່ນແລະລັດຖະບານຂອງປະເທດອື່ນໆ
ໄດ້ປະນາມ ການຍິງຈະຫຼວດຂອງເກົາຫຼີເໜືອໃນອາທິດແລ້ວນີ້
ວ່າ ເປັນການທົດລອງລູກສອນໄຟຂີປະນາວຸດ ທີ່ຖືກຫ້າມພາຍ ໃຕ້ມະຕິຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ.

ເກົາຫຼີເໜືອກ່າວວ່າ ຈະຫຼວດທີ່ປະກອບດ້ວຍສາມທ່ອນຂອງຕົນໄດ້ປະສົບກັບຄວາມສຳ ເລັດໃນການນຳເອົາອັນທີ່ເກົາຫຼີເໜືອເອີ້ນວ່າ ດາວທຽມພະຍາກອນອາກາດຂຶ້ນສູ່ວົງໂຄ ຈອນ.

ໄລຍະເວລາໃນການຍິງຈະຫຼວດຂອງເກົາຫຼີເໜືອໄດ້ສ້າງຄວາມແປກໃຈໃຫ້ແກ່ພວກນັກ ສັງເກດການ ແລະພວກນັກການທູດຕາເວັນຕົກຫຼາຍໆທ່ານ ຍ້ອນລາຍງານຂ່າວພຽງນຶ່ງ ມື້ກ່ອນນັ້ນສະເໜີແນະໃຫ້ເຫັນວ່າ ເກົາຫຼີເໜືອໄດ້ມ້າງຈະຫຼວດອອກຈາກກັນຍ້ອນປະສົບ ກັບບັນຫາຍຸ່ງຍາກທາງດ້ານເທັກນິກ.
XS
SM
MD
LG