ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີ​ໃຕ້ ​ຕັ້ງຂໍ້ສົງໄສ ຕໍ່ການປ່ອຍດາວ​ທຽມ ຂອງເກົາຫລີເໜືອ​ (ສະໄລດ໌)


ພາບທີ່ຖືກນໍາອອກເຜີຍແຜ່ໂດຍອົງການສູນກາງຂ່າວຂອງເກົາຫຼີ​ ເໜືອ ຫລື Korean Central News Agency ສະແດງໃຫ້ເຫັນ ພາບຈະຫລວດ Unha-3 ຖືກຍິງຂຶ້ນຈາກ ສະຖານທີ່ຍິງຈະຫລວດ ຢູ່ທາງຕາວເວັນຕົກຂອງເກົາຫລືເໜືອ, ຢູ່ບ້ານ Tongchang-ri, ໄກຈາກຊາຍແດນຈີນປະມານ 56 ກິໂລແມັດ ໃນວັນທີ 12 ທັນວາ 2012
ພາບທີ່ຖືກນໍາອອກເຜີຍແຜ່ໂດຍອົງການສູນກາງຂ່າວຂອງເກົາຫຼີ​ ເໜືອ ຫລື Korean Central News Agency ສະແດງໃຫ້ເຫັນ ພາບຈະຫລວດ Unha-3 ຖືກຍິງຂຶ້ນຈາກ ສະຖານທີ່ຍິງຈະຫລວດ ຢູ່ທາງຕາວເວັນຕົກຂອງເກົາຫລືເໜືອ, ຢູ່ບ້ານ Tongchang-ri, ໄກຈາກຊາຍແດນຈີນປະມານ 56 ກິໂລແມັດ ໃນວັນທີ 12 ທັນວາ 2012
ເກົາຫຼີ​ໃຕ້​ໄດ້​ຮັບ​ຮູ້​ວ່າ ​ດາວ​ທຽມ​ທີ່ຈະຫຼວດ​ໄລຍະ​ໄກ​ຂອງເກົາຫຼີ
ເໜືອ​ໄດ້​ນໍາ​ຂຶ້ນ​ໄປ​ປ່ອຍ​ນັ້ນ​ ກໍາລັງ​ໂຄຈອນ​ອ້ອມ​ໂລກ​ຢ່າງ​ເປັນ
ປົກກະ​ຕິ ​ແຕ່​ກໍ​ເວົ້າ​ວ່າ ຕົນ​ກໍາລັງ​ສຶກສາ​ເບິ່ງ​ວ່າ ດາວ​ທຽມ​ດັ່ງກ່າວ
​ນີ້ໃຊ້​ການ​ໄດ້ດີ​ແທ້​ບໍ່.

ທ່ານ Kim Min-seok ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເກົາຫຼີ​ໃຕ້​
ກ່າວໃນ​ວັນ​ພະຫັດ​ມື້​ນີ້​ວ່າ ກຸງ​ໂຊ​ລບໍ່​ຮູ້​ວ່າດາວ​ທຽມ​ນີ້​ປະຕິບັດ
ພາລະກິດ​ອັນ​ໃດກັນແທ້ ແຕ່​ໂຄສົກ​ໄດ້​ປະນາມການ​ຍິງຈະ​ຫລວດ
​ຂຶ້ນເພື່ອປ່ອຍ​ດາວ​ທຽມ​ດັ່ງກ່າວ​ນີ້​ວ່າ ແມ່ນ​ການ​ທົດ​ລອງ​ຍິງລູກ​
ສອນ​ໄຟ​ຂີປະ​ນາ​ວຸດ​ ຫຼາຍກວ່າ. ​

​ໃນ​ຄໍາ​ເຫັນ​ທີ່​ສະທ້ອນເຖິງ​ຄວາມ​ເປັນ​ຫ່ວງ​ຂອງ​ນາໆ​ຊາດ​ນັ້ນ ​ໂຄ
ສົກ Kim ​ເວົ້າ​ວ່າ ການ​ປ່ອຍ​ດາວ​ທຽມ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ​ເກົາຫຼີ​ເໜືອກໍາລັງ ​ຫຍັບ​ເຂົ້າໃກ້​ຂຶ້ນອີກ​ ການພັດທະນາ​ເທັກ​ໂນ​ໂລຈີທີ່​ຕ້ອງການ​ເພື່ອ​ຍິງລູກ​ສອ​ນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າ​ມທະວີບ. ພຽງ​ຢາງ​ເວົ້າ​ວ່າ ​ຕົນ​ພຽງ​ແຕ່ຕັ້ງ​ໃຈ​ຈະ​ສົ່ງດາວ​ທຽມ​ພະຍາກອນ​ອາກາດ​ ຂຶ້ນ​ສູ່​ວົງ​ໂຄຈອນ​ເທົ່າ​ນັ້ນ.

​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໄດ້ປະນາມ​ການ​ປ່ອຍ​ດາວ​ທຽມ ຂອງ​ເກົາຫຼີ​ເໜືອ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ​ເປັນ​ການ​ຝ່າຝືນ​ການ​ລົງ​ໂທດ ທີ່ຫ້າມ​ບໍ່​ໃຫ້​ເກົາຫຼີ​ເໜືອ​ທໍາ​ການ​ທົດ​ລອງ​ລູກ​ສອນ​ໄຟ ​ແລະ​ລະ​ເບີດນີວ​ເຄຼຍ​ໃດໆ. ທ່ານ​ນາງ Susan Rice ​ເອກ​ອັກຄະ​ລັດ ຖະທູດ​ສະຫະລັດ​ປະຈໍາ​ສະຫະ​ປະຊາ​ຊາດ​ເວົ້າ​ວ່າ ​ເລື້ອງ​ນີ້​ຄວນຈະມີຜົນ​ສະທ້ອນ​ຢ່າງ​ໃດ​ຢ່າ​ງນຶ່ງ ຕໍ່​ເກົາຫຼີ​ເໜືອ.

ເບິ່ງການຕໍ່ຕ້ານກນາຍິງຈະຫລວດທາງໄກຂອງເກົາຫລີເໜືອ:
XS
SM
MD
LG