ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຍິງຈະຫຼວດ ຂອງເກົາຫຼີເໜືອ ບໍ່ປະສົບ ຄວາມສຳເລັດ (ເບິ່ງສະໄລດ໌)


ພວກປະທ້ວງຕໍ່ການການຍິງຈະຫຼວງຂອງເກົາຫຼີເໜືອທີ່ກຸງໂຊລ ເກົາຫຼີໃຕ້ ໄດ້ພາກັນຈູດຮູບຂອງທ່ານກິມຈົງອຸນ
ທີ່ຜູກຕິດໃສ່ລູກຈະຫຼວດ (13 ເມສາ 2012)
ພວກປະທ້ວງຕໍ່ການການຍິງຈະຫຼວງຂອງເກົາຫຼີເໜືອທີ່ກຸງໂຊລ ເກົາຫຼີໃຕ້ ໄດ້ພາກັນຈູດຮູບຂອງທ່ານກິມຈົງອຸນ ທີ່ຜູກຕິດໃສ່ລູກຈະຫຼວດ (13 ເມສາ 2012)

ເກົາຫຼີ​ເໜືອ​ໄດ້​ທ້າ​ທາຍ​ຕໍ່​ການ​ປະ​ທ້ວງ​ຂອງ​ປະຊາ​ຄົມນາໆ​ຊາດ​ໂດຍ​ທຳ​ການ​ຍິງຈະ​ຫຼວດ​ໄລ
ຍະໄກ​ໃນ​ວັນ​ສຸກ​ມື້ນີ້ ​ແຕ່​ລູກ​ຈະ​ຫຼວດ​ໄດ້​ແຕກ​ອອກ​ຈາກ​ກັນ ແລະ​ຕົກລົງ​ໃສ່​ທະ​ເລ ​ໂດຍ​ບໍ່​
ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃດໆ ບໍ່​ດົນ​ຫຼັງຈາກ​ທີ່​ໄດ້​ຍິງ​ຂຶ້ນ.

ອົງການ​ຂ່າວ​ຂອງ​ທາງ​ການ​ເກົາຫຼີ​ເໜືອຮັບ​ຮູ້​ວ່າ ຈະ​ຫຼວດທີ່​ມີ​ທັງ​ໝົດ 3 ທ່ອນ​ບໍ່ ສາມາດ​ທີ່​
ຈະ​ສົ່ງ​ໃນ​ອັນ​ທີ່​ເກົາຫຼີ​ເໜືອ​ເອີ້ນວ່າ ດາວ​ທຽມ​ພະຍາກອນ​ອາກາດ​ຂຶ້ນສູ່ວົງ​ໂຄຈອນ​ໄດ້. ລາຍ
ງານ​ສັ້ນໆ​ແຈ້ງວ່າ ພວກ​ນັກວິທະຍາສາດ​ກຳລັງ​ສຶກສາ​ເບິ່ງວ່າ​ ແມ່ນ​ຫຍັງຄື​ສາ​ເຫດ​ທີ່​ພາ​ໃຫ້​
ເກີດ​ຄວາມ​ລົ້ມ​ແຫຼວ​ໃນ​ຄັ້ງນີ້​ແຕ່​ບໍ່​ໄດ້​ໃຫ້​ລາຍ​ລະ ອຽດ​ຫຍັງ​ຫຼາຍ​ໄປກ​ວ່າ​ນີ້.

ກອງ​ບັນຊາ​ການ​ໃນ​ເຂດ​ພາກ​ເໜືອ​ ຂອງ​ກອງທັບ​ສະຫະລັດ​ກ່າວ​ວ່າ ຮ່ອງຮອຍ​ໃນຂັ້ນຕົ້ນ
ສະ​ແດງ​ໃຫ້​ເຫັນ​ວ່າ ຈະ​ຫຼວດທ່ອນ​ທຳ​ອິດ​ ໄດ້​ຕົກລົງ​ໃສ່​ທະ​ເລ​ເຫຼືອງປະມານ 165 ກິ​ໂລ
ແມັດ ​ຫ່າງ​ຈາກ​ແຄມຝັ່ງ​ຂອງ​ເກົາຫຼີ​ໃຕ້ ​ແລະເວົ້າຕໍ່​ໄປ​ວ່າ ສຳລັບ​ຈະ​ຫຼວດສອງ​ທ່ອນ​ທີ່​ຍັງ​
ເຫຼືອ ກໍ​ໄດ້​ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ ກ່ອນ​ທີ່​ຈະຕົກລົງ​ໃສ່​ທະ​ເລ.

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​
ປະ​ເທດ​ຍີ່ປຸ່ນ ​ທ່ານ Naoki
Tanaka ກ່າວ​ວ່າ ​ເປັນ​ທີ່ປະ
ກົດ​ວ່າ ຈະ​ຫຼວດ​ໄດ້​ພຸ່ງ​ຂຶ້ນປະ
ມານ 1 ນາທີເຖິງ​ໄລຍະ 120
ກິ​ໂລແມັດ​ໃນ​ອະວະກາດກ່ອນ​
ທີ່​ຈະ​ແຕກ​ອອກ​ຈາກ​ກັນ.

ເຈົ້າໜ້າທີ່ປ້ອງ​ກັນ​ປະ​ເທດ​ເກົາຫຼີ
ໃຕ້​ກ່າວ​ວ່າກອງທັບ​ເຮືອ​ຂອງ​ຕົນ
ພ້ອມ​ທັງ​ເຮືອ​ລົບ​ຂອງສະຫະລັດ
ຣັດ​ເຊຍ ​ແລະ​ຈີນກຳລັງ​ຢູ່​ໃນ​ບໍລິ​
ເວນ​ດັ່ງກ່າວ​ ເພື່ອຊອກ​ຄົ້ນຫາ
ຊາກ​ຂອງ​ຈະ​ຫຼວດທີ່​ຕົກລົງ​ມາ.

ການ​ຍິງ​ລູກ​ຈະ​ຫຼວດຂອງ​ເກົາຫຼີ​ເໜືອ​ໄດ້​ຖືກ​ປະນາມ​ໃນ​ທັນທີ​ໂດຍ​ສະຫະລັດແລະ​ບັນດາ​ປະ
ເທດ​ພັນທະ​ມິດ ທີ່​ເຊື່ອ​ກັນ​ວ່າການ​ຍິງ​ຈະ​ຫຼວດ​ໃນ​ຄັ້ງນີ້ ແມ່ນ​ເພື່ອເປັນ​ການ​ປິດ​ບັງ​ການ​ທົດ
ລອງ​ລູກ​ສອນ​ໄຟ​ຂີປະ​ນາ​ວຸດ ທີ່​ຖືກ​ຫ້າມ​ພາຍ​ໃຕ້​ມະຕິ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ນັ້ນ.

ທ່ານ Ban Ki-moon ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ ເອີ້ນການຍິງ​ລູກ​ສອນ
ໄຟ​ຂອງ​ເກົາຫຼີ​ເໜືອ​ວ່າເປັນ​ການ​ກະທຳ​ທີ່​ໜ້າ​ເສຍ​ໃຈ​ແລະ​ເປັນ​ການທ້າ​ທາຍ​ເກາະ​ຜິດ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ເກົາຫຼີ​ໃຕ້ ທ່ານ Kim Sung-Hwan ກ່າວ​ວ່າ ກຸງ​ໂຊ​ລຈະໃຊ້​
ມາດ​ຕະການ​ຕອບ​ໂຕ້​ ທີ່​ບໍ່​ໄດ້​ລະບຸ​ຊື່​ ຕໍ່​ການ​ຍິງ​ຈະ​ຫຼວດຂອງ​ເກົາຫຼີ​ເໜືອ​ໂດຍ​ເວົ້າວ່າ ​ເກົາຫຼີ​
ເໜືອຕ້ອງ​ຮັບ​ເອົາ​ຄວາມ​ຮັບຜິດຊອບ​ໂດຍ​ເຕັມ​ໃນການ​ກະທຳ​ຂອງ​ຕົນ.

ຫ້ອງການ​ຂອງ​ທ່ານ Kim ຍັງ​ແຈ້ງ​ໃຫ້​ຊາບ​ວ່າ ທ່ານ​ໄດ້​ໂອ້​ລົມ​ກັບ​ລັດຖະມົນຕີການ​ຕ່າງປະ
ເທດ​ສະຫະລັດທ່ານ​ນາງ Hillary Clinton ​ແລະ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ​ຈະ​ເອົາ​ມາດ​ຕະການ
ແບບ​ເດັດ​ຂາດ ​ໂດຍ​ເຫັນ​ພ້ອມ​ນຳ​ກັນ​ວ່າ​ຈະ​ສົ່ງ​ບັນຫາ​ດັ່ງກ່າວ​ນີ້​ໄປ​ຍັງ​ອົງການ​ສະຫະ​ປະຊາ
ຊາດ.

ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ທີ່​ນຳ​ອອກ​ເຜີຍ​ແຜ່​ບໍ່​ດົນ​ຫຼັງຈາກ​ໄດ້​ມີ​ການ​ຍິງ​ຈະ​ຫຼວດຂອງ​ເກົາຫຼີ
ເໜືອ​ແລ້ວ ​ໂຄສົກ​ຂອງ​ທຳນຽບຂາວ​ໄດ້​ປະນາມ​ໃນ​ອັນ​ທີ່​ທ່ານ​ເອີ້ນວ່າ ການ​ທ້າ​ທາຍ​ເກາະ​ຜິດ
ຂອງ​ເກົາຫຼີ​ເໜືອໂດຍ​ເວົ້າວ່າ ມັນ​ຂົ່ມຂູ່​ຕໍ່ຄວາມໝັ້ນຄົງ​ພູ ມີ​ພາກ​ແລະ​ເປັ​ນການ​ລ່ວງ​ລະ​ເມີດ
ຕໍ່ກົດໝາຍ​ນາໆ​ຊາດ.

ສຳລັບ​ກຸ່ມ​ແປດ​ປະ​ເທດ​ທີ່​ຈະ​ເລີ​ນທາງ​ດ້ານ​ອຸສາ​ຫະກຳ​ກໍ​ໄດ້ປະນາມ​ການ​ຍິງ​ຈະຫຼວດດັ່ງກ່າວ​
ແລະ​ຮຽກຮ້ອງ​ໃຫ້​ເກົາຫຼີ​ເໜືອ ບໍ່​ໃຫ້​ທຳ​ການ​ທົດ​ລອງ​ໃດໆ​ຕື່ມ​ອີກ ​ໂດຍ​ໃຊ້​ເທັກ​ໂນ​ໂລຈີ​ລູກ
ສອນ​ໄຟ​ຂີ​ປະ​ນາ​ວຸດ. ນອກ​ນັ້ນກຸ່ມ​ແປດ​ປະ​ເທດ​ຍັງ​ໄດ້​ເຕືອນ​ວ່າຕົນ​ອາດ​ຈະ​ພິຈາລະຈາ​ເພື່ອ
ເອົາ​ມາດທີ່​ເໝາະ​ສົມ​ຕໍ່​ເກົາຫຼີ​ເໜືອ.

ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາ​ດຈະ​ພົບ​ປະກັນ​ໃນ​ວັນ​ສຸກ​ມື້ນີ້​ເພື່ອປຶກສາ​ຫາລື
ກ່ຽວ​ກັບ​ບັນຫາ​ດັ່ງກ່າວ ​ແຕ່​ມີ​ທ່າ​ທາງ​ວ່າ​ ຈະ​ບໍ່​ສາມາດ​ຮັບ​ຜ່ານ​ມາດຕະການ​ລົງ​ໂທດ​ໃໝ່​ຕໍ່
ເກົາຫຼີ​ເໜືອ​ໄດ້.

ລັດຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍທ່ານ Sergei Lavrov ກ່າວ​ຕໍ່​ພວກ​ນັກຂ່າວວ່າມົສກູ
ຈະ​ບໍ່​ໃຫ້ການ​ສະໜັບສະໜຸນ​ຄັ້ງ​ໃໝ່​ໃນ​ການ​ລົງ​ໂທດ​ຕໍ່​ພຽງ​ຢາງ​ໂດຍ​ເວົ້າວ່າ ມັນ​ຈະ​ບໍ່​ຊ່ອຍ
ຫຍັງ​ຫຼາຍ​ໃນ​ການ​ແກ້​ໄຂ​ສະຖານະ​ການ. ຈີນ​ຊຶ່ງ​ເປັນພັນທະ​ມິດ​ທີ່​ສຳຄັນ​ສຸດຂອງ​ເກົາຫຼີ​ເໜືອ
ບໍ່​ໄດ້​ໃຫ້​ຄວາມ​ເ​ຫັນ​ໃດ​ກ່ຽວກັບ​ການ​ຍິງຈະ​ຫຼວດຂອງ​ເກົາຫຼີ​ເໜືອໂດຍ​ຮຽກຮ້ອງ​ໃຫ້​ທຸກ​ຝ່າຍ
ໃຊ້​ຄວາ​ມຢັບຢັ້ງ.

XS
SM
MD
LG