ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ປະນາມ ການລະເມີດ ສິດທິມະນຸດ ໃນເກົາຫຼີເໜືອ


ແຜນທີ່ເກົາຫຼີເໜືອ
ແຜນທີ່ເກົາຫຼີເໜືອ
ບັນດາ​ນັກ​ຊ່ຽວຊານ​ກ່າວ​ວ່າ ປະຊາ​ຄົມນາ​ນາ​ຊາດ​ກໍາລັງ​ເຫັນ​ພ້ອມນຳ​ກັນ ກ່ຽວ​ກັບການ ລະ​ເມີດ​ສິດທິ​ມະນຸດຂອງ​ເກົາຫຼີ​ເໜືອ ຫຼັງຈາກ​ຄະນະ​ກໍາມະການ​ອົງການ​ສະຫະ​ປະຊາ​ຊາດທີ່​ສໍາຄັນ​ຄະນະ​ນຶ່ງ ​ໄດ້​ປະນາມ​ພຽງ​ຢາງ​ໂດຍ​ປາດສະ​ຈາກ​ການ​ຄັດຄ້ານ​ໃດ​ໆ​ຈາກ​ບັນດາ​ປະ​ເທດ​ພັນທະ​ມິດໃກ້ຊິດ ຂອງ​ຕົນ​ນັ້ນ.

ຄະນະ​ກໍາມະການ​ສໍາຄັນ​ທີ່​ສາມ ຂອງ​ສະມັດຊາ​ໃຫຍ່​ອົງການ​ສະຫະປະ ຊາ​ຊາດ ​ໄດ້​ຮັບ​ຜ່ານ​ມະຕິ​ສະບັບ​ນຶ່ງ​ເມື່ອ​ວັນ​ອັງຄານ​ວານ​ນີ້ ທີ່​ປະນາມ ການລະ​ເມີດ​ສິດທິ​ມະນຸດ​ໃນ​ເກົາຫຼີ​ເໜືອ. ນີ້​ເປັນ​ເທື່ອ​ທໍາ​ອິດ ທີ່​ມະຕິ​ດັ່ງ ກ່າວ​ໄດ້​ຮັບ​ຜ່ານ​ດ້ວຍຄະ​ແນນ​ສຽງ​ເປັນ​ເອກ​ກະສັນ. ​ແມ່ນ​ແຕ່​ຈີນ ຊຶ່ງ​ເປັນ​ພັນທະມິດ​ໃກ້ຊິດ​ຂອງ​ພຽງ​ຢາງ ກໍ​ຍັງ​ບໍ່​ຄັດຄ້ານ​ໃນ​ເລຶ່ອງນີ້.

ມະຕິສະບັບນີ້ໄດ້​ປະນາມ ​ໃນ​ສິ່ງ​ທີ່​ຕົນ​ເອີ້ນ​ວ່າ ການ​ລະ​ເມີດທີ່​ເປັນ​ລະບົບ ​ຢ່າງ​ກວ້າງ ຂວາງ ​ແລະຮຸນ​ແຮງ​ທີ່​ສຸດ ຕໍ່ສິດ​ທິຂອງພົນລະ​ເຮືອນ ສິດທິ ທາງການ​ເມືອງ ​ສິດທິ​ທາງ​ດ້ານເສດຖະກິດ ສິດທິ​ທາງ​ສັງຄົມ ​ແລະສິດທິ​ທາງ​ວັດທະນະ​ທໍາ ຢູ່​ໃນ​ເກົາຫຼີ​ເໜືອ. ນອກ​ນີ້​ແລ້ວມະຕິ​ດັ່ງກ່າວ​ຍັງ​ໄດ້​ເນັ້ນ​ຍໍ້າ​ເຖິງ​ການ​ໃຊ້​ການ​ທໍລະມານ ​ແລະສູນ​ຄຸມ​ຂັງ​ພວກນັກ​ໂທດ​ຢູ່​ໃນປະ​ເທດ ຄອມ​ມູນິສດັ່ງກ່າວ.

ທ່ານ John Sifton ນັກ​ຄົ້ນຄວ້າ​ປະ​ຈໍາ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ບອກ​ວີ​ໂອ​ເອວ່າ ບັດ​ນີ້ປະຊາ​ຄົມ​ໂລກ ເຂົ້າ​ໃຈດີ​ແລ້ວ​ວ່າ ພຶດຕິ​ກໍາ​ຂອງ​ເກົາຫຼີ​ເໜືອໃນ​ເວລາ​ນີ້ ​ແມ່ນ​ບໍ່​ສາມາດ​ປ້ອງ​ກັນ​ໄດ້.

ທ່ານ Sifton ກ່າວ​ວ່າ ນອກ​ນີ້​ແລ້ວຍັງ​ມີຄວາມ​ເຫັນ​ພ້ອມນຳກັນລະດັບ​ນານາ​ຊາດ ຢູ່​ໃນ​ສະພາ​ສິດທິ​ມະນຸດ​ອົງການ​ສະ​ຫະປະຊາ​ຊາດ ຊຶ່ງໃນ​ເດືອນ​ພຶດສະພາ​ຜ່ານ​ມາ​ນັ້ນ ​ໄດ້​ຮັບ​ຜ່ານ​ມະຕິ​ທໍານອງ​ດຽວ​ກັນ​ປະນາມ ພຽງ​ຢາງໂດຍ​ປາດ​ສະ​ຈາກ​ການ​ຕໍ່ສູ້​ໃດໆ​ຈາກ​ພັນທະ​ມິດ​ຂອງເກົາຫຼີ​ເໜືອ.
XS
SM
MD
LG