ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ຍົກເລີກການເຊື້ອເຊີນ ເລຂາທິການໃຫຍ່ ສປຊ ໄປຢ້ຽມຢາມ ຢ່າງກະທັນຫັນ


ເລຂາທິການໃຫຍ່ ອົງການສະຫະປະຊາດຊາດ ທ່ານ Ban Ki-moon.
ເລຂາທິການໃຫຍ່ ອົງການສະຫະປະຊາດຊາດ ທ່ານ Ban Ki-moon.

ເກົາຫລີ​ເໜືອ​ໄດ້​ຍົກເລີກຢ່າງກະທັນ ​ການ​ເຊື້ອ​ເຊີນ​ເລຂາທິ
ການ​ໃຫຍ່ ອົງການສະຫະ​ປະຊາ​ຊາດ ທ່ານ Ban Ki-moon
ເພື່ອຈະເດີນທາງຢ້ຽມຢາມປະ​ເທດ​ທີ່ໂດດດ່ຽວດັ່ງກ່າວ.

ທ່ານ Ban ທີ່ພວມ​ທຳ​ການ​ຢ້ຽມຢາມເກົາຫລີໃຕ້ ​ເປັນ​ເວລາ​ຫ້າ​
ມື້ ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ບໍ່ມີ​ການ​ອະທິບາຍໃດໆກ່ຽວກັບ​ການ​
ປ່ຽນ​ແປງໃນ​ນາ​ທີສຸດ​ທ້າຍ ຊຶ່ງ​ທ່ານ​ກ່າວ​ວ່າ ​ໄດ້​ຖ່າຍ​ທອດ​ຜ່ານ
“ຊ່ອງທາງ​ການ​ທູດ” ນັ້ນ.

ທ່ານ​ກ່າວວ່າ “ການ​ຕັດສິນ​ໃຈ​ໂດຍພຽງຢາງ ​ເປັນ​ທີ່​ເສົ້າ​ສະ​ຫລົດ​
ໃຈ​ທີ່​ສຸດ. ​ເຖິງ​ຢ່າງ​ໃດ​ກໍດີ ຂ້າພະ​ເຈົ້າ ​ໃນ​ນາມ ​ເລຂາ​ທິການ​ໃຫຍ່
ອົງການ​ສະຫະ​ປະຊາ​ຊາດ ຈະ​ບໍ່​ລະເວັ້ນໃນ​ຄວາມ​ພະຍາຍາມ​ໃດໆເພື່ອ​ຊັກ​ຊວນ​ໃຫ້ ສປປ ​ເກົາຫລີ​ດຳເນີນ ​ງານ​ກັບ​ປະຊາ​ຄົມນາ​ໆ​ຊາດ ​ເພື່ອ​ໃຫ້ມີ​ສັນຕິພາບ ​ແລະ​ສະຖຽນ​ລະ​ພາບ ຢູ່​ໃນ ແຫລມ​ເກົາຫລີ ​ແລະ​ໄກໄປ​ກວ່າ​ນັ້ນ” ທ່ານ​ໄດ້​ກ່າວໂດຍອ້າງ​ເຖິງ​ເກົາຫລີ​ເໜືອ ​ໂດຍ​ເອີ້ນຊື່ຢ່າງເປັນ​ທາງ​ການດັ່ງກ່າວ.

ເລຂາທິການໃຫຍ່ສະຫະ​ປະຊາ​ຊາດ ​ໄດ້​ວາງ​ແຜນ​ ທີ່​ຈະໄປ​ຢ້ຽມຢາມເຂດ​ອຸດສາ​ຫະກໍາ​
ຮ່ວມ Kaesong ທີ່ຕັ້ງ​ຢູ່​ທາງ​ເໜືອ​ ຂອງ​ເຂດ​ປອດ​ທະຫານ ທີ່​ແບ່ງ​ ເກົາຫລີ​ເໜືອ​ແລະ​
ເກົາຫລີ​ໃຕ້ອອກຈາກກັນ ໃນ​ວັນ​ພະຫັດມື້ອື່ນນີ້.

​ແຜນການ​ຢ້ຽມຢາມ​ ຂອງ ທ່ານ Ban ຕໍ່ເຂດອຸດສາຫະກຳທີ່ບໍລິຫານ ງານຮ່ວມກັນ​ນັ້ນ
ຈະ​ເປັນ​ຂີດ​ໝາຍ​ເທື່ອ​ທຳ​ອິດ​ກວ່າ​ສອງ​ທົດ​ສະ​ວັດ ທີ່ ​ເລຂາ​ທິການ​ໃຫຍ່ອົງການ​ສະຫະ​
ປະຊາ​ຊາດໄດ້​ຢ້ຽມຢາມ​ເກົາຫລີ​ເໜືອ.

ຫົວໜ້າ​ຄົນ​ສຸດ​ທ້າ​ຍ ຂອງສະຫະປະຊາຊາດ​ທີ່​ໄດ້ໄປ​ຢ້ຽມຢາມ​ເກົາຫລີ​ເໜືອ ​ແມ່ນ​ທ່ານ
Boutros Boutros-Ghali ​ທີ່​ໄດ້​ຂ້າມ​ເຂົ້າໄປ ​ທາງ​ເຂດ​ປອດທະຫານ​ໃນ​ປີ 1993.

UN Chief Nokor Visit
please wait
Embed

No media source currently available

0:00 0:01:25 0:00

XS
SM
MD
LG