ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫຼີເໜືອ ຕອບໂຕ້ ຕໍ່ການຕິດຕັ້ງ ລະບົບTHAAD ດ້ວຍການຍິງ ລູກສອນໄຟ


ຜູ້ນຳ ເກົາຫຼີເໜືອ ທ່ານ Kim Jong Un ເບິ່ງການທົດ ລອງ ລູກສອນໄຟຂີປະນາວຸດ ຂອງໜ່ວຍງານວາງແຜນ ຍຸດທະສາດ ເກົາຫຼີເໜືອ Pyongyang, 11 ມີນາ, 2016.
ຜູ້ນຳ ເກົາຫຼີເໜືອ ທ່ານ Kim Jong Un ເບິ່ງການທົດ ລອງ ລູກສອນໄຟຂີປະນາວຸດ ຂອງໜ່ວຍງານວາງແຜນ ຍຸດທະສາດ ເກົາຫຼີເໜືອ Pyongyang, 11 ມີນາ, 2016.

ເກົາຫຼີ​ເໜືອ ​ທົດ​ລອງຍິງ​ລູກ​ສອນ​ໄຟ​ 3 ລູກ ​ໃນ​ວັນ​ອັງຄານ​ມື້​ນີ້ ນຶ່ງ​ສັບປະດາ​ຫຼັງຈາກ​ທີ່​ຕົນ​ໄດ້​ຂົ່ມຂູ່​ທີ່​ຈະ​ຕອບ​ໂຕ້​ຕໍ່​ເກົາຫຼີ​ໃຕ້ ກ່ຽວ​ກັບ​ການຕິດຕັ້ງລະບົບປ້ອງ​ກັນ​ລູກ​ສອນໄຟ ທີ່​ຍິງ​ມາໃນ​ລະດັບ​ສູງທີ່​ເອີ້ນ​ວ່າ THAAD ນັ້ນ.

ສະຫະລັດ ​ແລະ​ເກົາຫຼີ​ໃຕ້ ​ໄດ້​ກ່າວ​ວ່າ ການ​ທົດຍິງ​ລອງລູກ​ສອນ​ໄຟ ຂອງ Pyongyang ​
ໃນ​ເຊົ້າ​ວັນ​ອັງຄານ​ມື້​ນີ້ ​ເບິ່ງ​ຄື​ວ່າ​ຈະ​ແມ່ນ​ລູກ​ສອນ​ໄຟ ​Scud ຫຼື Rodong ໄລຍະ​ປານ​ກາງ ທີ່​ສາມາດ​ຍິງໃນລັດສະໝີ 500 ຫາ 600 ກິ​ໂລ​ແມັດ ກ່ອນ​ທີ່​ມັນ​ຈະ​ໄດ້​ຕົກລົງ​ໄປ​ໃສ່ທະ​ເລ​ທາງ​ກ້ຳ​ຕາ​ເວັນ​ອອກ​ຂອງ​ແຫຼມ​ເກົ​າຫຼີ.

​ໂຕ​ກຽວ ໄດ້​ປະນາມ​ການທົດ​ລອງ​ລູກ​ສອນ​ໄຟ ຫຼາຍໆ​ລູກຂອງ​ເກົາຫຼີ​ເໜືອ ແລະໄດ້​ກ່າວ​ວ່າ ຕົນ​ຈະ​ເພີ້​ມການ​ປະສານ​ງານ​ກັບ​ສະຫະລັດ ​ແລະ​ເກົາຫຼີ​ໃຕ້ ​ເພື່ອຮັບ​ມື​ກັບ​ການ​ຂົ່ມຂູ່ທີ່​ຍັງ​ມີ​ ​ຢູ່​ຕໍ່​ມານັ້ນ.

“ພວກເຮົາ​ຂໍ​ຮຽກຮ້ອງ​ໃຫ້​ເກົາຫຼີ​ເໜືອ ລະ​ເວັ້ນຈາກກິດຈະການ​ລູກ​ສອນ​ໄຟ​ໃດໆ​ຕື່ມ​ອີກ ​ແລະ​ຈະນຳໃຊ້​ທຸກ​ມາດ​ຕະການ​ທີ່​ຈຳ​ເປັນ ​ເພື່ອ​ຮັບ​ມື​ກັບ​ສະຖານະ​ການ ທີ່ອາດ​ຈະ​ມີ​ຂຶ້ນ” ​ນັ້ນ​ແມ່ນ​ຄຳ​ເວົ້າ​ຂອງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຍີ່ປຸ່ນ ນາຍພົນ​ Nakatani.

​ການຕິດຕັ້ງລະບົບປ້ອງ​ກັນ​ລູກ​ສອນໄຟ ທີ່​ຍິງ​ມາໃນ​ລະດັບ​ສູງ (THAAD) ທີ່ ຕ້ານຢັນລູກສອນໄຟ ທີ່ໄດ້ທົດລອງຍິງ, ພາບທີ່ບໍ່ລົງວັນທີ ຈາກກະຊວງການຕ່າງປະເທດ.
​ການຕິດຕັ້ງລະບົບປ້ອງ​ກັນ​ລູກ​ສອນໄຟ ທີ່​ຍິງ​ມາໃນ​ລະດັບ​ສູງ (THAAD) ທີ່ ຕ້ານຢັນລູກສອນໄຟ ທີ່ໄດ້ທົດລອງຍິງ, ພາບທີ່ບໍ່ລົງວັນທີ ຈາກກະຊວງການຕ່າງປະເທດ.

ກອງ​ບັນຊາ​ການ ປ້ອງ​ກັນ​ທາງ​ອາກາດ ​ຂອງ​ອາ​ເມຣິກາ​ເໜືອ ຫຼື NORAD ລົງ​ຄວາມ​ເຫັນ ວ່າ ການທົດ​ລອງ​ລູກ​ສອນ​ໄຟຂອງ​ເກົາຫຼີ​ເໜືອ ບໍ່​ໄດ້​ເປັນໄພ​ຂົ່ມຂູ່​ຕໍ່​ອາ​ເມຣິກາ​ເໜືອ.

ຫວ່າງ​ມໍ່ໆ​ມາ​ນີ້ ສະຫະລັດ ​ແລະ​ເກົາຫຼີ​ໃຕ້ ​ໄດ້​ຕົກລົງ​ທີ່​ຈະຕິດຕັ້ງລະບົບ​ປ້ອງ​ກັນລູກ​ສອນໄຟ ທີ່​ຍິງ​ມາໃນ​ລະດັບ​ສູງ ຫຼື THAAD ​ເພື່ອ​ປ້ອງ​ກັນ ຕໍ່​ຄວາມ​ສາມາດ​ໃນ​ການ​ໂຈມ​ຕີ​ທີ່​ມີເພີ້​ມຂຶ້ນ​ຂອງໂຄງການ​ນິວ​ເຄລຍ ​ແລະລູກ​ສອງ​ໄຟຂອງ​ເກົາຫຼີ​ເໜືອ.

ຊາຍຊາວເກົາຫຼີໃຕ້ ເລິ່ງໂທລະພາບ ທີ່ສະແດງໃຫ້ເຫັນເຖິງການທົດລອງຍິງລູກສອນໄຟ ທີ່ນຳອອກເຜີຍແຜ່ໃນໜັງສືພິມ Rodong Sinmun ໃນ Seoul, ເກົາຫຼີໃຕ້, 9 ພຶດສະພາ, 2016.
ຊາຍຊາວເກົາຫຼີໃຕ້ ເລິ່ງໂທລະພາບ ທີ່ສະແດງໃຫ້ເຫັນເຖິງການທົດລອງຍິງລູກສອນໄຟ ທີ່ນຳອອກເຜີຍແຜ່ໃນໜັງສືພິມ Rodong Sinmun ໃນ Seoul, ເກົາຫຼີໃຕ້, 9 ພຶດສະພາ, 2016.

​ໃນ​ວັນ​ທີ 11 ກໍລະກົດ ທີ່​ຜ່ານ​ມາ​ນີ້ ເກົາຫຼີ​ເໜືອ ​ໄດ້ຂົ່ມຂູ່​ທີ່​ຈະ​ທຳ​ການ​ໂຈມ​ຕີ​ເພື່ອ​ເປັນ​ການ​ຕອບ​ໂຕ້ ​ຕໍ່ການ​ຕິດ​ຕັ້ງ​ລະບົບ​ປ້ອງ​ກັນ​ລູກ​ສອນໄຟ THAAD ​ໂດຍ​ຈະ​ເຮັດ​ໃຫ້​ເກົາຫຼີ​ໃຕ້ “ກາຍເປັນ​ທະ​ເລ​ໄຟ ​ແລະ​ກອງ​ຂີ້​ເທົ່າ.”

ທ່ານ Jeon Ha-gyu ​ໂຄສົກ​ຂອງ​ການປະທານ​ເສ​ນາ​ທິການ​ຮ່ວມ ຂອງ​ກອງທັບເກົາຫຼີໃຕ້ ​ໄດ້​ ກ່າວເຖິງ​ການ​ທົດ​ລອງ​ລູກ​ສອນ​ໄຟ ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ​ແມ່ນ​ໝາຍ​ຄວາມ​ວ່າ ເປັນ​ການ​ສືບ​ຕໍ່ໃນ​ການຂົ່ມຂູ່​ເພີ້ມຕື່ມ​ຂອງ​ເກົາຫຼີ​ເໜືອ.

​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG