ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ເກົາຫຼີເໜືອ ຖອນຄຳເຊື້ອເຊີນ ໃຫ້ທູດພິເສດ ສ​ຫລ ໄປຢ້ຽມ (ວີ​ດີ​ໂອ)


ຮູບທ່ານ Kenneth Bae ທີ່ໜັງສືພິມ Choson Sinbo ຂອງຍີ່ປຸ່ນ ພິມເຜີຍແຜ່ ຊຶ່ງຜູ້ກ່ຽວກຳລັງເຮັດວຽກ ໃນຟາມແຫ່ງນຶ່ງ ທີ່ເກົາຫຼີເໜືອ.
ຮູບທ່ານ Kenneth Bae ທີ່ໜັງສືພິມ Choson Sinbo ຂອງຍີ່ປຸ່ນ ພິມເຜີຍແຜ່ ຊຶ່ງຜູ້ກ່ຽວກຳລັງເຮັດວຽກ ໃນຟາມແຫ່ງນຶ່ງ ທີ່ເກົາຫຼີເໜືອ.
ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ກ່າວ​ວ່າ ​ເກົາຫຼີ​ເໜືອ​ໄດ້​ຍົກ​ເລີກ​ຄຳ​
ເຊື້ອ​ເຊີນ​ໃຫ້ ​ ທູດ​ພິ​ເສດສະຫະລັດ​ໄປ​ຢ້ຽມຢາມ ​ເພື່ອ​ທຳ​ການ​
ໂອ້​ລົມ​ສົນທະນາ​ກັນ ​ເລື້ອງ​ການປ່ອຍ​ໂຕທ່ານ Kenneth Bae
ຜູ້​ເຜີຍ​ແຜ່​ສາສະໜາ​ອາ​ເມຣິກັນ​ທີ່​ກຳລັງ​ຖືກ​ກັກ​ຂັງ​ຢູ່ໃນເກົາຫຼີ​
ເໜືອ ​ຢູ່​ນັ້ນ.

ໄດ້ມີ​ການ​ຄາດ​ກັນ​ວ່າ ທ່ານ Robert King ນັກ​ຊ່ຽວຊານ​ດ້ານ​
ສິດທິ​ມະນຸດ​ເກົາຫຼີ​ເໜືອ ປະຈຳ​ກະຊວງການ​ຕ່າງປະ​ເທດ​ສະຫະ
ລັດ ​ ຈະ​ໄດ້​ໄປ​ຢ້ຽມ​ຢານ​ເກົາຫຼີ​ເໜືອ​ໃນໄວໆ​ນີ້ ​ແຕ່​ໃນ​ວັນ​ອາທິດ
​ວານ​ນີ້ ​ໄດ້ມີ​ຄຳ​ເວົ້າ​ອອກ​ມາ​ວ່າ ກຸງ​ພຽງ​ຢາງ​ໄດ້​ຖອນ​ຄຳເຊື້ອ​ເຊີນ
​ຂອງ​ຕົນ.

​ເວລາ​ນີ້​ ຍັງ​ບໍ່​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ​ແມ່ນ​ຫຍັງ​ໄດ້​ກະ​ຕຸ້ນ​ໃຫ້​ເກົາ​ຫຼື​ເໜືອ​ທຳ​ການເຄື່ອນ​ໄຫວ​
ດັ່ງກ່າວນີ້. ​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຕ່າງປະເທດ​ສະຫະລັດ​ທ່ານ​ນຶ່ງ​ກ່າວວ່າ ​ເລື້ອງ​ນີ້​ອາດ​ຈະ​ມີ​ສ່ວນ​ພົວພັນກັບ​ການ​ຊ້ອມ​ລົບ​ລະຫວ່າງ​ສະຫະລັດ​ແລະ​ເກົາຫຼີ​ໃຕ້​ ທີ່​ຈະ​ມີ​ຂຶ້ນ​ໃນ​ຕໍ່ໜ້າ​ນີ້.

ແຕ່​ວ່າ ​ເກົາ​ຫຼີ​ເໜືອ​ກໍໄດ້​ຕ້ອນຮັບ​ ຄະນະ​ຜູ້​ແທນ​ອາ​ເມຣິກັນ​ ຈຸນຶ່ງ​ແລ້ວ.

ຄະນະ​ຜູ້​ແທນ​ຈຸ​ນີ້ ​ພາຍ​ໃຕ້​ການ​ນຳພາ​ຂອງ​ທ່ານ Donald Gregg ອະດີດ​ເອກ​ອັກຄະ​ລັດ
ຖະທູດ​ສະຫະລັດ​ປະຈຳ​ກຸງ​ໂຊນ ​ເດີນທາງ​ໄປ​ຮອດ​ກຸງ​ພຽງ​ຢາງໃນ​ວັນ​ຈັນ​ມື້​ນີ້ ຕາມ​ຄຳ​ເຊື້ອ
​ເຊີນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ເກົາຫຼີ​ເໜືອ. ທ່ານ​ນາງ Lynn Turk ອະດີດ​ນັກ​ການ
​ທູດ​ສະຫະລັດ ທີ່​ເຄີຍ​ໄດ້​ທຳ​ການ​ໂອ້​ລົມ​ກັບ​ເກົາຫຼີ​ເໜືອ​ໃນ​ກຸງ​ພຽງ​ຢາງ​ມາ​ກ່ອນ​ໃນ​ຊຸມ​ປີ 1
990 ກ່າວ​ວ່າ ພວກ​ຜູ້​ແທນສະຫະລັດຄະນະ​ນີ້​ໄປ​ຍັງ​ກຸງ​ພຽງ​ຢາງ​ເພື່ອ​ສ້າງ”​ສະພານ​ເຊື່ອມ​ໂຍງ” ລະຫວ່າງ​ປະ​ເທດ​ທັງ​ສອງ. ທັງ​ທ່ານ​ນາງ Turk ​ແລະ​ທ່ານ Gregg ຕ່າງກໍ ​ບໍ່​ໄດ້​ເອີ່ຍ​ເຖິງ​ທ່ານ Kenneth Bae.

ທ່ານ John Kerry ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ​ຈະ​ໄປ​ຢ້ຽມຢາມ​ເກົາຫຼີໃຕ້ ໃນ​ທ້າຍ
ສັບປະດາ​ນີ້ ຊຶ່ງເບິ່ງ​ຄື​ວ່າ​ ​ເລື້ອງ​ບັນຫາ​ກ່ຽວ​ກັບ​ພຽງ​ຢາງ ຈະ​ຄອບ​ງຳ​ການ​ສົນທະ​ນາຫາລື​ກັນ.

​ເກົາຫຼີ​ໃຕ້​ໄດ້​ປະກາດ​ໃຫ້​ຮູ້​ໃນ​ວັນ​ຈັນ​ມື້​ນີ້​ວ່າ ການ​ຊ້ອມ​ລົບ​ຮ່ວມ​ກັບ​ສະຫະລັດ ຈະ​ເລື້​ມຂຶ້ນ​ໃນ​ທ້າຍເດືອນ​ນີ້. ການ​ຊ້ອມ​ລົບ​ດັ່ງກ່າວ​ສາມາດຂົ່ມຂູ່​ຕໍ່​ການເຕົ້າ​ໂຮມ​ກັນ​ຄືນ​ຂອງ​ພວກ​ຄອບຄົວ​ເກົາຫຼີ ​ທີ່​ໄດ້​ພັດ​ພາກ​ຈາກ​ກັນ​ຕັ້ງ​ແຕ່​ປາງ​ສົງຄາມ​ເກົາຫຼີ​ ໃນ​ຊຸມ​ປີ 1950 ທີ່​ໄດ້​ວາງ​ແຜນ​ໄວ້ ​ແລະ​ກຳນົດຈະ​ມີ​ຂຶ້ນ​ໃນ​ເດືອນ​ນີ້.

US NoKor 2-9-14
please wait
Embed

No media source currently available

0:00 0:00:51 0:00
XS
SM
MD
LG