ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາ​ຄານ​ ບ້ານພັກ 23 ຊັ້ນ ທີ່​ກຳລັງ​ ກໍ່ສ້າງ​ ຢູ່​ນະຄອນຫຼວງ ພຽງຢາງ ພັງລົງ


ຄອບຄົວຂອງບັນດາຜູ້ໄດ້ຮັບເຄາະຮ້າຍຈາກອາຄານພັງທະລາຍໄດ້ຮັບຟັງການຂໍອະ​ໄພໂທດ​ຕໍ່​ມວນ​ຊົນ​ ຈາກບັນດາເຈົ້າໜ້າ​ທີ່​ລັດຖະບານຂັ້ນສູງ.
ຄອບຄົວຂອງບັນດາຜູ້ໄດ້ຮັບເຄາະຮ້າຍຈາກອາຄານພັງທະລາຍໄດ້ຮັບຟັງການຂໍອະ​ໄພໂທດ​ຕໍ່​ມວນ​ຊົນ​ ຈາກບັນດາເຈົ້າໜ້າ​ທີ່​ລັດຖະບານຂັ້ນສູງ.
ສື່ຂອງ​ລັດຖະບານ​ເກົາຫລີ​ເໜືອ ​ໄດ້ລາຍງານ​ກ່ຽວ​ກັບ​ອາ​ຄານ​
ບ້ານ​ພັກ​ ທີ່​ກຳລັງ​ດຳ​ເນີນ​ ການ​ກໍ່ສ້າງ​ຢູ່​ນັ້ນ ພັງ​ທະລາ​ຍລົງ​
ຢູ່​ນະຄອນຫຼວງ Pyonyang ຊຶ່ງເປັນ​ການ​ເຄື່ອ​ນ​ໄຫວ ທີ່​ບໍ່​ຄ່ອຍ
ໄດ້ເຫັນກັນມາ​ກ່ອນ​.

​ອົງການຂ່າວ ສູນ​ກາງ​ຂອງທາງການເກົາຫລີເໜືອ ​ຫລື KCNA
ໄດ້ລາຍ​ງານ​ໃນ​ວັນ​ອາທິດ​ມື້​ນີ້​ ວ່າ ອາຄານ 23 ຊັ້ນ ທີ່​ມີປະຊາຊົນ
ເກືອບ 100 ​ຄອບຄົວເຂົ້າ​ໄປ​ອາ​ໄສ​ຢູ່​ແລ້ວນັ້ນ ​ໄດ້ພັງ​ທະລາ​ຍລົງ
​ ໃນວັນ​ອັງຄານ​ຜ່ານ​ມານີ້. ອົງການ​ KCNA ບໍ່​ໄດ້​ແຈ້ງໃຫ້ຊາບ​
ກ່ຽວ​ກັບ ຕົວ​ເລກ​ຂອງ​ຜູ້​ເສຍ​ຊີວິດ ຫຼືລາຍ​ລະ​ອຽດຕ່າງໆ ​ກ່ຽວ​ກັບ
​ການ​ພັງ​ທະລາຍຂອງ​ອາຄານ​ຫລັງນີ້ ພຽງ​ແຕ່​ກ່າວ​ວ່າ ການ​ກໍ່ສ້າງ​ບໍ່​ໄດ້​ມາດຕາ​ຖານ ​ແລະ​ເຈົ້າໜ້າ​ທີ່ ​ຮັ​ບຜິດ​ຊອບ ​ແລະຄວບຄຸມການ​ກໍ່ສ້າງ “ປະຕິບັດ​ໜ້າ​ທີ່​ ແບບຂາດ​ຕົກ​ບົກພ່ອງ ບໍ່ມີຄວາມຮັບຜິດຊອບ.”

​ເຈົ້າໜ້າ​ທີ່​ເກົາຫຼີ​ໃຕ້ ທີ່ຂໍສະຫງວນ​ຊື່ ກ່າວ​ວ່າ ມັນ​ເປັນເລື່ອງທຳ​ມະ​ດາ ທີ່ບັນດາຄອບຄົວ​
ສາມາດ​ເຂົ້າ​ໄປ​ອາ​ໄສ​ ຢູ່​ໃນ​ອາຄານ​ທີ່​ຍັງ​ບໍ່​ທັນ​ສຳ​ເລັດ​ ກາ​ນກໍ່​ສ້າງເທື່ອ. ທ່ານເວົ້າວ່າ​ອາດ​ມີ​ຜູ້​ເສຍ​ຊີວິດຫຼາຍຮ້ອຍ​ຄົນ.

ອົງການຂ່າວຂອງເກົາຫລີເໜືອ ຍັງ​ໄດ້​ລາຍ​ງານ​ຢ່າງຍືດຍາວ ກ່ຽວກັບ ການຂໍອະ​ໄພ
ໂທດ​ຕໍ່​ມວນ​ຊົນ​ ໂດຍ​ບັນດາເຈົ້າໜ້າ​ທີ່​ ລັດຖະບານຂັ້ນສູງ ​ທີ່ເອີ້ນເຫດຮ້າຍນີ້ວ່າ​ “​ເປັນອຸປະຕິ​ເຫດ​ທີ່​ບໍ່​ຄາດ​ຝັນ.”
XS
SM
MD
LG