ອົງການຂ່າວທາງການເກົາຫລີເໜືອ ກ່າວວ່າ 48 ຄົນໄດ້ເສຍ
ຊີວິດ ແລະຫລາຍຄົນຍັງຫາຍສາບສູນ ຫລັງຈາກລົມໄຕ້ຝຸ່ນ
ບໍລະເວນ ໄດ້ຖະຫລົ່ມຝັ່ງທະເລພາກຕາເວັນຕົກຂອງເກົາຫລີ
ເໜືອ ໃນອາທິດແລ້ວນີ້.
ອົງການຂ່າວສູນກາງເກົາຫລີເໜືອ ຍັງໄດ້ລາຍງານ ໃນວັນຈັນ
ວານນີ້ວ່າ ປະມານ 50 ຄົນໄດ້ຮັບບາດເຈັບ ຈາກລົມພາຍຸແຮງຫົວນີ້.
ລາຍງານກ່າວວ່າ ລົມໄຕ້ຝຸ່ນຍັງເຮັດໃຫ້ 21,000 ພັນຄົນບໍ່ມີທີ່ຢູ່ອາໄສ ແລະມັນໄດ້ທໍາລາຍຜົນປູກຫລາຍກວ່າ 50,000 ເຮັກຕາ. ລາຍງານກ່າວວ່າ ລົມໄຕ້ຝຸ່ນໄດ້ສ້າງຄວາມເສຍຫາຍ ຫລືທໍາລາຍປະມານ 880 ໂຮງງານຕ່າງໆ ແລະຕຶກອາຄານສາທາລະນະ
ທັງຫລາຍ ຮວມທັງໂຮງຮຽນຫລາຍສິບຫລັງ ແລະຄລິນິກຕ່າງໆນຳດ້ວຍ.
ລົມໄຕ້ຝຸ່ນຫົວນີ້ໄດ້ພັດຖະຫຼົ່ມຝັ່ງທະເລເກົາຫລີເໜືອ ໃນວັນອັງຄານ ແລະວັນພຸດແລ້ວນີ້ ຫລັງຈາກມັນໄດ້ພັດຜ່ານຍີ່ປຸ່ນ ແລະສ່ວນນຶ່ງຂອງຈີນ. ຮູບພາບວີດີໂອ ໄດ້ສະແດງໃຫ້ເຫັນຕົ້ນໄມ້ທັງຫລາຍກົ່ນ ທໍາລາຍຫລັງຄາເຮືອນ ແລະເຮັດໃຫ້ສາຍໄຟຂາດ.
ໃນຕົ້ນປີນີ້ ບາງພາກສ່ວນຂອງເກົາຫລີເໜືອ ໄດ້ຖືກນໍ້າຖ້ວມ ຫລັງຈາກມີຝົນຕົກໜັກໃນເດືອນກໍລະກົດ ແລະຕົ້ນເຄິ່ງທຳອິດຂອງເດືອນສີງຫາ. ແຕ່ຢູ່ໃນຂົງເຂດອື່ນໆນັ້ນ ຊໍ້າພັດໄດ້ປະສົບກັບໄພແຫ້ງແລ້ງ.