ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ມີລາຍງານ​ວ່າ ໄດ້ສວຍໃຊ້ເຫດໂສກ​ນາດ​ຕະ​ກຳ​ໃນງານ​ບຸນ​ຮາ​ໂລ​ວີນ ຢູ່​ຄຸ້ມ​ອີ​ແຕວອນ ເຂົ້າໃນ​ການ​ພະ​ຍາ​ຍາມລັກເຈາະຂໍ້ມູນ


​ທຸງ​ຊາດ​ເກົາຫຼີ​ໃຕ້ຖືກ​ຊັກ​ລົງ​ມາ​ຢູ່​ເຄິ່ງ​ເສົາໃນ​ເຂດ​ຄຸ້​ມ​ຂອງ​ຫ້ອງ​ການ​ລັດ​ຖະ​ບານເພື່ອ​ໄວ້​ອາ​ໄລ​ແກ່​ພວກ​ເຄາະ​ຮ້າຍຈາກ​ເຫດ​ການ​ຢຽບ​ກັນ​ຕາຍໃນ​ງານ​ບຸນ​ຮາ​ໂລ​ວີນທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ສູງ​ຢູ່ໃນ​ເຂດ Itaewon ຂອງ​ນະ​ຄອນ​ຫລວງ​ໂຊ​ລ, ວັນ​ທີ 30 ຕຸ​ລາ, 2022.
​ທຸງ​ຊາດ​ເກົາຫຼີ​ໃຕ້ຖືກ​ຊັກ​ລົງ​ມາ​ຢູ່​ເຄິ່ງ​ເສົາໃນ​ເຂດ​ຄຸ້​ມ​ຂອງ​ຫ້ອງ​ການ​ລັດ​ຖະ​ບານເພື່ອ​ໄວ້​ອາ​ໄລ​ແກ່​ພວກ​ເຄາະ​ຮ້າຍຈາກ​ເຫດ​ການ​ຢຽບ​ກັນ​ຕາຍໃນ​ງານ​ບຸນ​ຮາ​ໂລ​ວີນທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ສູງ​ຢູ່ໃນ​ເຂດ Itaewon ຂອງ​ນະ​ຄອນ​ຫລວງ​ໂຊ​ລ, ວັນ​ທີ 30 ຕຸ​ລາ, 2022.

ພວກແຮັກເກີ ຫລື ​ນັກ​ລັກ​ເຈາະ​ຂໍ້​ມູນເກົາຫຼີເໜືອໄດ້ສວຍໃຊ້ຄວາມ​ສົນ​ໃຈຂອງ ສາທາລະນະຊົນໃນ​ເຫດ​ການເພີ່ມຂຶ້ນຂອງຝູງຊົນໃນ​ຄຸ້ມອີແຕວອນ (Itaewon) ທີ່​ເປັນ​ໂສກ​ນາດ​ຕະ​ກຳ​ເກີດ​ຂຶ້ນໃນເດືອນຕຸລາຜ່ານ​ມາ ເພື່ອແນໃສ່ຊາວເກົາຫຼີໃຕ້ໂດຍ​ໃຊ້ໂ​ປ​ຣ​ແກ​ຣມ​ທຳ​ລາຍ​ລະ​ບົບ​ຄອມ​ພິວ​ເຕີ ຫລືມາລ​ແວຣ໌ (malware), ອີງ​ຕາມນັກຄົ້ນຄວ້າດ້ານຄວາມປອດໄພທາງອິນເຕີແນັດຂອງກູ​ໂກ (Google) ກ່າວໃນວັນພຸດວານນີ້.

ແຮກເກີ​ຊາວເກົາຫຼີເໜືອໄດ້ສົ່ງໄຟລ໌ເອກະສານທາງ​ອີ​ເລັກ​ໂຕ​ຣ​ນິກໃນ​ຮູບ​ແບບ​ຂອງໄມ​ໂຄ​ຣ​ຊອ​ຟ​ ເວີດ (Microsoft Word) ທີ່ມີ​ບັນ​ຫາ ແລະເບິ່ງຄືວ່າເປັນບົດຖະແຫຼງຂ່າວ ຢ່າງເປັນທາງການຈາກກະຊວງພາຍໃນແລະຄວາມປອດໄພຂອງເກົາຫຼີໃຕ້ໄປ​ໃຫ້​ຫລາຍໆຄົນ, ອີງຕາມການບົດ​ຄວາມ​ທີ່​ຂຽນ​ລົງ​ໃນ​ອິ​ເຕີ​ແນັດ ໂດຍກຸ່ມການວິເຄາະໄພຂົ່ມຂູ່ຂອງ Google ທີ່​ເພັ່ງ​ເລັງໃສ່ການໂຈມຕີທາງອິນເຕີແນັດທີ່ສະຫນັບສະຫນູນໂດຍລັດຖະບານ.

ເມື່ອເປີດແລ້ວ, ເອກະສານຈະດາວໂຫລດໄຟລ໌ອັນອື່ນອີກທີ່ຈະພະຍາຍາມໃຊ້ ມາລ​ແວຣ໌ (malware) ໃສ່ອຸປະກອນຂອງຜູ້ໃຊ້ນັ້ນ.

ເອກະສານດັ່ງກ່າວອາ​ໄສຈຸດອ່ອນໃນເວັບ​ໄຊ​ທ໌​ຫລັກ​ທີ່​ໃຊ້​ຊອກ​ຫາຂໍ້​ມູນ ຫລື web browser Internet Explorer ເພື່ອ​ເຮັດ​ວຽກ​ນີ້ ຊຶ່ງ​ເປັນການໂຈມຕີທີ່ ເອີ້ນວ່າ zero-day vulnerability ຫລື ຈຸດອ່ອນແບບບໍ່​ມີ​ວັນໃດ, ອີງ​ຕາມບົດຄວາມຂອງ Google(the Google blog post said.) ໃນການໂຈມຕີແບບບໍ່ມີວັນ ຫລື zero-day ນັ້ນ​ພວກ ແຮັກເກີໃຊ້ຂໍ້ບົກພ່ອງ ທີ່ບໍ່ລະບຸຕົວຕົນ ເພື່ອເຂົ້າເຖິງລະບົບຄອມພິວເຕີ.

"ພວກເຮົາໃຫ້ເຫດຜົນວ່າການເຄື່ອນໄຫວນີ້ ແມ່ນເປັນຂອງກຸ່ມນັກເຄື່ອນ​ໄຫວທີ່ ສະໜັບສະໜູນລັດຖະບານເກົາຫຼີເໜືອ ທີ່ຮູ້ຈັກກັນໃນນາມ APT37," ນັ້ນ​ຄື​ຂໍ້​ຄວາມ​ຂອງ Google ທີ່ກ່າວຕື່ມອີກວ່າ ກຸ່ມດັ່ງກ່າວໄດ້ທຳການໂຈມຕີ ທີ່ຄ້າຍ ຄືກັນນີ້ໃນເມື່ອກ່ອນ.

ຢ່າງ​ໜ້ອຍ 158 ຄົນ​ເສຍ​ຊີ​ວິດ​ໃນເຫດ​ການ​ເພີ່ມ​ຂຶ້ນ​ຂອງ​ຝູງ​ຊົນ ເຊິ່ງ​ເກີດ​ຂຶ້ນ​ໃນ​ເວ​ລາ​ທີ່​ຜູ້​ໄປ​ງານບຸນຮາ​ໂລ​ວີນ (Halloween) ໄດ້​ຖືກຕິດຄ້າງ ​ຢູ່​ໃນ​ຮ່ອມ​ແຄບໆ​ໃນ​ຄຸ້ມອີແຕວອນ (Itaewon) ຂອງນະ​ຄອນຫຼວງ​ໂຊ​ລ ​ເມື່ອ​ວັນ​ທີ 29 ຕຸ​ລາ.

ລັດຖະບານຂອງເກົາຫຼີເໜືອ ບໍ່ເຄີຍສະແດງຄວາມເສຍໃຈຕໍ່ເຫດການດັ່ງກ່າວ. ກົງ​ກັນ​ຂ້າມ ເກົາຫຼີເໜືອໄດ້ລະ​ດົມຍິງລູກສອນໄຟຂີປະນາວຸດ ແບບບໍ່ເຄີຍ ມີມາກ່ອນ, ລວມທັງມີບາງລູກທີ່ຕົກລົງໃກ້ຊາຍຝັ່ງຂອງເກົາຫຼີໃຕ້, ໃນໄລຍະທີ່​ມີ ການໄວ້ອາໄລຂອງຊາດ.

​ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG