ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອ ສັບປ່ຽນ ຜູ້ບັນຊາການ ກທ ກະຫາຍ ສົງຄາມ


ແຜນທີ່ ເກົາຫລີເໜືອ
ແຜນທີ່ ເກົາຫລີເໜືອ
ສື່​ມວນ​ຊົນ​ລັດ ​ເກົາຫລີ​ເໜືອ ​ໄດ້​ຢືນຢັນວ່າ ຜູ້​ບັນຊາ​ການ​ກອງ
ທັບທີ່​ກະຫາຍ​ສົງຄາມຂອງ​ປະ​ເທດ​ໄດ້​ຖືກ​ປົດອອກ​ຈາກ​ໜ້າ​ທີ່
ພຽງບໍ່​ເທົ່າ​ໃດເດືອນ​ທີ່​ທ່ານໄດ້ຖືກ​ແຕ່ງຕັ້ງ​ໃຫ້​ເຂົ້າ​ຮັບ​ຕຳ​ແໜ່​ງ
ດັ່ງກ່າວ.

ນັບ​ແຕ່​ເດືອນ​ສິງຫາ​ເປັນ​ຕົ້ນ​ມາ ​ໄດ້​ມີ​ຂ່າວ​ລື​ວ່າ ຜູ້​ນໍາ​ໜຸ່ມ​ນ້ອຍ
​ເກົາຫລີ​ເໜືອ ທ່ານ Kim Jong Un ​ໄດ້​ປົດ ເສນາ​ທິການ​ຂອງ
ກອງ​ທັບ ນາຍ​ພົນ Kim Kyok Sik ອອກ​ຈາກ​ຕຳ​ແໜ່​ງ.

​ໃນ​ວັນ​ພະຫັດ​ມື້​ນີ້ ອົງການ​ຂ່າວສູນ​ກາງ​ຂອງເກົາຫລີ​ເໜືອ ໃຫ້
ການ​ຢືນຢັນ​ກ່ຽວກັບການເຄື່ອນ​ໄຫວ​ນີ້ ​ແລະ​ກ່າວ​ເຖິງ ທ່ານ Ri
Yong Gil ​ເປັນ​ຜູ້​ບັນຊາ​ການ ກອງທັບທີ່​ໄດ້​ຕິດຕາ​ມ ທ່ານ Kim ໄປ​ຢ້ຽມຢາມ​ຢ່າງ​ເປັນ​ທາງ​ການ ອະນຸສອນສະຖານ ທີ່​ສໍາຄັນແຫ່ງນຶ່ງ.

ມີ​ລາຍ​ລະອຽດ​ແຕ່​ພຽງ​ເລັກ​ນ້ອຍ​ກ່ຽວ​ກັບ ທ່ານ Ri ຍົກ​ເວັ້ນ​ແຕ່​ວ່າ ທ່ານເປັນ ນາຍ​ພົນ​ສາມ
​ດາວ ຊຶ່ງແຕ່​ກ່ອນ​ໄດ້​ເປັນ​ຜູ້​ຊ່ວຍ​ນາຍ​ທະຫານ​ຂັ້ນສູງ​ໃນ​ການວາງ ​ແຜນ​ຝ່າຍ​ປະຕິບັດ​ງານ​
ຂອງ​ກອງທັບ​ເກົາຫຼີ​ເໜືອ.

ຜູ້​ບັນຊາ​ການກອງທັບ​ຄົນ​ກ່ອນ ທ່ານ Kim Kyok Sik ແມ່ນ​ອະດີດ​ນາຍ​ທະຫານ ຊຶ່ງ​ໄດ້​ຖືກມອບ​ໝາຍ​ໜ້າ​ທີ່​ເປັນ​ຜູ້​ບັນຊາ​ການ​ກອງທັບ​ໃນ​ເດືອນພຶດສະພາ. ​ເປັນ​ທີ່​ເຊື່ອ​ກັນ​ວ່າ ທ່ານ​ມີ​ບົດບາດ​ໃນ​ການ​ໂຈມ​ຕີ ​ເມື່ອ​ປີ 2010 ທີ່​ເຮັດ​ໃຫ້ຊາວ ​ເກົາຫລີ​ໃຕ້ 50 ຄົນ​ເສ​ຍຊີວິດ.

ທ່ານ Kim Jong Un ​ໄດ້​ສັບ​ປ່ຽນ ນາຍ​ພົນທະຫານຊັ້ນ​ສູງຫລາຍ​ຄົນ ​ແລະ​ບັນດາເຈົ້າ​ໜ້າ​
ທີ່​ລັດຖະບານ ນັບຕັ້ງ​ແຕ່ທ່ານ​ໄດ້​ເຂົ້າ​ກໍາ​ອໍານາດ ຫລັງ​ຈາກ​ການ ​ເຖິງ​ແກ່​ອະສັນ​ຍະ​ກຳຂອງ
ບິດາທ່ານ ຄື​ທ່ານ Kim Jong Il ​ໃນ​ທ້າຍ​ປີ 2011.

ບັນດາ​ນັກວິໄຈ ກ່າວ​ວ່າ ການ​ສັບ​ປ່ຽນທີ່​ວ່າ​ນີ້ ອາດ​ຈະ​ມີ​ຄວາມ​ໝາຍ ສະ​ແດງ​ໃຫ້​ເຫັນວ່າ
ທ່ານໄດ້​ເຂົ້າກຳ​ກອງທັບຂອງປະ​ເທດທີ່​ມີ​ທະຫານ 1 ລ້ານ 2 ​ແສນ ​ຄົນນັ້ນຢ່າງຄັກ​ແນ່​ແລ້ວ.

​ບົດ​ຂຽນຂອງສູນອົງ​ການ​ຂ່າວ KCNA ຂອງ​ເກົາຫລີ​ເໜືອ ​ໄດ້​ບັນທຶກການ​ຢ້ຽມຢາມ​ຂອງ​ທ່ານ Kim ທີ່ທຳນຽບ Kumsusan ​ໃນ​ກຸງ​ພຽງ​ຢາງ ບ່ອນ​ທີ່ສົບ​ຂອງ ບິດາ​ ​ແລະ​ປູ່ຂອງ​ທ່ານ ວາງສະ​ແດງ​ໄວ້ນັ້ນ. ວັນ​ພະຫັດ​ມື້​ນີ້ ​ເປັນ​ວັນ​ຄົບຮອບ ການ​ສ້າງ​ຕັ້ງ​ພັກແຮງ​ງານ​ ຂອງ​ເກົາຫລີ​ເໜືອ.
XS
SM
MD
LG