ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາຫຼີໃຕ້ ກ່າວວ່າ ຊາວເກົາຫຼີເໜືອ 13 ຄົນ ໂຕນໜີ ໄປໂຊລ


ຜູ້ຊາຍຄົນນຶ່ງ ຍ່າງກາຍຮ້ານອາຫານ ທີ່ເກົາຫຼີເໜືອ ເປັນເຈົ້າຂອງ ທີ່ນະຄອນຫຼວງປັກກິ່ງ ຂອງຈີນ.
ຜູ້ຊາຍຄົນນຶ່ງ ຍ່າງກາຍຮ້ານອາຫານ ທີ່ເກົາຫຼີເໜືອ ເປັນເຈົ້າຂອງ ທີ່ນະຄອນຫຼວງປັກກິ່ງ ຂອງຈີນ.

ເກົາຫຼີ​ໃຕ້​ກ່າວ​ວ່າ ຊາວ​ເກົາຫຼີ​ເໜືອ 13 ຄົນ ​ໄດ້​ໂຕນ​ໜີ​ໄປ​ເກົາຫຼີ​ໃຕ້ ​ຫລັງ​ຈາກໄດ້​ໄປ​ເຮັດ​ວຽກ​ຢູ່​ຮ້ານ​ອາຫານ​ແຫ່ງ​ນຶ່ງ​ໃນ​ຕ່າງປະ​ເທດ.

ທ່ານ Jeong Joon-hee ​ໂຄສົກ​ກະຊວງ​ທ້ອນ​ໂຮມ​ຊາດ​ຂອງ​ເກົາຫຼີ​ໃຕ້​ກ່າວ​ວ່າ ຊາວ​ເກົາ ຫລີ​ເໜືອ ທີ່​ໄປ​ເຮັດ​ວຽກ​ຢູ່​ຮ້ານ​ອາຫານ ໃນ​ຕ່າງປະ​ເທດ ​ເຄີຍໂຕນ​ໜີ​ມາ​ກ່ອນ ​ແຕ່​ບໍ່ແມ່ນ ພ້ອມກັນ​ຫລາຍ​ຄົນ​ຈາກ​ຮ້ານ​ອາຫານ​ແຫ່ງ​ດຽວ​ກັນ.

ທ່ານ​ກ່າວ​ວ່າ ຊາວ​ເກົາຫຼີ​ເໜືອ​ຈຸນີ້ ທີ່ປະກອບ​ດ້ວຍ​ຜູ້​ຊາຍ​ຄົນ​ນຶ່ງ ​ແລະ​ແມ່ຍິງ 12 ຄົນ​ໄດ້​ເດີນທາງ​ໄປ​ເຖິງ​ເກົາຫຼີ​ໃຕ້​ໃນ​ວັນ​ສຸກ​ມື້ນີ້. ທ່ານ​ບໍ່​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ​ຊາວ​ເກົາຫຼີ​ເໜືອ​ເຮັດ​ວຽກ​ຢູ່​ປະ​ເທດ​ໃດ.

​ເກົາຫຼີ​ເໜືອມັກ​ຖິ້ມ​ໂທດ​ໃສ່​ເກົາຫຼີ​ໃຕ້​ຢູ່​ເລື້ອຍໆ ກ່ຽວ​ກັບ​ການ​ຊັກ​ຊວນ​ໃຫ້​ຊາວ​ເກົາຫຼີ​ເໜືອ​ໂຕນ​ໜີ.

​ໃນ​ຕອນ​ເຊົ້າຂອງ​ວັນ​ສຸກ​ມື້ນີ້ ​ເກົາຫຼີ​ເໜືອ​ໄດ້​ກ່າວ​ໂຈມ​ຕີ​ ປະທານາທິບໍດີ​ເກົາຫຼີ​ໃຕ້ ທ່ານ​ນາງ Park Geuen-hye ​ເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່​ການ​ເຂົ້າຮ່ວມໃນ​ກອງສຸດ​ຍອດ​ນິວ​
ເຄລຍທີ່​ສະຫະລັດ​ເປັນ​ເຈົ້າພາບ​ ຢູ່​ທີ່​ນະຄອນຫຼວງວໍ​ຊິງ​ຕັນຂອງ​ທ່ານ​ນາງ​.​

​ໂຄສົກ​ຄະນະ​ກຳມະການ​ທ້ອນ​ໂຮມ​ຊາດເກົາຫຼີຢ່າງ​ສັນຕິຂອງ​ພຽງ​ຢາງ​ກ່າວ​ໃນ​ວັນ​ສຸກ​ມື້ ນີ້ວ່າ ທ່ານ​ນາງ Park ​ແມ່ນ​ນາງ​ມານ​ທີ່​ໄຮ້​ການ​ປຽບທຽບ ຶຊຶ່ງ​ໄດ້​ເພີ້ມໄພ​ອັນຕະລາຍ ໃນ​ການ​ທີ່ຈະ​ເກີດ​ສົງຄາມຢູ່​ໃນ​ແຫລມ​ເກົາຫຼີ.

ທ່ານນາງ Park Soo-jin ຮອງ​ໂຄສົກ​ຂອງ​ກະຊວງ​ທ້ອນ​ໂຮມ​ຊາດ​ເກົາຫລີ​ໃຕ້​ກ່າວ​ວ່າ ລັດຖະບານ​ເກົາຫຼີ​ໃຕ້ ​ໄດ້​ຕອບ​ໂຕ້​ຢ່າງ​ແຮງ ​ໂດຍ​ເຕືອນ​ເກົາຫລີ​ເໜືອກ່ຽວ​ກັບ​ການ​ໃສ່​ຮ້າຍ​ປ້າຍ​ສີ​ພວກ​ຜູ້ນຳ​ຂອງ​ຕົນ.

ເບິ່ງວີດີໂອກ່ຽວຂ້ອງ:

Korea Tensions
please wait
Embed

No media source currently available

0:00 0:01:08 0:00

XS
SM
MD
LG