ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີ​ເໜືອ ປ່ອຍ​ຕົວ ນັກ​ສຶກ​ສາ ອອ​ສ​ເຕ​ຣ​ເລຍ ຫຼັງ​ຈາກ​ຖືກ​ຈັບ​ ນຶ່ງ​ອາ​ທິດ


ນັກ​ສຶກ​ສາ ອອ​ສ​ເຕ​ຣ​ເລຍ ທ້າວ ອາ​ເລັກ ຊິກລີ, ເດີນ​ທາງ​ຮອດ​ເດີນ​ບິນ ໃນ​ປັກ​ກິ່ງ. 4 ກໍ​ລະ​ກົດ, 2019.
ນັກ​ສຶກ​ສາ ອອ​ສ​ເຕ​ຣ​ເລຍ ທ້າວ ອາ​ເລັກ ຊິກລີ, ເດີນ​ທາງ​ຮອດ​ເດີນ​ບິນ ໃນ​ປັກ​ກິ່ງ. 4 ກໍ​ລະ​ກົດ, 2019.

ນັກ​ຮຽນ​ຊາວ ອອ​ສ​ເຕ​ຣ​ເລຍ ຄົນ​ນຶ່ງ ​ຜູ້​ທີ່​ຖືກ​ຄວບ​ຄຸມ​ຕົວ​ໃນ​ປະ​ເທດ ເກົາຫຼີ​ເໜືອ ດົນ
ກວ່ານຶ່ງອາທິດ ແມ່ນໄດ້ຖືກປ່ອຍຕົວແລ້ວ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ອອ​ສ​ເຕ​ຣ​ເລຍ ທ່ານ ສ​ກັອດ ມໍ​ຣິ​ສ​ສັນ ໄດ້​ກ່າວ​ຕໍ່​ບັນ​ດາ​ສະ​ມາ​ຊິກ​
ສະພາ ໃນລະຫວ່າງກອງປະຊຸມສະພາແຫ່ງຊາດ ໃນວັນພະຫັດມື້ນີ້ວ່າ ທ້າວ ອາເລັກ
ຊິກລີ ໄດ້ຖືກປ່ອຍຕົວ ແລະ “ປອດໄພດີ.”

ທ້າວ ຊິກ​ລີ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ໃນ​ເວ​ລາ​ທີ່​ລາວ​ໄດ້​ເດີນ​ທາງ​ຮອດ​ເດີນ​ບິນ​ຂອງ
ປັກກິ່ງ ໃນຕອນເຊົ້າວັນພະຫັດມື້ນີ້, ໃນຂະນະທີ່ບໍ່ໄດ້ຕອບຄຳຖາມກ່ຽວກັບການຖືກ
ກັກຂັງວ່າ “ຂ້າພະເຈົ້າບໍ່ເປັນຫຍັງ, ຂ້າພະເຈົ້າສະບາຍດີ, ສະບາຍດີຫຼາຍ.” ພໍ່ຂອງ
ລາວ ທ່ານ ແກຣີ ໄດ້ກ່າວຕໍ່ບັນດານັກຂ່າວໃນບ້ານເກີດຂອງລາວໃນນະຄອນ ເພີທ໌
ວ່າຫຼັງຈາກນັ້ນທ້າວ ອາເລັກ ຈະເດີນທາງໄປນະຄອນຫຼວງ ໂຕກຽວ ເພື່ອພົບກັບພັນ
ລະຍາຂອງລາວ, ເຊິ່ງແມ່ນຄົນ ຍີ່ປຸ່ນ ນາງ ຢູກະ ໂມຣິນະກະ.

ທ້າວ ຊິກ​ລີ ອາ​ຍຸ 29 ປີ, ນຶ່ງ​ໃນ​ຄົນ​ຕາ​ເວັນ​ຕົກ​ຈຳ​ນວນ​ນ້ອຍ​ທີ່​ອາ​ໄສ ແລະ ຮຽນ​ຢູ່ໃນ​
ນະຄອນຫຼວງ ພຽງຢາງ, ໄດ້ຫາຍສາບສູນໄປໃນວັນທີ 25 ມິຖຸນາທີ່ຜ່ານມາ. ຄອບຄົວ
ຂອງລາວໄດ້ຕື່ນຕົວ ເມື່ອລາວບໍ່ສາມາດທີ່ຈະອັບເດດບັນຊີສື່ສັງຄົມຂອງລາວ, ເຊິ່ງ
ລາວມັກຈະເອົາຮູບ ແລະ ຂຽນຂໍ້ຄວາມ ກ່ຽວກັບຊີວິດປະຈຳວັນ ໃນລະບອບການປົກ
ຄອງທີ່ລຶກລັບນັ້ນ.

ປະ​ເທດ ສວີ​ເດັນ ໄດ້​ນຳ​ເອົາ​ກາ​ນ​ກັກ​ຂັງ ທ້າວ ຊິກ​ລີ ຂຶ້ນ​ຫາ​ບັນ​ດາ​ເຈົ້າ​ໜ້າ​ທີ່ ເກົາຫຼີ
ເໜືອ ໃນວັນພຸດທີ່ຜ່ານມາ, ໃນຂະນະທີ່ລັດຖະບານ ແຄນເບີຣາ ບໍ່ມີສາຍພົວພັນກັບ
ລັດຖະບານ ພຽງຢາງ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ມໍ​ຣິ​ສ​ສັນ ໄດ້​ຂອບ​ໃຈ ສວີ​ເດັນ ສຳ​ລັບ​ການ​ຊ່ວຍ​ເຫຼືອ​ຂອງ​ເຂົາ​
ເຈົ້າໃນການຂໍໃຫ້ປ່ອຍຕົວທ້າວ ຊິກລີ ໃນການປະກາດຂອງທ່ານ. ທ່ານໄດ້ກ່າວຕໍ່
ບັນດານັກການເມືອງວ່າ “ຜົນທີ່ອອກມາໄດ້ສະແດງໃຫ້ເຫັນຄຸນຄ່າຂອງ ວຽກງານຢູ່
ເບື້ອງຫຼັງອັນຮອບຄອບຂອງບັນດາເຈົ້າໜ້າທີ່ ໃນການແກ້ໄຂຄະດີກົງສຸນທີ່ຊັບຊ້ອນ
ແລະ ລະອຽດອ່ອນ ດ້ວຍການຮ່ວມມືຢ່າງໃກ້ຊິດກັບລັດຖະບານປະເທດອື່ນ.”

ອ່ານ​ກ່ຽວ​ກັບ​ຂ່າວນີ້​ຕື່ມ

XS
SM
MD
LG