ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາ​ຫຼີ​ເໜືອ ປະ​ຕິ​ເສດທີ່​ຈະ​ເປີດ​ການ​ເຈ​ລະ​ຈາ​ກັບ​ສະ​ຫະ​ລັດ ໂດ​ຍ​ອ້າງ​ວ່າ ຍ້ອນ 'ນະ​ໂຍ​ບາຍ​ທີ່​ເປັນ​ປໍ​ລະ​ປັກ'


​ແຟ້ມ - ​ຮູບນີ້ ທີ່​ສະ​ໜອງ​ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ເກົາ​ຫຼີ​ໃຕ້ ເຮືອ​ບິນ​ຖິ້ມ​ລະ​ເບີດ B-1B ຂອງກອງ​ທັບ​ອາ​ກາດ​ສະ​ຫະ​ລັດ (ກາງ) ເຮືອ​ບິນ​ລົບ F-22 ແລະ​ເຮືອ​ບິນລົບ F-35 ​ຂອງກອງ​ທັບ​ເກົາ​ຫຼີ​ໃຕ້ (ລຸ່ມ) ພວມ​ບິນ​ຢູ່ ໃນ​ລະ​ຫວ່າງ​ການ​ຊ້ອມ​ລົບ​ທາງ​ອາ​ກາດ ເມື່ອ​ວັນ​ທີ 1 ມັງ​ກອນ 2023.
​ແຟ້ມ - ​ຮູບນີ້ ທີ່​ສະ​ໜອງ​ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ເກົາ​ຫຼີ​ໃຕ້ ເຮືອ​ບິນ​ຖິ້ມ​ລະ​ເບີດ B-1B ຂອງກອງ​ທັບ​ອາ​ກາດ​ສະ​ຫະ​ລັດ (ກາງ) ເຮືອ​ບິນ​ລົບ F-22 ແລະ​ເຮືອ​ບິນລົບ F-35 ​ຂອງກອງ​ທັບ​ເກົາ​ຫຼີ​ໃຕ້ (ລຸ່ມ) ພວມ​ບິນ​ຢູ່ ໃນ​ລະ​ຫວ່າງ​ການ​ຊ້ອມ​ລົບ​ທາງ​ອາ​ກາດ ເມື່ອ​ວັນ​ທີ 1 ມັງ​ກອນ 2023.

ເກົາ​ຫຼີ​ເໜືອ​ໃນ​ວັນ​ພະ​ຫັດ​ວານນີ້ ໄດ້​ປະ​ຕິ​ເສດ​ເຖິງ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ທີ່​ຈະ​ເຈ​ລະ​ຈາ​ກັບ​ສະ​ຫະ​ລັດໂດຍ​ກ່າວ​ຫາ​ວໍ​ຊິງ​ຕັນ​ວ່າ “ເປີດ​ການ​ໂຈມ​ຕີ​ຢ່າງ​ເຕັມ​ອັດ​ຕາ” ທີ່​ຈະ​ຫັນ​ປ່ຽນ​ແຫຼມ​ເກົາ​ຫຼີ​ໃຫ້​ກາຍ​ເປັນ “ສະ​ໜາມ​ລົບ.”

ໃນ​ຖະ​ແຫຼງ​ການ​ທີ່​ພິມ​ເຜີຍ​ແຜ່​ໂດຍ​ສື່ມວນ​ຊົນ​ຂອງ​ທາງ​ການ ກະ​ຊວງ​ການ​ຕ່າງ​ປະ​ເທດ​ເກົາ​ຫຼີ​ເໜືອ​ ໄດ້​ຕໍ່​ວ່າ ກ່ຽວ​ກັບ “ການ​ໃຊ້​ແຜນ​ການ​ປະ​ເຊີນ​ໜ້າ​ທາງ​ທະ​ຫານ​ແບບສ່ຽງ​ອັນ​ຕະ​ລາຍແລະ​ການ​ກະ​ທຳ​ທີ່​ເປັນ​ປໍ​ລະ​ປັກ​ຂອງ​ສະ​ຫະ​ລັດ​ແລະກຳ​ລັງ​ຮັບ​ໃຊ້.”

ຖະ​ແຫຼງ​ການໄດ້​ເຕືອນ​ ໂດຍ​ໃຊ້​ຊື່​ຫຍໍ້​ທີ່ເປັນທາງ​ການ ຂອງເກົາ​ຫຼີ​ເໜືອ ທີ່​ກ່າວ​ວ່າ “ການ​ຂົ່ມ​ຂູ່​ທີ່​ເປັນ​ອັນ​ຕະ​ລາຍ​ຫຼາຍ​ຂຶ້ນ​ສ່ຳ​ໃດ​ຂອງ​ສະ​ຫະ​ລັດຕໍ່ ​ສ​ປ​ປ ເກົາ​ຫຼີຍິ່ງ​ຈະເຮັດໃຫ້ສະ​ຫະ​ລັດ​ປະ​ເຊີນ​ໜ້າ​ກັບ​ຜົນສະ​ທ້ອນໃນ​ທາງ​ກົງ​ກົນ​ຂ້າມ​ຫຼາຍ​ຂຶ້ນ​ເທົ່າ​ນັ້ນ.”

ຖະ​ແຫຼງ​ການ​ມີ​ຂຶ້ນ​ນຶ່ງມື້ ​ຫຼັງ​ຈາກ​ສະ​ຫະ​ລັດແລະ​ເກົາ​ຫຼີ​ໃຕ້ ​ໄດ້​ທຳ​ການ​ຊ້ອມ​ລົບ​ຮ່ວມ​ທາງ​ອາ​ກາດ ທີ່​ມີ​ເຮືອ​ບິນ​ຖິ້ມ​ລະ​ເບີດ​ຍຸດ​ທະ​ສາດ​ໄລ​ຍະ​ໄກ B-1B ​ແລະ​ເຮືອ​ບິນ​ລົບ​ທີ່​ເຣ​ດ້າ​ຈັບ​ບໍ່​ໄດ້​ເຂົ້າ​ໃນ ຢູ່​ໃນ​ເຂດ​ທະ​ເລ​ເຫຼືອງ ທາງ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແຫຼມ​ເກົາ​ຫຼີ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ເກົາ​ຫຼີ​ໃຕ້​ກ່າວ​ວ່າ ການ​ຊ້ອມ​ລົບ​ດັ່ງ​ກ່າວ “ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັ້ງ​ໃຈ​ແລະ​ຄວາມ​ສາ​ມາດ​ຂອງ​ສະ​ຫະ​ລັດ ໃນ​ການ​ທີ່​ຈະ​ສະ​ໜ​ອງ ການ​ສະ​ກັດ​ກັ້ນ​ທີ່​ເຂັ້ມ​ແຂງ​ແລະ​ໜ້າ​ເຊື່ອ​ຖື​ໄດ້ຕ້ານ​ໄພ​ຂົ່ມ​ຂູ່​ຈາກ​ອາ​ວຸດ​ນິວ​ເຄ​ລຍ​ແລະ​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ.

ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ນະ​ຄອນ​ຫຼວງ​ໂຊ​ລ​ເມື່ອ​ຕົ້ນ​ອາ​ທິດ​ນີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ລອຍ ອອ​ສ​ຕິນ​ໄດ້​ປະ​ກາດ​ທີ່​ຈະ​ເພີ້ມ​ການ​ສົ່ງ “ເຮືອ​ບິນ​ຖິ້ິ້ມ​ລະ​ເບີດ​ຍຸດ​ທະ​ສາດ” ຂອງ​ສະ​ຫະ​ລັດ ຊຶ່ງ​ຮວມ​ທັງ​ເຮືອ​ບິນ​ຖິ້ມ​ລະ​ເບີດ​ໄລ​ຍະ​ໄກ ທີ່​ມີ​ຄວາມ​ສາ​ມາດ​ໃນ​ການ​ບັນ​ທຸກ​ອາ​ວຸດ​ນິວ​ເຄ​ລຍ ແລະ​ກຸ່ມ​ໂຈມ​ຕີ​ຂອງ​ກຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ.

ທ່ານອອ​ສ​ຕິນ​ໃຫ້​ການ​ຢືນ​ຢັນ​ວ່າ ປະ​ເທ​ດ​ພັນ​ທະ​ມິດ​ໃນ​ໄວໆ​ນີ້ຈະ​ທຳ​ການໃນ​ອັນທີ່​ເອີ້ນ​ວ່າ ເປັນ​ການຊ້ອມ​ລົບ​ເທິງ​ໜ້າ​ໂຕະ ຊຶ່ງໝາຍ​ຄວາມ​ວ່າ ​ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ສົມ​ມຸດ​ໃນ​ການ​ທີ່​ເກົາ​ຫຼີ​ເໜືອ​ນຳ​ໃຊ້​ອາ​ວຸດ​ນິວ​ເຄ​ລຍ.

ສະ​ຫະ​ລັດ​ແລະ​ເກົາ​ຫຼີ​ໃຕ້​ກ່າວ​ວ່າ ການ​ສະ​ແດງ​ແສນ​ຍາ​ນຸ​ພາບ​ທາງ​ທະ​ຫານ​ເພີ້ມ​ຂຶ້ນ​ຂອງ​ພວກ​ເຂົາ​ເຈົ້າແມ່ນ​ເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່​ການ​ທ້າ​ທາຍ​ເກາະ​ຜິດ​ຂອງ​ເກົາ​ຫຼີ​ເໜືອ ຊຶ່ງ​ໃນ​ຫຼາຍໆ​ດ້ານ​ແລ້ວ ແມ່ນ​ຢູ່​ໃນ​ລະ​ດັບ​ສູງ​ສຸດ​ ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ.

ໃນ​ປີ​ກາຍນີ້ ເກົາ​ຫຼີ​ເໜືອ​ໄດ້​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ ຢ່າງ​ໜ້ອຍ 95 ລູກ​ທີ່​ຫຼາຍ​ເປັນ​ປະ​ຫວັດ​ການ. ​ການ​ຍິງລູກ​ສອນ​ໄຟ​ຈຳ​ນວນ​ນຶ່ງ​ ໄດ້ພາໃຫ້​ມີ​ການ​ເປີດສັນ​ຍານ​ເຕືອນ​ໄພທາງ​ອາ​ກາດ​ແລະ​ສົ່ງ​ປະ​ຊາ​ຊົນ​ໃຫ້​ເຂົ້າ​ໄປ​ຢູ່​ໃນ​ບ່ອນ​ຫຼົບ​ໄພ ຢູ່​ໃນ​ເກົາ​ຫຼີ​ໃຕ້​ ແລະ​ຍີ່​ປຸ່ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG