ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກົາຫຼີເໜືອ ປະຕິເສດ ຂໍ້ສະເໜີ ເປີດການເຈລະຈາ ຂອງ ເກົາຫຼີໃຕ້


ແຜນທີ່ ປະເທດເກົາຫລີເໜືອ ແລະເກົາຫລີໃຕ້
ແຜນທີ່ ປະເທດເກົາຫລີເໜືອ ແລະເກົາຫລີໃຕ້

ເກົາຫລີ​ເໜືອ ​ໄດ້​ປະຕິ​ເສດຕໍ່ຂໍ້​ສະ​ເໜີຂອງເກົາຫລີ​ໃຕ້ ​ເພື່ອ​
ໃຫ້ເປີດການເຈລະ ຈາ​ຂັ້ນ​ສູງຄືນໃໝ່ ​ໂດຍ​ອ້າງ​ເຖິງຄວາມ
​ເປັນ​ຫ່ວງ ​ກ່ຽວ​ກັບ​ໃບ​ປີວ​ຕ້ານ​ພຽງ​ຢາງ ຫວ່າງ​ມໍ່ໆ​ມາ​ນີ້ ທີ່​
ໄດ້​ສົ່ງ​ຂ້າມ​ຊາຍ​ແດນໂດຍ​ບັນດາ​ນັກ​ເຄື່ອນ​ໄຫວ​ເກົາຫລີ​ໃຕ້.

​ເກົາຫລີ​ໃຕ້​ໄດ້​ສະ​ເໜີ​ວ່າ ການເຈລະຈາຂັ້ນ​ສູງ ທີ່​ໄດ້​ຕົກລົງ​
ກັນໃນ​ຕົ້ນ​ເດືອນ​ນີ້ ຄວນຈະ​ຈັດ​ຂື້ນໃນ​ວັນ​ພະຫັດມື້ອື່ນ ຢູ່ທີ່
ບ້ານຊາຍແດນ Panmunjom.

ກະ​ຊວງທ້ອນໂຮ​ມ​ຊາດຂອງ​ເກົາຫຼີໃຕ້ ກ່າວ​ວ່າ ໃນ​ວັນ​ພຸດມື້​
ນີ້ເກົາຫລີ​ເໜືອໄດ້​ຢືນຢັດ​ວ່າການ​ເຈລະຈາ​ບໍ່​ສາມາດ​ຈັດ​ຂື້ນ
​ໄດ້ ຕາບໃດ​ທີ່​ເກົາຫລີ​ໃຕ້ ຍັງບໍ່ສາ ມາດ​ປ້ອງ​ກັນ ​ການ​ສົ່ງໃບປີວເຂົ້າໄປໃນເກົາຫຼີເໜືອ.

​ໂຄສົກກະ​ຊວງທ້ອນໂຮ​ມ​ຊາດ ທ່ານ Lim Byeong-cheol ກ່າວ​ວ່າ ມັນ​ບໍ່ເປັນຈັ່ງໂຊກ​
ທີ່ການ​ເຈລະຈາ​ບໍ່​ສາມາດ​ດຳ​ເນີນ​ຕໍ່ໄປໄປ​ໄດ້ ​ແຕ່ກໍກ່າວ​ວ່າ ​ເກົາຫຼີໃຕ້ບໍ່​ສາມາດ​ຮັບ​ເອົາ
ອັນ​ທີ່​ທ່ານ​ຮ້ອງ​ວ່າ “ການ​ຮຽກຮ້ອງ​ທີ່​ບໍ່​ມີ​ເຫດຜົນ.”

ທ່ານ Lim ເວົ້າວ່າ “ລັດຖະບານ​ຂອງເຮົາ​ອີກ​ຄັ້ງ​ນຶ່ງ ​ຂໍຢ້ຳ​ວ່າ ການ​ສົ່ງ​ໝາກ​ປູມ​ເປົ້າ​ທີ່​ບັນ
​ຈຸ​ໃບ​ປີວນັ້ນ ບໍ່​ສາມາດ​ຄວບ​ຄຸມ​ໄດ້​ ​ໂດຍ​ລັດຖະບານ ພາຍ​ໃຕ້​ລະ ບົບ​ຂອງ​ພວກ​ເຮົາ.”

ບັນດາ​ເຈົ້າ​ໜ້າ​ທີ່ເກົາຫຼີໃຕ້ ​ໂຕ້​ຖຽງ​ວ່າ ຕາມກົດໝາຍແລ້ວ​ ເຂົາ​ເຈົ້າ​ບໍ່​ສາມາດ ປ້ອງ​ກັນ
ບໍ່ໃຫ້ພວກ​ນັກເຄື່ອນໄຫວຊົມໃຊ້​ສິດ​ເສລີພາບ​ຂອງ​ເຂົາ​ເຈົ້າໄດ້.

​ເກົາຫລີ​ເໜືອ ​ໄດ້​ຂົ່ມຂູ່​ຊຳ້ ແລ້ວ​ຊຳ້​ອີກ ທີ່ຈະຍົກເລີກການເຈລະຈາ ​ເພາະເລື້ອງໃບ​ປີວ
ທີ່​ສົ່ງ​ຂ້າມ​ຊາຍ​ແດນ ດ້ວຍ​ໝາກ​ປູມ​ເປົ້າ​ຂະໜາດໃຫຍ່ນັ້ນ.

XS
SM
MD
LG