ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເກົາຫຼີເໜືອ ປະຕິເສດຕໍ່ຂໍ້ສະເໜີ ທີ່ຈະເຈລະຈາ ກັບເກົາຫຼີໃຕ້


ຜູ້ນຳເກົາຫລີເໜືອ ທ່ານ Kim Jong Un ຢືນຍິ້ມໃນ ຂະນະທີ່ ຢ້ຽມຢາມ ນັກບິນຜູ້ຍິງ.
ຜູ້ນຳເກົາຫລີເໜືອ ທ່ານ Kim Jong Un ຢືນຍິ້ມໃນ ຂະນະທີ່ ຢ້ຽມຢາມ ນັກບິນຜູ້ຍິງ.

ບັນດາ​ເຈົ້າ​ໜ້າ​ທີ່​ເກົາຫລີ​ໃຕ້​ ກ່າວ​ວ່າ ​ເກົາຫລີ​ເໜືອໄດ້​ປະຕິ​
ເສດຕໍ່ຂໍ້​ສະ​ເໜີເປີດ ການເຈ​ລະ​ຈາເຕົ້າໂຮມບັນດາ​ຄອບຄົວ
ທີ່​ໄດ້ພັດພາກຈາກ​ກັນ​ ເນື່ອງ​ຈາກ ສົງ​ຄາມ​ເກົາຫລີ ຈົນ​ກວ່າ
ເກົາຫຼີໃຕ້ ຍົກເລີກການ​ລົງ​ໂທດ ​ທີ່​ໄດ້ມີການນຳ​ໃຊ້ ​ໃນ​ປີ
2010.

ກະຊວງທ້ອນໂຮມ​ຊາດ​ເກົາຫລີ​ໃຕ້ ​ໄດ້​ນຳອອກເຜີຍ​ແຜ່ຖະ
​ແຫລ​ງການ ຈາກພຽງ​ຢາງ​ໃນ​ວັນ​ສຸກ​ມື້​ນີ້ ທີ່ກ່າ​ວວ່າ ການ​ເຈ
ລະຈາ ການແລກປ່ຽນ ​ແລະການ​ຕິດ​ຕໍ່ໃດໆກໍຕາມກັບເກົາ
ຫລີ​ໃຕ້ບໍ່​ສາມາດ​ມີຂຶ້ນໄດ້ໂດຍ​ປາດ​ສະ​ຈາກການແກ້​ໄຂ​ບັນ
ຫາ​ການ​ລົງ​ໂທດ. ​ເກົາຫລີ​ເໜືອກ່າວ​ວ່າ ​ເກົາຫຼີ ​ໃຕ້ຕ້ອງ​ຍົກ
ເລີກການ​ລົງ​ໂທດ​ຕ່າງໆຖ້າ​ຫາກ​ວ່າ​ມີ​ຄວາມສົນ​ໃຈໃນການເຈລະຈາ ກ່ຽວ​ກັບດ້ານ​
ມະນຸດສະທຳນີ້.

ການ​ລົງ​ໂທດດັ່ງກ່າວໄດ້ມີຜົນບັງຄັບໃຊ້ໂດຍໂຊລ​ໃນ​ເດືອນ​ພຶດສະພາປີ 2010 ຫລັງ​ຈາກ
ມີການກ່າວຫາວ່າເຮືອ​ດຳ​ນໍ້າເກົາຫລີ​ເໜືອ ໄດ້ຍິງ​ເຮືອ​ລາດ​ຕະ​ເວນເກົາຫລີ​ໃຕ້​ຫລົ້ມ ​ທີ່ເຮັດ
​ໃຫ້​ທະຫານເຮືອ 46 ​ເສຍ​ຊີວິດ. ການ​ລົງ​ໂທດທີ່ວ່ານີ້ ​ໄດ້​ໂຈະເປັນການຊົ່ວຄາວໃນດ້ານ
ການ​ຄ້າ ການ​ລົງທຶນ ການ​ເດີນທາງ ​ແລະ​ໂຄງການ​ຊ່ວຍ​ເຫລືອ​ຕ່າງໆ.

ປະທານາທິບໍດີ​ເກົາຫລີ​ໃຕ້ ທ່ານ​ນາງ Park Geun-hye ​ໄດ້​ຊັກ​ຊວນ​ຄູ່​ຕຳແໜ່​ງຝ່າຍ​ເກົາຫລີ​ເໜືອ ທ່ານ Kim Jong Un ທຳການພົບ​ປະ ກັນ​ໂດຍ​ປາດ​ສະ​ຈາກການວາງ
​ເງື່ອນ​ໄຂລ່ວງໜ້າ​ໃດໆ.

ເບິ່ງວີດີໂອກ່ຽວຂ້ອງ:

S. Korean Businesses Want to End Trade Restrictions With North
please wait

No media source currently available

0:00 0:02:38 0:00

XS
SM
MD
LG