ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກົາຫຼີເໜືອ ປະຕິເສດບໍ່ຮັບຢາວັກຊີນ ໂຄວິດ-19 ໂດຍກ່າວວ່າ ປະເທດທີ່ໄດ້ຮັບຜົນກະທົບຮ້າຍແຮງນັ້ນ ມີຄວາມຕ້ອງການຫຼາຍກວ່າ


ໃນວັນທີ 30 ມິຖຸນາ, ປີ 2021 ນີ້, ພາບຖ່າຍພະນັງງານຂອງໂຮງຮຽນປະຖົມພຽງຢາງ ໝາຍເລກ 4, ທໍາຄວາມສະອາດບໍລິເວນຂັ້ນໄດຂອງໂຮງຮຽນຢູ່ໃນນະຄອນຫລວງພຽງຢາງ, ປະເທດເກົາຫລີເໜືອ.
ໃນວັນທີ 30 ມິຖຸນາ, ປີ 2021 ນີ້, ພາບຖ່າຍພະນັງງານຂອງໂຮງຮຽນປະຖົມພຽງຢາງ ໝາຍເລກ 4, ທໍາຄວາມສະອາດບໍລິເວນຂັ້ນໄດຂອງໂຮງຮຽນຢູ່ໃນນະຄອນຫລວງພຽງຢາງ, ປະເທດເກົາຫລີເໜືອ.

ເກົາຫລີເໜືອ ໄດ້ຮ້ອງຂໍໃຫ້ສົ່ງຢາວັກຊີນປ້ອງກັນໂຄວິດ-19 ຂອງຈີນ 3 ລ້ານໂດສ, ອັນໄດ້ຖືກຈັດສັນປັນສ່ວນ ໄປຍັງບັນດາປະເທດ ທີ່ມີການລະບາດຢ່າງຮຸນແຮງ, ອີງຕາມລາຍງານຂອງອົງການ UNICEF.

“ກະຊວງສາທາລະນະສຸກຂອງສາທະລະນະລັດ ປະຊາທິປະໄຕ ປະຊາຊົນເກົາ ຫລີ (DPRK) ຫລື MOPH ໄດ້ມີການແຈ້ງວ່າ ຢາວັກຊີນຈໍານວນ 2,970,000 ໂດສທີ່ໄດ້ສະເໜີຊ່ວຍເກົາຫລີເໜືອ ໂດຍອົງການ COVAX ນັ້ນສາມາດສົ່ງໄປໃຫ້ບັນດາປະເທດ ທີ່ໄດ້ຮັບຜົນກະທົບຮ້າຍແຮງອື່ນໆໃນການປະເຊີນຄວາມຈໍາກັດ ເພື່ອສະໜອງຢາວັກຊີນໂຄວິດ-19 ຢູ່ໃນທົ່ວໂລກ ແລະການລະບາດທີ່ເພີ້ມຄືນຢູ່ໃນບາງປະເທດ,” ໂຄສົກຂອງອົງການ UNICEF ກ່າວຢູ່ໃນອີເມລ ທີ່ສົ່ງຫາພະແນກຂ່າວ VOA ພາກພາສາເກົາຫລີ ໃນວັນອັງຄານແລ້ວນີ້.

ການສະໜອງຢາວັກຊີນກັນໂຄວິດ-19 ໃນທົ່ວໂລກ ຫລື COVAX ເປັນໂຄງການແຈກຢາຍຢາວັກຊີນລະຫວ່າງປະເທດ ທີ່ກໍາໜົດເປົ້າໝາຍ ໄປຍັງບັນດາປະເທດທີ່ມີລາຍໄດ້ຕໍ່າ. ອົງການ UNICEF ຮັບມາ ແລະແຈກຢາຍຢາວັກຊີນດັ່ງກ່າວສໍາລັບໂຄງການ.

“ກະຊວງສາທາລະນະສຸກຂອງເກົາຫລີເໜືອກ່າວວ່າ ຈະຍັງຄົງສົນທະນາກັບພາກສ່ວນ COVAX ເພື່ອຮັບເອົາຢາວັກຊີນໂຄວິດ-19 ໃນອີກບໍ່ເທົ່າໃດເດືອນຂ້າງໜ້າ,” ທາງໂຄສົກໄດ້ກ່າວຕໍ່ VOA.

ພຽງຢາງບໍ່ໄດ້ມີການລາຍງານຈໍານວນຜູ້ປ່ວຍຕິດໂຄວິດ-19 ນັບຕັ້ງແຕ່ເລີ້ມຕົ້ນການລະບາດຄັ້ງໃຫຍ່ ໃນທ້າຍເດືອນທັນວາປີ 2019. ໃນລາຍງານຫລ້າສຸດທີ່ສົ່ງໄປໃຫ້ອົງການອະນາໄມໂລກຫລື WHO, ເກົາຫລີເໜືອກ່າວວ່າ ໄດ້ທໍາການກວດ 37,291 ຄົນ ສໍາລັບໂຄວິດ-19 ໃນວັນທີ 19 ສິງຫາ ແລະທັງໝົດມີຜົນອອກມາເປັນລົບ.

ອ່ານຂ່າວນີ້ເປັນພາອັງກິດ

XS
SM
MD
LG