ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ປະຕິເສດ ບໍ່ຍອມ ເຈລະຈາ ຍ້ອນ ສຫລ ແລະ ເກົາຫຼີໃຕ້ ຊ້ອມລົບ


ເອກອັກຄະລັດຖະທູດ ເກົາຫຼີເໜືອ ປະຈຳ ສປຊ ທ່ານ Han Tae Song ໃຫ້ສຳພາດ ຕໍ່ອົງການຂ່າວຣອຍເຕີ້ ທີ່ນະຄອນ ເຈນີວາ ປະເທດສວິດເຊີແລນ. (17 ພະຈິກ 2017)
ເອກອັກຄະລັດຖະທູດ ເກົາຫຼີເໜືອ ປະຈຳ ສປຊ ທ່ານ Han Tae Song ໃຫ້ສຳພາດ ຕໍ່ອົງການຂ່າວຣອຍເຕີ້ ທີ່ນະຄອນ ເຈນີວາ ປະເທດສວິດເຊີແລນ. (17 ພະຈິກ 2017)

ເກົາຫຼີເໜືອກ່າວໃນວັນສຸກ ວານນີ້ວ່າ ຕົນຈະບໍ່ເຈລະຈາກັບສະຫະລັດແລະເກົາຫຼີໃຕ້
ກ່ຽວກັບ ໂຄງການອາວຸດນິວເຄລຍຂອງຕົນ ຕາບໃດທີ່ ປະເທດທັງສອງ ຍັງສືບຕໍ່ ທຳ
ການຊ້ອມລົບທາງທະຫານຮ່ວມກັນ.

ເອກອັກຄະລັດຖະທູດເກົາຫຼີເໜືອ ປະຈຳອົງການສະຫະປະຊາຊາດ ທ່ານ Han Tae
Song ກ່າວຕໍ່ອົງການຂ່າວຣອຍເຕີ້ ໃນວັນສຸກວານນີ້ ໃນການໃຫ້ສຳພາດພິເສດທີ່ນະ
ຄອນເຈນີວາວ່າ “ນີ້ແມ່ນການສະກັດກັ້ນ ການສະກັດກັ້ນໃນດ້ານນິວເຄລຍເພື່ອຮັບມື
ກັບໄພຂົ່ມຂູ່ຈາກອາວຸດນິວເຄລຍຂອງອາເມຣິກາ.”

ທ່ານ Han ກ່າວຕື່ມວ່າ “ມີການຊ້ອມລົບທາງທະຫານ ທີ່ຍັງດໍາເນີນຢູ່ຕໍ່ມາ ໃຊ້ອາວຸດ
ນິວເຄລຍພ້ອມໆກັນກັບກຳປັ່ນບັນທຸກເຮືອບິນ ແລະເຮືອບິນຖິ້ມລະເບີດຍຸດທະສາດ ໃນການຊ້ອມລົບທາງທະຫານແບບນີ້ ຕໍ່ປະເທດຂອງຂ້າພະເຈົ້າ.”

ເມື່ອວັນທີ 11 ພະຈິກຜ່ານມາ ສະຫະລັດແລະເກົາຫຼີໃຕ້ ເລີ້ມການຊ້ອມລົບຮ່ວມທາງ
ທະເລເປັນເວລາ 4 ມື້ ໃນເຂດນ່ານນ້ຳ ນອກແຄມຝັ່ງທະເລກໍ້າຕາເວັນອອກຂອງເກົາ
ຫຼີໃຕ້ ໃນອັນທີ່ກອງທັບເກົາຫຼີໃຕ້ກ່າວວ່າ ເປັນການເຕືອນຢ່າງຈະແຈ້ງ ຕໍ່ເກົາຫຼີເໜືອ.

ຮູບທີ່ຖ່າຍ ເມື່ອວັນທີ 10 ພະຈິກ 2017​ ທີ່ສະໜອງໂດຍ ກອງທັບອາກາດ ປ້ອງກັນໂຕ ຂອງຍີ່ປຸ່ນ
ຮູບທີ່ຖ່າຍ ເມື່ອວັນທີ 10 ພະຈິກ 2017​ ທີ່ສະໜອງໂດຍ ກອງທັບອາກາດ ປ້ອງກັນໂຕ ຂອງຍີ່ປຸ່ນ

ທີ່ວໍຊິງຕັນ ເຈົ້າໜ້າທີ່ກະຊວງການຕ່າງປະເທດສະຫະລັດເວົ້າວ່າ ການຊ້ອມລົບຮ່ວມ
ທາງທະຫານຂອງສະຫະລັດກັບປະເທດພັນທະມິດໃນເຂດເອເຊຍແມ່ນຖືກຕ້ອງຕາມ
ກົດໝາຍ ມີມາເປັນເວລາດົນນານ ແລະຢູ່ໃນລັກສະນະປ້ອງກັນ ບໍ່ຄືກັນກັບໂຄງການ
ອາວຸດນິວເຄລຍ ແລະລູກສອນໄຟຂີປະນາວຸດ ທີ່ຜິດກົດໝາຍ ແລະການທົດລອງນຳ
ດ້ວຍ.

ກອງທັບເກົາຫຼີໃຕ້ ກ່າວຢູ່ໃນຖະແຫຼງການສະບັບນຶ່ງເມື່ອອາທິດແລ້ວນີ້ວ່າ ການຊ້ອມ
ລົບຮ່ວມນີ້ແມ່ນແນໃສ່ເພື່ອສະແດງໃຫ້ເຫັນເຖິງຄວາມພ້ອມທາງທະຫານທີ່ເຂັ້ມແຂງ
ແລະໜັກແໜ້ນ ທີ່ຈະເອົາຊະນະຕໍ່ການທ້າທາຍໃດໆກໍຕາມຂອງເກົາຫຼີເໜືອດ້ວຍກຳ
ລັງທີ່ຄອບງຳ ໃນກໍລະນີທີ່ເກີດວິກິດການຂຶ້ນ.

ຂະນະດຽວກັນ ກອງທັບເຮືອສະຫະລັດ ແລະຍີ່ປຸ່ນ ກໍເລີ້ມທຳການຝຶກຊ້ອມ ທາງທະ ຫານປະຈຳປີຮ່ວມກັນ ໃນວັນພະຫັດຜ່ານມານີ້ ໃນເຂດນ່ານນໍ້າອ້ອມແອ້ມໝູ່ ເກາະ
ໂອກີນາວາ. ນອກນັ້ນ ຍັງເປັນການສົ່ງສັນຍານ ໄປໃຫ້ພຽງຢາງ ເຖິງຄວາມສາມາດ ທາງທະຫານຂອງສະຫະລັດ​ ໃນການເຄື່ອນຍ້າຍກໍາລັງທະຫານໄດ້ຢ່າງວ່ອງໄວນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG