ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໔ ຕຸລາ ໒໐໒໓

ເກົາຫຼີເໜືອ ກຽມຍິງ ຈະຫຼວດ ໂຈມຕີ ສະຫະລັດ (ສະໄລດ໌/ວີດີໂອ)


ຮູບນີ້ ຊຶ່ງຖ່າຍແລະນຳອອກເຜີຍແຜ່ໂດຍອົງການຂ່າວສູນກາງ KCNA ຂອງທາງການເກົາຫຼີເໜືອ ໃນວັນທີ 29 ມີນາ ສະແດງໃຫ້ເຫັນວ່າ ຜູ້ນຳຂອງເກົາຫຼີເໜືອ ທ່ານ ກິມ ຈົງ ອຸນ ພວມຫາລືກ່ຽວກັບແຜນການໂຈມຕີ ນຳພວກຜູ້ບັນຊາການທະຫານເກົາຫຼີເໜືອ.
ອົງການຂ່າວຂອງທາງການເກົາຫຼີເໜືອກ່າວວ່າ ທ່ານກິມ ຈົງ ອຸນ ຜູ້ນຳຂອງເກົາຫຼີເໜືອ ໄດ້ສັ່ງໃຫ້ກະກຽມ ຍິງຈະຫຼວດໂຈມຕີແຜ່ນ
ດິນໃຫຍ່ສະຫະລັດ ແລະຖານທັບຕ່າງໆ ຫຼັງຈາກເຮືອບິນຖິ້ມລະ ເບີດທີ່ເຣດ້າຈັບບໍ່ໄດ້ຂອງສະຫະລັດເຂົ້າຮ່ວມການຊ້ອມລົບຢູ່ທີ່
ເກົາຫຼີໃຕ້.

ອົງການຂ່າວສູນກາງ ຂອງທາງການເກົາຫຼີເໜືອ ລາຍງານວ່າ
ທ່ານກິມໄດ້ສັ່ງໃຫ້ໜ່ວຍຍິງຈະຫຼວດຂອງທ່ານກຽມພ້ອມໃນວັນ
ສຸກມື້ນີ້ຫຼັງຈາກກອງປະຊຸມສຸກເສີນໃນຄືນແລ້ວກັບພວກຜູ້ບັນ
ຊາການກອງທັບ. ຄຳສັ່ງດັ່ງກ່າວນີ້ມີຂຶ້ນບໍ່ເທົ່າໃດຊົ່ວໂມງ ຫລັງ
ຈາກເຮືອບິນຖິ້ມລະເບີດບີ 2 ຂອງສະຫະລັດທີ່ສາມາດບັນທຸກ
ອາວຸດນິວເຄລຍໄດ້ຖືກສົ່ງໄປຮ່ວມການຊ້ອມລົບທາງທະຫານທີ່ຍັງດຳເນີນຢູ່ຕໍ່ມາໃນເກົາ ຫຼີໃຕ້.

Korea Tension
please wait
Embed

No media source currently available

0:00 0:00:35 0:00


ເຮືອບິນຖິ້ມລະເບີດຍຸດທະສາດດັ່ງກ່າວໄດ້ບິນແບບບໍ່ຢຸດແວ່ເປັນໄລຍະທາງ 20,000
ກິໂລແມັດ ແຕ່ຖານທັບຢູ່ໃນພາກກາງຂອງສະຫະລັດໄປຍັງເກາະດອນນຶ່ງທີ່ຕັ້ງຢູ່ນອກ ແຄມຝັ່ງທະເລທາງຕາເວັນຕົກສຽງໃຕ້ຂອງແຫຼມເກົາ ກ່ອນຈະບິນກັບຄືນຖານທັບ ຢູ່ທີ່ ສະຫະລັດ.

ການບິນປະຕິບັດງານດັ່ງກ່າວ ໄດ້ມີຂຶ້ນທ່າມກາງການຂົ່ມຂູ່ ທີ່ເພີ້ມທະວີຂຶ້ນໂດຍເກົາຫຼີ ເໜືອຕໍ່ເກົາຫຼີໃຕ້ແລະສະຫະລັດ. ພຽງຢາງໄດ້ຕັດຂາດການຕິດຕໍ່ສື່ສານທັງໝົດກັບເກົາ ຫຼີໃຕ້ ອົງການສະຫະປະຊາຊາດ ແລະສະພາກາແດງ.

XS
SM
MD
LG