ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວເກົາຫຼີເໜືອ 1 ແສນຄົນ ໂຮມຊຸມນຸມທີ່ພຽງຢາງ


ຊາວເກົາຫຼີເໜືອປະມານ 100,000 ຄົນ ທີ່ໄປຮ່ວມການໂຮມຊຸມນຸມ ເນື່ອງໃນໂອກາດວັນຂຶ້ນປີໃໝ່ ໃນນະຄອນຫຼວງພຽງຢາງ ພາກັນຍົກກຳປັ້ນຂຶ້ນ ສະແດງຄວາມຈົງຮັກພັກດີ ຕໍ່ທ່ານກິມຈົງອິລ ຜູ້ນຳຂອງເກົາຫຼີເໜືອ (3 ມັງກອນ 2011)
ຊາວເກົາຫຼີເໜືອປະມານ 100,000 ຄົນ ທີ່ໄປຮ່ວມການໂຮມຊຸມນຸມ ເນື່ອງໃນໂອກາດວັນຂຶ້ນປີໃໝ່ ໃນນະຄອນຫຼວງພຽງຢາງ ພາກັນຍົກກຳປັ້ນຂຶ້ນ ສະແດງຄວາມຈົງຮັກພັກດີ ຕໍ່ທ່ານກິມຈົງອິລ ຜູ້ນຳຂອງເກົາຫຼີເໜືອ (3 ມັງກອນ 2011)

ລັດຖະບານເກົາຫຼີເໜືອ ໄດ້ທຳການໂຮມຊຸມນຸມຄັ້ງໃຫຍ່
ທີ່ກຸງພຽງຢາງ ເພື່ອສະແດງການສະໜັບສະໜຸນ ຕໍ່ເປົ້າ
ໝາຍຂອງນະໂຍບາຍ ທີ່ໄດ້ແຈ້ງໃຫ້ຊາບ ຢູ່ໃນຄຳອວຍ
ພອນເນື່ອງໃນໂອກາດວັນຂຶ້ນປີໃໝ່ສາກົນປະຈຳປີນັ້ນ.

ຊາວເກົາຫຼີເໜືອປະມານ 100,000 ຄົນທີ່ເຂົ້າຮ່ວມໃນ
ການໂຮມຊຸມນຸມໃນມື້ວັນຈັນວານນີ້ໄດ້ພາກັນຖືທຸງຊາດ
ແລະຮ້ອງຄຳຂວັນ ຊົມເຊີຍຜູ້ນຳສູງສຸດ ຂອງປະເທດຄື
ທ່ານກິມຈົງອິລແລະມື້ລາງບິດາຂອງທ່ານຄືທ່ານກິມອິລ
ຊຸງ.

ນອກນັ້ນ ພວກທີ່ໄປຮ່ວມການໂຮມຊຸມນຸມ ຍັງໄດ້ໃຫ້ຄຳໝັ້ນສັນຍາທີ່ຈະຈັດຕັ້ງປະຕິບັດ
ເປົ້າໝາຍວັນຂຶ້ນປີໃໝ່ຂອງລັດຖະບານເກົາຫຼີເໜືອທີ່ໄດ້ພິມເຜີຍແຜ່ໂດຍສື່ມວນຊົນ ຂອງ
ທາງການເກົາຫຼີເໜືອໃນມື້ວັນເສົາແລ້ວ. ເປົ້າໝາຍເຫຼົ່ານີ້ແມ່ນຮວມທັງທຳການພັດທະນາ
ເກົາຫຼີເໜືອ ຊຶ່ງເປັນປະເທດທີ່ມີເສດຖະກິດທຸກຍາກນັ້ນດ້ວຍການຟື້ນຟູອຸດສາຫະກຳເບົາ ແລະປັບປຸງຄວາມສຳພັນກັບເກົາຫຼີໃຕ້ ໂດຍຜ່ານການເຈລະຈາຫາລື.

ເກົາຫຼີເໜືອໄດ້ປະກາດວ່າ ຈະພັດທະນາ​ຕົນ​ໃຫ້ກາຍເປັນປະເທດທີ່ຍິ່ງໃຫຍ່ ມີອິດທິພົນ
ແລະອຸດົມຮັ່ງມີ ພາຍໃນປີ 2012 ຊຶ່ງເປັນໂອກາດຂີດໝາຍວັນເກີດຄົບຮອບ 100 ປີ
ຂອງທ່ານກິມອິລຊຸງ ຊຶ່ງມີການນັບຖືກັນວ່າ ເປັນປະທານາທິບໍດີ ຕະຫຼອດໄປຂອງເກົາ
ຫຼີເໜືອນັ້ນ. ທ່ານກິມຈິງອິລຜູ້ນຳຄົນປັດຈຸບັນໄວ 68 ປີຂອງເກົາຫຼີເໜືອ ພວມທຳການ
ກະກຽມ ໃນການມອບໂອນ ການສືບທອດຕຳແໜ່ງ ຫຼືໂອນອຳນາດຕາມສາຍເລືອດອີກ
ຄັ້ງນຶ່ງໃຫ້ແກ່ລູກຊາຍຫຼ້າຂອງທ່ານ ຄືທ້າວກິມຈົງອຸນ.

XS
SM
MD
LG