ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີ​ເໜືອ ​ຈະ​ພິມເຜີຍ​ແພ່​ ບົດລາຍ​ງານ ດ້ານສິດທິ​ມະນຸດ ໃນປະ​ເທດຂອງ​ຕົນ (ວີດີໂອ)


ຜູ້ນຳເກົາຫຼີເໜືອ Kim Jong Un ພ້ອມກັບທະຫານບໍລິວານ ຢ້ຽມຢາມ ພະລາດຊະວັງ Kumsusan ເພື່ອຄຳນັບຜູ້ສ້າງຕັ້ງ ມື້ລາງປະທານປະເທດ Kim Il Sung ແລະ ອະດີດຜູ້ນຳ Kim Jong Il ອັນເປັນຂີດໝາຍ ຄົບຮອບ 61 ປີ ຂອງໄຊຊະນະ ສົງຄາມປົດປ່ອຍປິຕຸພູມ ຢູ່ນະຄອນຫລວງ Pyonghyang, ວັນທີ 27 ກໍລະກົດ 2014.
ຜູ້ນຳເກົາຫຼີເໜືອ Kim Jong Un ພ້ອມກັບທະຫານບໍລິວານ ຢ້ຽມຢາມ ພະລາດຊະວັງ Kumsusan ເພື່ອຄຳນັບຜູ້ສ້າງຕັ້ງ ມື້ລາງປະທານປະເທດ Kim Il Sung ແລະ ອະດີດຜູ້ນຳ Kim Jong Il ອັນເປັນຂີດໝາຍ ຄົບຮອບ 61 ປີ ຂອງໄຊຊະນະ ສົງຄາມປົດປ່ອຍປິຕຸພູມ ຢູ່ນະຄອນຫລວງ Pyonghyang, ວັນທີ 27 ກໍລະກົດ 2014.

ເກົາຫຼີ​ເໜືອກ່າວ​ວ່າ ຕົນ​ຈະ​ພິມເຜີຍ​ແພ່​ ບົດລາຍ​ງານ​
ຂອງ​ຕົນ​ເອງ ກ່ຽວ​ກັບ​ປະຫວັດ ​ດ້ານສິດທິ​ມະນຸດ​ ໃນ
​ປະ​ເທດຂອງ​ຕົນ ​ເພື່ອ​ຕ້ານຢັນ​ອັນ ​ທີ່ເກົາຫຼີ​ເໜືອເອີ້ນ​ວ່າ
“ຄຳ​ຕົວະລ່າຍ ​ແລະ ການ​ເສກ​ສັນ​ປັ້ນ​ແຕ່ງ​ເລື້ອງ”
ທີ່​ມີ​ການເຜີຍ​ແຜ່ ກ່ຽວ​ກັບປະ​ເທດ​ຂອງຕົນ.

ອົງການ​ຂ່າວທາງ​ການ KNCA ຂອງເກົາຫຼີ​ເໜືອ ​ກ່າວ​ໃນ
​ວັນ​ຈັນ​ມື້​ນີ້ ວ່າ ບົດລາຍ​ງານ​ຂອງຕົນນັ້ນ ຈະ “ສະ​ແດງ
​ໃຫ້​ເຫັນ​ພາບ​ແທ້ຂອງ​ປະຊາຊົນ​ເກົາຫຼີ​ເໜືອ ທີ່​ກຳລັງ​
ກ້າວໜ້າ​ໄປ​ຢ່າງວ່ອງ​ໄວ ສູ່ອະນາຄົດ​ທີ່​ສົດ​ໃສ ​ແລະ
ສວຍ​ງາມ​ຂຶ້ນ​ກ່ວາ​ເກົ່າ.”

ອົງການ​ຂ່າວ​ KNCA ກ່າວອີກ​ວ່າ ບົດລາຍ​ງານ​ຍັງ​ຈະ​ເປີດ​ເຜີຍ​ໃຫ້ ​ເຫັນ​ເຖິງ “ການ​
ເຄື່ອນ​ໄຫວຕ່າງໆ ​ທີ່ຊົ່ວ​ຮ້າຍ​ຂີ້​ຂາດ​ຕາຂາວ”
​ຂອງ​ສະຫະລັດ ​ແລະ ບັນດາ​ພັນທະ​
ມິດ​ຂອງ​ເຂົາ ​ເພື່ອ​ບ່ອນ​ທຳລາຍ ອຸດົມ​ການ ແລະ ລະບົບ​ສັງຄົມ​ນິຍົມ ຂອງ​ເກົາຫຼີ​ເໜືອ.

ອົງການ​ສະຫະ​ປະຊາ​ຊາດ ​ໄດ້ນຳ​ອອກ​ເປີດ​ເຜີຍ​ ​ບົດ​ລາຍ​ງານຮອບ ດ້ານສະບັບ​ນຶ່ງ
​ໃນ​ເດືອນກຸມພາ​ປີ​ນີ້ ທີ່​ໄດ້​ລະບຸ​ການລະ​ເມີດ​ສິດທິ​ມະນຸດ​ຕ່າງໆ ​ໃນ​ເກົາຫຼີ​ເໜືອ ລວມທັງ
​ການ​ກົດ​ຂີ່​ແບບ​ຂ້າ​ທາດ ການ​ທໍລະມານ ​ແລະ ການ​ເຂັ່ນຂ້າ ທີ່​ຖື​ວ່າ​ ເປັນ​ອາຊາ​ຍາ​ກຳ​
ຕໍ່ຕ້ານ​ມວນ​ມະນຸດ.

ລາຍງານຂອງ ສປຊ ກ່ຽວກັບການປະຕິບັດ ສິດທິມະນຸດ ໃນເກົາຫລີເໜືອ:

Rights Report on North Korea May Have Little Immediate Effect
please wait

No media source currently available

0:00 0:02:34 0:00
ລິງໂດຍກົງ

XS
SM
MD
LG