ບັນດາເຈົ້າໜ້າທີ່ສະຫະປະຊາຊາດ ກ່າວວ່າ ເກົາຫຼີເໜືອ ໄດ້
ສະເໜີອະນຸຍາດ ໃຫ້ພະນັກງານສືບສວນສອບສວນ ດ້ານສິດທິ
ມະນຸດຂອງສະຫະປະຊາຊາດ ໄປຢ້ຽມຢາມ ປະເທດຄອມມິວນິສ
ທີ່ໂດດດ່ຽວດັ່ງກ່າວ.
ການສະເໜີດັ່ງກ່າວ ໄດ້ມີຂຶ້ນໃນການພົບປະລະຫວ່າງບັນດາ
ເຈົ້າໜ້າທີ່ພຽງຢາງ ແລະ ທ່ານ Marzuki Darusman ນັກສືບ
ສວນພິເສດ ກ່ຽວກັບການລະເມີດສິດທິມະນຸດ ໃນເກົາຫຼີເໜືອ
ຂອງສະຫະປະຊາຊາດ ໃນວັນຈັນວານນີ້.
ທ່ານ Darusman ມີກຳນົດ ທີ່ຈະເປີດເຜີຍລາຍງານສະບັບນຶ່ງ
ໃນ ທ້າຍອາທິດນີ້ ເພື່ອສະເໜີແນະຕໍ່ສະພາຄວາມໝັ້ນຄົງ ໃຫ້ສົ່ງປະຫວັດ ການລະເມີດ
ສິດທິມະນຸດຂອງເກົາຫຼີເໜືອ ໄປຍັງສານອາຍາສາກົນ ຫຼື ICC.
ບັນດາເຈົ້າໜ້າທີ່ສະຫະປະຊາຊາດ ກ່າວວ່າ ໃນວັນຈັນວານນີ້ ພວກເຈົ້າໜ້າທີ່ເກົາຫຼີເໜືອ
ຮຽກຮ້ອງໃຫ້ທ່ານ Darusman ລຶບຂໍ້ຄວາມກ່ຽວກັບການທີ່ຈະສົ່ງປະຫວັດເກົາຫຼີເໜືອໄປ
ຍັງ ICC ນັ້ນອອກ ແຕ່ບໍ່ໄດ້ລະບຸຢ່າງຊັດເຈນວ່າ ມີສ່ວນກ່ຽວພັນກັບການໄປຢ້ຽມຢາມ
ທີ່ອາດມີຂຶ້ນນັ້ນ ແຕ່ຢ່າງໃດ.
ສະພາຄວາມໝັ້ນຄົງສະຫະປະຊາຊາດຄາດວ່າຈະທຳການລົງຄະແນນ ສຽງກ່ຽວກັບ
ເລື້ອງນີ້ ໃນທ້າຍເດືອນພະຈິກ. ຈີນຊຶ່ງເປັນພັນທະມິດຂອງເກົາຫຼີເໜືອ ໄດ້ສະແດງ
ເຈດຕະນາວ່າ ຕົນອາດຈະໃຊ້ສິດຢັບຢັ້ງຕໍ່ຍັດຕິດັ່ງກ່າວ.
ເກົາຫຼີເໜືອ ແມ່ນເຊື່ອກັນວ່າ ມີປະຫວັດ ກ່ຽວກັບການນັບຖືສິດທິມະນຸດ ທີ່ຂີ້ລ້າຍທີ່ສຸດ
ໃນໂລກ.
ໃນເດືອນກຸມພາຕົ້ນປີນີ້ ຄະນະສືບສວນອົງການສະຫະປະຊາຊາດ ໄດ້ຍື່ນສະເໜີລາຍ
ງານສະບັບນຶ່ງທີ່ສະລຸບວ່າ ພຽງຢາງມີຄວາມຜິດກ່ຽວກັບ ການກໍ່ໂທດກຳຕ້ານມະນຸດຊາດ
ລວມທັງການຄາດຕະກຳ ການທໍລະມານ ການບັງຄັບໃຊ້ແຮງງານແບບຂ້າທາດ ແລະ
ການຂົ່ມຂືນສຳເລົາ.
ພຽງຢາງ ໄດ້ປະຕິເສດຕໍ່ລາຍງານດັ່ງກ່າວວ່າ ບໍ່ມີມູນຄວາມຈິງ ແລະ ມີຈຸດປະສົງທາງ
ການເມືອງ ແຕ່ໃນລະຫວ່າງສອງສາມອາທິດຜ່ານມານີ້ ພຽງຢາງໄດ້ສະແດງຮ່ອງຮອຍ
ໃຫ້ເຫັນວ່າ ຕົນພ້ອມແລ້ວທີ່ຈະທຳການເຈລະຈາກັບບັນດາເຈົ້າໜ້າທີ່ສະຫະປະຊາຊາດ
ເພື່ອຫລີກເວັ້ນບໍ່ ໃຫ້ສະເໜີເລື່ອງຂອງຕົນ ຕໍ່ ICC ທີ່ອາດເປັນໄປໄດ້ນັ້ນ.