ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ສະເໜີ ເປີດການເຈລະຈາ ກັບ ເກົາຫຼີໃຕ້ ກ່ຽວເລື່ອງ ເອຊ່ຽນເກມ


ແຜນທີ່ເກົາຫລີເໜືອ
ແຜນທີ່ເກົາຫລີເໜືອ

ເກົາຫຼີເໜືອ ໄດ້ສະເໜີເປີດການເຈລະຈາກ່ຽວກັບແຜນການ
ຂອງຕົນທີ່ຈະສົ່ງຄະນະຜູ້ຕາງໜ້າໄປຮ່ວມການແຂ່ງຂັນກິລາ
ເອຊ່ຽນເກມ ທີ່ຈະຈັດຂຶ້ນໃນທ້າຍປີນີ້ ຢູ່ທີ່ເກົາຫລີໃຕ້.

ຄະນະກຳມະການກິລາໂອລິມປິກ ຂອງເກົາຫຼີເໜືອ ກ່າວວ່າ
ການເຈລະຈາໃນລະດັບປະຕິບັດງານ ສາມາດຈັດຂຶ້ນໄດ້ໃນ
ວັນອັງຄານຈະມານີ້ ທີ່ບ້ານຊາຍແດນປັນມຸນຈອມ.

ກະຊວງທ້ອນໂຮມຊາດຂອງເກົາຫຼີໃຕ້ ຊຶ່ງເປັນຜູ້ກຳກັບເລື່ອງ
ຄວາມສຳພັນກັບເກົາຫຼີເໜືອກ່າວວ່າ ຕົນກຳລັງພິຈາລະນາຂໍ້
ສະເໜີດັ່ງກ່າວຢູ່ ແລະຈະໃຫ້ຄຳຕອບຕາມພາຍຫຼັງໃນວັນພະ
ຫັດມື້ນີ້.

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ມີເລື່ອງຫຍັງແດ່ຈະຖືກຍົກຂຶ້ນມາຫາລືກັນໃນການສະເໜີ ເປີດການເຈລະຈາດັ່ງກ່າວ ຢ່າງໃດກໍຕາມ ບັນຫາທາງດ້ານພະລາທິການສຳລັບຄະນະຜູ້ ຕາງໜ້າຂອງເກົາຫລີເໜືອ ອາດຈະເປັນນຶ່ງໃນບັນດາຫົວຂໍ້ຂອງການປະຊຸມ.

ພຽງຢາງ ມີແຜນການທີ່ຈະສົ່ງນັກກິລາ 150 ຄົນ ແລະຄະນະກອງເຊຍໄປຮ່ວມການແຂ່ງ ຂັນ ຊຶ່ງຈະຈັດຂຶ້ນທີ່ເມືອງ Incheon ໃນທ້າຍເດືອນກັນຍາ ຫາຕົ້ນເດືອນຕຸລາ ທ້າຍປີນີ້.

ນີ້ຈະເປັນເທື່ອທຳອິດພາຍໃນເວລາ 9 ປີທີ່ເກົາຫຼີເໜືອຈະສົ່ງຄະນະກອງເຊຍໄປຮ່ວມການ ແຂ່ງຂັນກິລາໃນເກົາຫຼີໃຕ້.

ພວກກອງເຊຍ ທີ່ຈະສະແດງການຟ້ອນແບບເປັນຈັງຫວະ ແລະນຸ່ງເຄື່ອງພື້ນເມືອງ ຕາມ ປະເພນີຂອງຊາວເກົາຫຼີນັ້ນ ແມ່ນໄດ້ຮັບຄວາມນິຍົມສູງ ຢູ່ໃນເກົາຫລີໃຕ້.

ເກົາຫຼີເໜືອກ່າວວ່າ ການສົ່ງຄະນະຜູ້ຕາງໜ້າຂອງຕົນໄປຮ່ວມແມ່ນໝາຍຄວາມວ່າ ເພື່ອ ປັບປຸງຄວາມສຳພັນສອງຝ່າຍ ຊຶ່ງຕົກຢູ່ໃນສະພາບຊຸດໂຊມເປັນລຳດັບມາຍ້ອນການທົດ ລອງລູກສອນໄຟຂອງເກົາຫຼີເໜືອຫວ່າງບໍ່ດົນຜ່ານມານີ້.

XS
SM
MD
LG