ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ພຶດສະພາ ໒໐໒໓

ສຫລ ວ່າການທົດລອງ ລູກສອນໄຟຂີປະນາວຸດ 3 ລູກ ຂອງເກົາຫລີເໜືອ ບໍ່ເປັນໄພຂົ່ມຂູ່ຫຍັງ


ພາບຖ່າຍໃນວັນທີ 14 ສິງຫາ, 2017 ແມ່ນພາບທີ່ຕິດຢູ່ກະດານ ຂ່າວ ທີ່ເຜີຍແຜ່ອອກມາໃນວັນທີ 15 ສິງຫາ, 2017 ໂດຍສໍານັກຂ່າວ KRT ຂອງເກົາຫລີເໜືອ ສະແດງໃຫ້ເຫັນວ່າ ທ່ານ Kim Jong Un ຜູ້ນໍາເກົາຫລີເໜືອ ກໍາລັງຟັງລາຍງານ ກ່ຽວກັບການຍິງທົດລອງລູກສອນໄຟ ຢູ່ນະຄອນພຽງຢາງ.

ຜູ້​ບັນຊາ​ການ​ທະຫານ​ເຮືອ​ຂອງ​ສະຫະລັດ ​ໄດ້​ຢືນຢັນ​ວ່າ ​ເກົາຫລີ​ເໜືອ​ໄດ້​ຍິງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ທີ່​ຍິງ​ໄລຍະ​ໃກ້ "ຫລາຍໆລູກ" ​ໃນ​ວັນ​ສຸກ​ວານ​ນີ້ ​ແຕ່​ວ່າ​ບໍ່ມີ​ລູກ​ໃດ​ຍິງ​ຖືກ​ເປົ້າ​ເລີຍ.

​ໂຄສົກ​ປະ​ຈໍາ​ກອງ​ບັນຊາ​ການ​ປະ​ຈໍາ​ມະຫາ​ສະໝຸດປາຊີ​ຟິກ​ກ່າວ​ໃນ​ວັນ​ສຸກ​ວານ​ນີ້ວ່າ ການ​ການ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ 3 ລູກຊຶ່ງ​ແຕ່​ລະ​ລູກ​ແມ່ນ​ຍິງ​ຫ່າງ​ກັນ​ລູກ​ລະ 1​0 ນາທີ​ໃນ​ເວລາ​ປະມານ 22 ​ໂມງ​ຕາ​ເວລາ​ສາກົນ ​ຫລື ປະມານ 3 ​ໂມງ​ເຊົ້າວັນ​ເສົາ​ຂອງ​ເວລາ​ໃນ​ເມືອງ​ລາວ. ທ່ານ​ກ່າວ​ອີກ​ວ່າ ລູກ​ທໍາ​ອິດ ​ແລະ​ລູກ​ທີ 3 ​ແມ່ນ​ຍິງອອກໄປ​ໄດ້​ແຕ່​ບໍ່ຖືກ​ເປົ້າ​ແຕ່​ວ່າ ລູກ​ທີ 2 ​ແມ່ນ​ເກືອບ​ວ່າ​ແຕກ​ໃນ​ທັນ​ໃດ​ທີ່​ຍິງ​ອອກ​ໄປ.

ທ່ານ​ໂຄສົກ​ດັ່ງ​ກ່າວ​ຍັງ​ເວົ້າອີກ​ວ່າ ບໍ່ມີ​ລູກ​ສອນ​ໄຟ​ໃດໆໃນ​ນັ້ນ ​ເປັນ​ໄພ​ນາບ​ຂູ່​ຕໍ່ທະວີບອາ​ເມຣິກາ​ເໜືອ​ ຫລື​ເກາະ​ກວາມທີ່​ເປັນ​ດິນ​ແດນ​ຂອງ​ສະຫະລັດ ທີ່ຢູ່​ໃກ້​ກັບ​ເກົາຫລີ​ເໜືອທີ່​ສຸດ​ນັ້ນ​ແຕ່​ຢ່າງ​ໃດເລີຍ. ທ່ານ​ເວົ້າວ່າ ກໍາລັງ​ທະຫານ​ຂອງ​ສະຫະລັດ "ສືບຕໍ່ຕິດຕາມ​ເບິ່ງ​ການ​ເຄື່ອນ​ໄຫວ​ຂອງເກົາຫລີ​ເໜືອຢ່າງ​ໃກ້ຊິດ."

ກ່ອນໜ້ານັ້ນ, ​ຫົວໜ້າທີ່ປຶ​ກສາ​ຮ່ວມຂອງກອງທັບເກົາຫລີໃຕ້​ເວົ້າວ່າ ປະກົດ​ວ່າເກົາຫລີ​ເໜືອ ​ໄດ້​ຍິງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຫລາຍ​ລູກ​ຈາກ​ເຂດ Gitdaeryong ໃນແຂວງ Gangwon ຂອງເກົາຫລີ​ເໜືອ. ​ຫົວໜ້າທີ່ປຶ​ກສາ​ຮ່ວມຍັງ​ເວົ້າອີກ​ວ່າ ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດດັ່ງກ່າວ ອາດ​ຈະ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ຊ້ອມ​ລົບຄັ້ງນຶ່ງໆ.

ອີງ​ຕາມຫົວໜ້າທີ່ປຶ​ກສາ​ຮ່ວມຂອງກອງທັບເກົາຫລີໃຕ້​, ຢ່າງໜ້ອຍກໍ​ມີລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດລູກ​ນຶ່ງ​ໃນ​ຈໍານວນ​ນັ້ນ ທີ່​ບິນ​ໄປ​ໄດ້​ປະມານ ​250 ກິ​ໂລ​ແມັດ ກ່ອນ​ມັນ​ຈະ​ຕົກລົງ​ໄປ​ໃສ່​ທະ​ເລ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ຊາຍໜຸ່ມຍ່າງຜ່ານຈໍໂທລະພາບທີ່ສາຍຢູ່ສະຖານີລົດໄຟແຫ່ງໜຶ່ງ ໃນວັນທີ 26 ສິງຫາ, 2017 ໄດ້ສະແດງໃຫ້ເຫັນພາບຂອງທ່ານ Kim Jong Un ຜູ້ນໍາເກົາຫລີເໜືອຢູ່ໃນຂ່າວ ກ່ຽວກັບການຍິງທົດລອງລູກສອນໄຟຂີປະນາວຸດ
ຊາຍໜຸ່ມຍ່າງຜ່ານຈໍໂທລະພາບທີ່ສາຍຢູ່ສະຖານີລົດໄຟແຫ່ງໜຶ່ງ ໃນວັນທີ 26 ສິງຫາ, 2017 ໄດ້ສະແດງໃຫ້ເຫັນພາບຂອງທ່ານ Kim Jong Un ຜູ້ນໍາເກົາຫລີເໜືອຢູ່ໃນຂ່າວ ກ່ຽວກັບການຍິງທົດລອງລູກສອນໄຟຂີປະນາວຸດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG