ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີການຄົ້ນພົບວ່າເກົາຫຼີເໜືອ ກຳລັງ ຜະລິດທາດ Plutonium ສຳລັບລະເບີດ ນິວເຄລຍ


ທຸງ ເກົາຫຼີເໜືອ ປິວສະບັດຢູ່ເທິງປາຍເສົາ ທີ່ບ້ານ ໂຄສະນາ ໃນເມືອງ Gijungdong, ເກົາຫຼີເໜືອ, ເຊິ່ງຮູບນີ້ຖືກ
ຖ່າຍຢູ່ໃກ້ກັບບ້ານຢຸດຮົບຊົ່ວຄາວ Panmunjom.
ທຸງ ເກົາຫຼີເໜືອ ປິວສະບັດຢູ່ເທິງປາຍເສົາ ທີ່ບ້ານ ໂຄສະນາ ໃນເມືອງ Gijungdong, ເກົາຫຼີເໜືອ, ເຊິ່ງຮູບນີ້ຖືກ ຖ່າຍຢູ່ໃກ້ກັບບ້ານຢຸດຮົບຊົ່ວຄາວ Panmunjom.

ໃນວັນພຸດມື້ນີ້ ລັດຖະບານ ເກົາຫຼີໃຕ້ ໄດ້ປະຕິເສດທີ່ຈະຢືນຢັນໂດຍກົງ ກ່ຽວກັບ ການກັບ ຄືນມາຜະລິດທາດ Plutonium ໃນປະເທດ ເກົາຫຼີເໜືອ ຕາມທີ່ໄດ້ຖືກລາຍງານ ແຕ່ໄດ້ ກ່າວວ່າ ພວກເຂົາເຈົ້າແມ່ນ “ກຳລັງຕິດຕາມ ການເຄື່ອນໄຫວຕ່າງໆຢ່າງໃກ້ຊິດພ້ອມກັບ ຄວາມເອົາໃຈໃສ່ຢ່າງຈິງຈັງ.”

ໂຄສົກກະຊວງທ້ອນໂຮມຊາດ ທ່ານ Jeong Joon-hee ໄດ້ກ່າວຕໍ່ບັນດາ ນັກຂ່າວວ່າ “ມັນເປັນເລື່ອງທີ່ຮູ້ກັນດີວ່າ ເກົາຫຼີເໜືອ ໄດ້ດຳເນີນກິດຈະກຳ ການຜະລິດຄືນຕ່າງໆ ຢ່າງຕໍ່ເນື່ອງ ເພື່ອຮັບປະກັນການມີທາດ Plutonium ເພີ່ມເຕີມ. ມັນໄດ້ມີການປະສານ ງານກັນຢ່າງໃກ້ຊິດ ລະຫວ່າງ ເກົາຫຼີໃຕ້ ກັບ ສະຫະລັດ ກ່ຽວກັບ ບັນຫາດັ່ງກ່າວນີ້.”

ບັນດາເຈົ້າໜ້າທີ່ ສະຫະລັດ ແລະ ສະຫະປະຊາຊາດ ທີ່ບໍ່ປະສົງອອກຊື່ ກ່າວວ່າ ເກົາຫຼີ ເໜືອ ແມ່ນກຳລັງໃຊ້ເຊື້ອໄຟນິວເຄລຍເພື່ອຜະລິດທາດ Plutonium ທີ່ໂຮງໄຟຟ້າ Yongbyon ອີກຄັ້ງໜຶ່ງ.

ພາບຖ່າຍຈາກດາວທຽມສະແດງໃຫ້ເຫັນພື້ນທີ່ອ້ອມຮອບໂຮງງານນິວເຄລຍ Yongbyon ໃນເມືອງ Yongbyon, ເກົາຫຼີໃຕ້.
ພາບຖ່າຍຈາກດາວທຽມສະແດງໃຫ້ເຫັນພື້ນທີ່ອ້ອມຮອບໂຮງງານນິວເຄລຍ Yongbyon ໃນເມືອງ Yongbyon, ເກົາຫຼີໃຕ້.

ຜູ້ອຳນວຍການຂອງອົງການພະລັງງານປະລະມະນູສາກົນ ຫຼື IAEA ທ່ານ Yukiya Amono ໄດ້ກ່າວໃນວັນອັງຄານວານນີ້ວ່າ ມັນມີເຄື່ອງສະແດງໃຫ້ເຫັນ ກ່ຽວກັບ ການກັບ ຄືນມາຜະລິດອາວຸດນິວເຄລຍອີກຄັ້ງໜຶ່ງ.

ຄຳເຫັນຕ່າງໆຈາກບັນດາເຈົ້າໜ້າທີ່ ແລະ ອົງການ IAEA ໄດ້ມີຂຶ້ນຫຼັງຈາກ ການລາຍ ງານຂອງຮູບພາບຈາກດາວທຽມທີ່ລະບຸເຖິງກິດຈະກຳໃນໂຮງງານ ໄຟຟ້າ Yongbyon, ທີ່ໄດ້ຖືກປິດໃນປີ 2007 ໃນສ່ວນຂອງຂໍ້ຕົກລົງສະບັບໜຶ່ງ ເພື່ອແລກປ່ຽນກັບການຊ່ວຍ ເຫຼືອເຊິ່ງ ຕໍ່ມາໄດ້ຖືກຢຸດລົງ.

ທ່ານ Bong Youngshik ນັກຄົ້ນຄວ້າອາວຸໂສທີ່ສະຖາບັນ ເອເຊຍ ເພື່ອການ ສຶກສາ ກ່ຽວກັບນະໂຍບາຍ ໄດ້ກ່າວຕໍ່ວີໂອເອວ່າ “ເກົາຫຼີເໜືອ ແມ່ນກຳລັງ ພະຍາຍາມກົດດັນ ບໍ່ພຽງແຕ່ ສະຫະລັດ ແລະ ເກົາຫຼີເໜືອ ເທົ່ານັ້ນ, ແຕ່ຍັງມີ ຈີນ ເຊິ່ງຖ້າບໍ່ມີຄວາມກ້າວ ໜ້າ ທີ່ໃຫ້ການສະໜັບສະໜູນ ເກົາຫຼີເໜືອ ໃນໄວໆນີ້ ໃນການປຶກສາຫາລື ແລະ ການ ເຈລະຈາທີ່ມີຄວາມ ໝາຍ, ຕໍ່ໄປ ເກົາຫຼີເໜືອ ກໍຈະສ້າງການເກາະຜິດຕື່ມອີກ.”

ໃນປີ 2013 ເກົາຫຼີເໜືອ ໄດ້ປະກາດວ່າພວກເຂົາເຈົ້າກຳລັງເປີດເຕົາປະຕິ ກອນຖ່ານຫີນ ແລະ ໂຮງງານຜະລິດທາດ ຢູເຣນຽມ ທີ່ໂຮງງານໄຟຟ້າ Yongbyon.

ຈົນເຖິງປະຈຸບັນນີ້, ບັນດານັກວິເຄາະກ່າວວ່າ ມັນບໍ່ມີມູນຫຼັກຖານອັນໜັກ ແໜ້ນວ່າ ເຕົາປະຕິກອນດັ່ງກ່າວນັ້ນໄດ້ກັບມາປະຕິບັດການຢ່າງເຕັມທີ່ ອີກຫຼືບໍ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG