ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກົາຫຼີເໜືອ ກຽມການ ເດີນສວນສະໜາມ ທາງທະຫານ ຄັ້ງຍິ່ງໃຫຍ່


ທະຫານຄົນນຶ່ງກຳລັງເບິ່ງ ການຕົກແຕ່ງດອກໄມ້ ຢູ່ນອກຮ້ານ ໃນວັນສຸກ ທີ 9 ຕຸລາ ມື້ນີ້.
ທະຫານຄົນນຶ່ງກຳລັງເບິ່ງ ການຕົກແຕ່ງດອກໄມ້ ຢູ່ນອກຮ້ານ ໃນວັນສຸກ ທີ 9 ຕຸລາ ມື້ນີ້.

ຢູ່ໃນ​ນະຄອນ​ພຽງ​ຢາງ ການ​ກະກຽມ​ກຳລັງ​ດຳ​ເນີນຢູ່​ເພື່ອ​ສະ
ເຫຼີມສະຫລອງວັນ​ຄົບຮອບ 70 ປີ​ ໃນການ​ກໍ່​ຕັ້ງພັກ​ແຮງ​ງານ
ທີ່​ຈະ​ມີ​ການ​ເດີນ​ສວນສະໜາມທາງທະຫານທີ່​ໃຫຍ່​ທີ່ສຸດ​ໃນ​
ປະຫວັດ​ສາດ​ຂອງເກົາຫລີ​ເໜືອ.

ຢູ່​ໃນ​ໜ້າເວັບ​ໄຊ​ຕ໌ ສະ​ຖາ​ບັນ ສະຫະ​ລັດ ​ເກົາຫລີ 38 ​ເໜືອ
ກ່າວ​ວ່າ ຮູບ​ພາບ​ຖ່າຍຈາກ​ດາວ​ທຽມ​ໃນ​ວັນ​ອັງຄານ​ຜ່ານມາ
ນີ້ ສະ​ແດງ​ໃຫ້​ເຫັນວ່າ ປະມານ 800 ຜາມ ລົດ​ຂົນ​ສົ່ງ​ຫລາຍ​
ກວ່າ 600 ຄັນ ​ແລະ​ລົດ​ຫູ້ມ​ເກາະ 200 ຄັນ ຜາມໂຮງຊຸມນຸມ
ຢູ່​ທີ່ອ​ະດີດ​ ຖານ​ທັບ​ອາກາ​ດແຫ່ງນຶ່ງ ທາງ​ພາກ​ຕາ​ເວັນ​ອອກ​
ຂອງ​ພຽງຢາງ.

ການ​ເດີນ​ສວນສະໜາມ​ໃນ​ວັນ​ເສົາ​ມື້​ອຶ່ນນີ້ ຜ່ານ​ຈະ​ຕຸ​ລັດ KimI Sung ​ໃນ​ນະຄອນພຽງ​
ຢາງ ຄາດ​ວ່າ ​ຈະ​ເປັນ​ການສະ​ແດງກຳລັງ​ທະຫານ​ທີ່​ຍິ່ງ​ໃຫຍ່ ພ້ອມ​ດ້ວຍ​ລົດ​ຖັງ​ຈຳນວນ
ຫລວງຫລາຍ ຖານຍິງລູກສອນໄຟ ​ແລະ​ການ​ເດີີນ​ສວນສະໜາມ​ທະຫານ.

ປີ​ກາຍ​ນີ້ ​ໃນ​ເວລາ​ດຽວ​ກັນ ຜູ້ນຳເກົາຫລີ​ເໜືອ ທ່ານ Kim Jong Un ບໍ່​ໄດ້​ປາກົດໂຕ ຕໍ່​
ສາທາລະນະ​ຊົນ​ເປັນ​ເວລາ​ນຶ່ງ​ເດືອນ ​ແລະ​ພາດ​ການ​ສະຫລອງ ວັນ​ຄົບຮອບ ອັນ​ທີ່​ຄິດ​
ວ່າ ທ່ານ​ພັກຟື້ນ ​ຈາກ​ບາດ​ເຈັບ​ຢູ່​ຂາ. ການ​ບໍ່​ປາກົດ​ໂຕ ​ໄດ້​ເຮັດ​ໃຫ້​ມີ​ການ​ຊ່າ​ລື​ກັນວ່າ
ທ່ານ​ອາດ​ມີ​ບັນຫາ​ດ້ານ​ສຸຂະພາບ ​ແລະ​ການກຳ​ອຳນາດ​ອ່ອນລົງ .

ປີ​ນີ້ ຄາດວ່າການ​ເຂົ້າ​ຮວມ ​ເບິ່ງ​ການ​ເດີນ​ສວນສະໜາມ​ທະຫານ ​ອັນຍິ່ງ​ໃຫຍ່ເປັນທີ່​ແນ່
ນ​ອນວ່າ ຈະ​ຊ່ວຍ​ຊຸກຍູ້​ໃຫ້ອຳນາດ​ຂອງ​ຜູ້ນຳໜຸ່ມ ທ່ານ Kim ຜູ້​ທີ່​ໄດ້​ມາ​ເປັນ​ຜູ້ນຳ​ສູງ​ສຸດ
​ຂອງ ປະ​ເທດ​ພະ​ເດັດ​ການ ​ໃນ​ປີ 2011 ຫລັງ​ຈາກ​ການ​ຕາຍ​ຂອງ​ມື້​ລາງ​ບິດາທ່ານ Kim
Jong II.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG