ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອກະກຽມກອງປະຊຸມໃຫຍ່ ຂອງພັກຂະນະ ທີ່ປະເຊີນ​​ໜ້າ ກັບສິ່ງທ້າທາຍເພີ່ມຂຶ້ນ


ທ່ານ Kim Jong Un ຜູ້ນໍາເກົາຫລີເໜືອ ຢູ່ທີ່ກອງປະຊຸມຄັ້ງທີ 20 ຂອງຄະນະກົມການເມືອງຢູ່ໃນການກຽມກອງປະຊຸມໃຫຍ່ຄັ້ງ 7 ຂອງຄະນະກໍາມະການສູນກາງພັກກໍາມະກອນເກົາຫລີ ຫລື WPK ໃນນະຄອນຫລວງພຽງຢາງ ໃນພາບທີ່ເຜີຍແຜ່ອອກມາໃນວັນທີ 16 ພະຈິກ, 2020 ໂດຍອົງການຂ່າວ KCNA
ທ່ານ Kim Jong Un ຜູ້ນໍາເກົາຫລີເໜືອ ຢູ່ທີ່ກອງປະຊຸມຄັ້ງທີ 20 ຂອງຄະນະກົມການເມືອງຢູ່ໃນການກຽມກອງປະຊຸມໃຫຍ່ຄັ້ງ 7 ຂອງຄະນະກໍາມະການສູນກາງພັກກໍາມະກອນເກົາຫລີ ຫລື WPK ໃນນະຄອນຫລວງພຽງຢາງ ໃນພາບທີ່ເຜີຍແຜ່ອອກມາໃນວັນທີ 16 ພະຈິກ, 2020 ໂດຍອົງການຂ່າວ KCNA

ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໄດ້ເປັນປະທານກອງປະຊຸມຂອງຄະນະກົມການເມືອງ ກ່ຽວກັບການກະກຽມກອງປະຊຸມໃຫຍ່ ທີ່ບໍ່ຄ່ອຍຈັດຂຶ້ນທີ່ຄາດວ່າຈະກຳນົດເປົ້າໝາຍທາງດ້ານເສດຖະກິດ ແລະການເມືອງໃໝ່ ໃນຂະນະທີ່ປະເທດດັ່ງກ່າວ ປະເຊີນໜ້າກັບສິ່ງທ້າທາຍທີ່ເພີ່ມຂຶ້ນ ອີງຕາມການລາຍງານຂອງອົງການຂ່າວຣອຍເຕີ້ ທີ່ອ້າງອີງເຖິງຂ່າວສານຂອງລັດຖະບານປະເທດເກົາຫຼເໜືອ ໃນວັນພຸດມື້ນີ້.

ກອງປະຊຸມໃຫຍ່ຄັ້ງທີ VIII ມີຂຶ້ນທ່າມກາງການປ່ຽນປະທານາທິບໍດີຢູ່ສະຫະ ລັດ, ເຊິ່ງເກົາຫຼີເໜືອຍັງບໍ່ທັນໄດ້ໃຫ້ຄຳເຫັນຫຍັງເທື່ອ. ປະທານາທິບໍດີ ດໍໂນລ ທຣຳ ໄດ້ດຳເນີນການພົບຢ່າງເປັນປະຫວັດການຫຼາຍຄັ້ງ ກັບຜູ້ນຳຂອງປະເທດທີ່ຢູ່ໂດດດ່ຽວໃນໄລຍະທີ່ທ່ານດຳລົງຕຳແໜ່ງຢູ່ ແລະຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ການເປັນປະທານາທິບໍດີຂອງທ່ານ ໂຈ ໄບເດັນ ຈະມີຄວາມໝາຍແນວໃດ ສຳ ລັບການພົວພັນ ລະຫວ່າງວໍຊິງຕັນແລະພຽງຢາງ.

ເກົາຫຼີເໜືອ ໄດ້ປະເຊີນກັບສິ່ງທ້າທາຍຫຼາຍຢ່າງ ໃນປີ 2020 ໂດຍມີການລະ ບາດຂອງພະຍາດໂຄວິດ-19 ແລະພາຍຸໄຕ້ຝຸ່ນຫລາຍຄັ້ງໄດ້ສ້າງຄວາມກົດດັນເພີ່ມເຕີມຕໍ່ເສດຖະກິດທີ່ຖືກກະທົບຈາກການລົງໂທດຂອງສາກົນ ທີ່ແນໃສ່ເພື່ອເຮັດໃຫ້ໂຄງການນິວເຄຼຍຂອງປະເທດດັ່ງກ່າວຍຸຕິລົງນັ້ນ. ອົງການຂ່າວ KCNA ຂອງເກົາຫຼີເໜືອ ລາຍງານວ່າກອງປະຊຸມຂອງຄະນະກົມການເມືອງໃນວັນອັງຄານວານນີ້ ໄດ້ຮັບຮອງເອົາວາລະການປະຊຸມ ແລະຫົວຂໍ້ ທີ່ຈະເອົາໄປສະເໜີຢູ່ກອງປະຊຸມໃຫຍ່ແລະຮັບຮອງເອົາການຕັດສິນໃຈວ່າຈະຈັດກອງປະຊຸມນີ້ຂຶ້ນໃນເດືອນມັງກອນປີໜ້ານີ້ ໂດຍບໍ່ໄດ້ລະບຸວັນທີ ທີ່ແນ່ນອນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG