ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເກົາຫລີເໜືອ ລ້າຊ້າໃນການທົດລອງ ນິວເຄລຍ ຢ້ານວ່າຈະປະເຊີນໜ້າກັບ ສຫລ


ຮູບພາບຈາກວີດີໂອ ທີ່ຖ່າຍທອດໂດຍສໍານັກຂ່າວ KRT ຂອງເກົາຫລີເໜືອ ທີ່ສະແດງໃຫ້ເຫັນລູກສອນໄຟໃນການສວນສະໜາມໃນຈະຕຸລັດ Kim Il Sung ໃນນະຄອນພຽງຢາງ ໃນວັນເສົາທີ 15 ເມສາ 2017 ນີ້
ຮູບພາບຈາກວີດີໂອ ທີ່ຖ່າຍທອດໂດຍສໍານັກຂ່າວ KRT ຂອງເກົາຫລີເໜືອ ທີ່ສະແດງໃຫ້ເຫັນລູກສອນໄຟໃນການສວນສະໜາມໃນຈະຕຸລັດ Kim Il Sung ໃນນະຄອນພຽງຢາງ ໃນວັນເສົາທີ 15 ເມສາ 2017 ນີ້

​ເກົາຫລີ​ເໜືອ​ບໍ່​ໄດ້​ປະຕິບັດຕາມ​ແຜນ​ການທີ່ອາດ​ຈະ​ທໍາ​ການທົດ​ລອງ​ອາວຸດນິວ​
ເຄລຍ​ໃນ​ວັນ​ເສົາ​ມື້​ນີ້ ພາຍຫລັງທີ່​ສະຫະລັດ​ໄດ້​ສ​ະ​ແດງ​ການ​ຂົ່ມຂູ່​ທີ່​ໜ້າ​ເຊື່ອ​ຖື​ດ້ານ​
ກຳລັງ​ທະຫານ​ຢູ່​ໃນ​ຂົງ​ເຂດດັ່ງກ່າວ ​ແລະ​ຈີນ​ໄດ້​ເພີ້​ມຂໍ້ຈຳກັດ​ດ້ານເສດຖະກິດ​ ຕໍ່ປະ​ເທດພັນທະ​ມິດ​ທີ່​ອີງ​ອາ​ໄສທາງ​ດ້ານ​ເສດຖະກິດຂອງ​ຕົນ​ນັ້ນ.

Key Dates in North Korea's Nuclear and Missile Program
please wait

No media source currently available

0:00 0:00:52 0:00

​ຜູ້ນຳ​ເກົາຫລີ​ເໜືອ ທ່ານ Kim Jong Un ​ໄດ້​ເປັນ​ປະທານ​ໃນການ​ຈັດການເດີນ​ສວນ
ສະໜາມຂອງທະຫານ​ເພື່ອ​ສະ​ຫລອງ​ວັນຄ້າຍວັນ​ເກີດຂອງ​ຜູ້ນໍາໃນການກໍ່​ຕັ້ງປະ​ເທດ,
ມື້​ລາງ ທ່ານ Kim II Sung ໃນ​ວັນທີ 15 ​ເມສາ ຊຶ່ງເປັນ​ວັນບຸນທີ່​ສຳຄັນ​ຂອງ​ປະ​ເທດ
ທີ່ເອີ້ນ​ກັນ​ວ່າ ວັນ​ແຫ່ງ​ຕາ​ເວັນອອກ.

ຮູບພາບຈາກວີດີໂອເກົາຫລີເໜືອ ທີ່ສະແດງໃຫ້ເຫັນຮູບຜູ້ກໍ່ຕັ້ງປະເທດທ່ານ Kim Il Sung ໃນການສວນສະໜາມສະຫລອງວັນຄ້າຍວັນເກີດຂອງທ່ານ ໃນວັນທີ 15 ເມສາ 2017.
ຮູບພາບຈາກວີດີໂອເກົາຫລີເໜືອ ທີ່ສະແດງໃຫ້ເຫັນຮູບຜູ້ກໍ່ຕັ້ງປະເທດທ່ານ Kim Il Sung ໃນການສວນສະໜາມສະຫລອງວັນຄ້າຍວັນເກີດຂອງທ່ານ ໃນວັນທີ 15 ເມສາ 2017.

ຜູ້​ໂຕນ​ໜີ​ຈາກ​ເກົາຫລີ​ເໜືອ ​ແລະ​ນັກວິ​ເຄາະ​ ທ່ານ Anh Chan-il ທີ່​ສະ​ຖາ​ບັນ​ສຶກສາ
ກ່ຽວກັບເກົາ​ຫລີ​ເໜືອຂອງ​ໂລກ ກ່າວ​ວ່າ “ທ່ານ Kin Jong Un ​ໄດ້​ວາງ​ແຜນທີ່​ຈະສູ້​
ລົບກັບ​ສະຫະລັດ ​ແຕ່​ໄດ້​ຕັດສິນ​ໃຈ​ຍົກ​ເລີກ​ແຜນການ​ນັ້ນ."

ຮູບພາບຈາກວີດີໂອເກົາຫລືເໜືອສະແດງໃຫ້ເຫັນລົດທະຫານ ຕຽມເດີນສວນສະໜາມຢູ່ຈະຕຸລັດ Kim Il Sung ໃນນະຄອນພຽງຢາງ
ຮູບພາບຈາກວີດີໂອເກົາຫລືເໜືອສະແດງໃຫ້ເຫັນລົດທະຫານ ຕຽມເດີນສວນສະໜາມຢູ່ຈະຕຸລັດ Kim Il Sung ໃນນະຄອນພຽງຢາງ

ຄວາມຄາດ​ຫວັງ​ວ່າ​ຈະ​ມີການ​ທົດ​ລອງ​ນິວ​ເຄລຍ ຂອງ​ເກົາຫລີ​ເໜືອທີ່​ຈະ​ເກີດ​ຂຶ້ນ​ໃນ​
ໝໍ່ໆນີ້ ​ໄດ້​ເພີ້​ມທະວີຂຶ້ນ​ໃນ​ອາທິດ​ນີ້ ອີງ​ຕາມ​ລາຍ​ງານ​ກ່ຽວກັບກິດຈະການ​ ຫວ່າງມໍ່​ໆ
ຢູ່ບ່ອນ​ທົດ​ລອງ​ນິວ​ເຄລຍ Punggye ຂອງ​ພຽງຢາງ ​ແລະ​ເທົ່າ​ທີ່​ຜ່ານ​ມາ Pyong-
yang ​ໄດ້​ປະຕິບັດ​ການ​ກໍ່ກວນທົດ​ລອງ​ທາງ​ທະຫານ ທີ່​ຖືກ​ມື້​ດຽວ​ກັນ​ກັບ​ວັນ​ເກີດ​ຂອງ​
ຜູ້ນຳ​ກໍ່​ຕັ້ງ​ປະ​ເທດມາ​ແລ້ວ. ນັບ​ແຕ່​ເດືອນ​ມັງກອນ​ປີ 2016 Pyongyang ​ການປະພຶດ
ທີ່​ບໍໍ່ມີ​ການ​ຢັບຢັ້ງຫຍັງ​ຫລາຍ ໂດຍ​ໄດ້​ທໍາ​ການທົດ​ລອງ​ນິວ​ເຄລຍສອງ​ຄັ້ງ ​ແລະ​ພະ​ຍາ
ຍາມ​ທໍາ​ການ ​ການ​ທົດ​ລອງ​ຍິງ​ລູກ​ສອນ​ໄຟຂີ​ປະ​ນາ​ວຸດຂະ​ນາດ​ກາງ ​ແລະ​ໄລຍະ​ຍາວ
ຫລາຍ​ຄັ້ງ​. ​ແ​ລະ​ໃນ​ປີ​ນີ້ ທ່າ​ນ Kin Jong Un ​ໄດ້​ເນັ້ນບອກ​ວ່າ​ປະ​ເທດຂອງ​ທ່ານ​ກຳລັງ​
ຢູ່​ຂັ້ນ​ສູດ​ທ້າຍ​ຂອງ​ການທົດ​ລອງ ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດຂ້າມ​ທະວີບ (ICBM) ທີ່​ສາ
ມາດ​ຍິງ​ມາ​ເຖີງ​ແຜ່ນດິນ​ໃຫຍ່​ສະຫະລັດ.

ຜູ້ນຳເກົາຫລີເໜືອ ທ່ານ Kim Jong Un (ຂວາ) ມາເຖິງສະຖານທີ່ເປີດພິທີສວນສະໜາມ.
ຜູ້ນຳເກົາຫລີເໜືອ ທ່ານ Kim Jong Un (ຂວາ) ມາເຖິງສະຖານທີ່ເປີດພິທີສວນສະໜາມ.

ປະທານາທິບໍດີ​ສະຫະລັດ ທ່ານ Donald Trump ​ເຖິງ​ຢ່າງ​ໃດ​ກໍ​ດີ​ໄດ້​ໃຫ້ຄວາມ​ສຳ
ຄັນ​ສູງ​ສຸດ​ຕໍ່ການປ້ອງ​ກັນ​ເກົາຫລີ​ເໜືອ ບໍ່​ໃຫ້​ພັດທະນາ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ທີ່​ເຊື່ອ​
ຖື​ໄດ້ວ່າ​ມີ​ສະມັດ​ຕະພາບ ທີ່​ຈະ​ຂົ່ມຂູ່​ຄວາມ​ໝັ້ນຄົງ​ແຫ່ງ​ຊາດສະຫະລັດ​ໄດ້.

ປະທານາທິບໍດີ Donald Trump ແລະປະທານປະເທດ Xi Jinping .
ປະທານາທິບໍດີ Donald Trump ແລະປະທານປະເທດ Xi Jinping .

ກອງ​ບັນຊາ​ການ​ສະຫະລັດ​ປະຈຳ​ເຂດ​ປາຊິ​ຟິກ ​ໃນ​ອາທິດ​ນີ້​ໄດ້​ສົ່ງ​ກຳ​ປັ່ນລົບ USS
Carl Vinson ທີ່​ໃຊ້​ພະລັງງານ​ນິວ​ເຄລຍ ບັນທຸກ​ເຮືອບິນ​ເປັນ​ຂະ​ບວນ ທີ່​ຮວມທັງ
ອາວຸດ​ນຳພາ​ທຳລາຍ ​ແລະ​ຝູງ​ບິນ​ຢູ່​ໃນ​ຂົງ​ເຂດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US North Korea
please wait
Embed

No media source currently available

0:00 0:02:50 0:00

XS
SM
MD
LG