ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ເລື່ອນເວລາ ໃນການພົບພໍ້ກັນ ຂອງຄອບຄົວ ທີ່ພັດພາກ (ວີດີໂອ)


ຜູ້ຍື່ນຄຳຮ້ອງ ຊາວເກົາຫຼີໃຕ້ ກວດເບິ່ງລາຍຊື່ ພວກທີ່ໄດ້ຮັບອະນຸຍາດ ໃຫ້ໄປຮ່ວມ ການພົບພໍ້ ຂອງຄອບຄົວທີ່ພັດພາກຈາກກັນ ໃນປາງສົງຄາມ ທີ່ສຳນັກງານໃຫຍ່ ສະພາກາແດງ ຢູ່ກຸງໂຊລ (24 ສິງຫາ 2013)
ຜູ້ຍື່ນຄຳຮ້ອງ ຊາວເກົາຫຼີໃຕ້ ກວດເບິ່ງລາຍຊື່ ພວກທີ່ໄດ້ຮັບອະນຸຍາດ ໃຫ້ໄປຮ່ວມ ການພົບພໍ້ ຂອງຄອບຄົວທີ່ພັດພາກຈາກກັນ ໃນປາງສົງຄາມ ທີ່ສຳນັກງານໃຫຍ່ ສະພາກາແດງ ຢູ່ກຸງໂຊລ (24 ສິງຫາ 2013)
ເກົາຫຼີເໜືອໄດ້ເລື່ອນເວລາການພົບພໍ້ຂອງບັນດາຄອບຄົວທີ່ພັດ
ພາກຈາກກັນ ໃນປາງສົງຄາມເກົາຫຼີ ຊຶ່ງຈະມີຂຶ້ນ ໃນອາທິດໜ້າ ຍ້ອນອັນທີ່ເກົາຫລີເໜືອມອງເຫັນວ່າ ແມ່ນທ່າທີທີ່ເປັນປໍລະປັກ
ຂອງເກົາຫຼີໃຕ້.

ໃນວັນເສົາມື້ນີ້ ອົງການຂ່າວສູນກາງຂອງທາງການເກົາຫຼີເໜືອ
ໄດ້ອ້າງຄຳເວົ້າຂອງເຈົ້າໜ້າທີ່ ທີ່ກ່າວວ່າ ການພົບພໍ້ທີ່ວ່ານີ້ຈະ
ບໍ່ມີຂຶ້ນຈົນກວ່າວ່າຈະມີບັນຍາກາດແບບປົກກະຕິບ່ອນທີ່ການ ສົນທະນາແລະການເຈລະຈາສາມາດມີຂຶ້ນໄດ້.

ໜັງສືພິມ ຊຶ່ງສະທ້ອນໃຫ້ເຫັນທ່າທີຂອງລັດຖະບານ ສະບັບດັ່ງ
ກ່າວນີ້ ໄດ້ຖິ້ມໂທດ ໃສ່ພວກນິຍົມແນວທາງເດີມໃນເກົາຫຼີໃຕ້ ທີ່ສວຍໃຊ້ຄວາມສຳພັນລະ ຫວ່າງສອງເກົາຫລີ ໄປໃນທາງທີ່ບໍ່ຖືກຕ້ອງ. ນອກນັ້ນແລ້ວ ໜັງສືພິມສະບັບນີ້ ຍັງໄດ້ກ່າວ ໂຈມຕີກຸງໂຊລ ກ່ຽວກັບການຊ້ອມລົບຮ່ວມ ກັບສະຫະລັດ ເມື່ອບໍ່ໄວໆມານີ້.

ກະຊວງທ້ອນໂຮມຊາດຂອງເກົາຫຼີໃຕ້ ກ່າວວ່າ ຕົນຮູ້ສຶກເສຍໃຈເປັນທີ່ສຸດ ທີ່ເກົາຫຼີເໜືອ
ໄດ້ຕັດສິນໃຈຍົກເລີກ ການພົບພໍ້ເຕົ້າໂຮມ ຂອງບັນດາຄອບຄົວ ຍ້ອນເຫດຜົນ ທາງດ້ານ ການເມືອງໂດຍເວົ້າວ່າ ການຕັດສິນໃຈນີ້ໄດ້ສ້າງຄວາມເສຍໃຈ ໃຫ້ແກ່ບັນດາຄອບຄົວທີ່ ພັດພາກຈາກກັນໃນປາງສົງຄາມ.

ການພົບພໍ້ເຕົ້າໂຮມກັນເປັນເວລາ 6 ມື້ ມີກຳນົດຈະເລີ້ມຂຶ້ນໃນວັນພຸດໜ້າຢູ່ທີ່ບ້ານຕາກ ອາກາດ ເທິງພູ Kumgang ໃນເກົາຫຼີເໜືອ. ພາຍໃຕ້ຂໍ້ຕົກລົງ ທີ່ບັນລຸກັນໃນເດືອນແລ້ວ ປະມານ 100 ຄົນຈາກແຕ່ລະຝ່າຍ ຈະໄປຮ່ວມໃນການພົບພໍ້ຄັ້ງນີ້.

KOREAS REUNIONS
please wait
Embed

No media source currently available

0:00 0:00:53 0:00
XS
SM
MD
LG