ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ວ່າ ຕົນຈະບໍ່ເຈ​ລະ​ຈາ ກັບ ​ທ່ານ​ພອມ​ພຽວ ອີກຕໍ່ໄປ


ລັດຖະມົນຕີວ່າການຕ່າງປະເທດ ສະຫະລັດ ທ່ານໄມຄ໌ ພອມພຽວ ກ່າວ ໃນກອງປະຊຸມຖະແຫລງຂ່າວ, ວັນທີ 8 ເມສາ 2019, ຢູ່ທີ່ກະຊວງການຕ່າງປະເທດ ສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ.
ລັດຖະມົນຕີວ່າການຕ່າງປະເທດ ສະຫະລັດ ທ່ານໄມຄ໌ ພອມພຽວ ກ່າວ ໃນກອງປະຊຸມຖະແຫລງຂ່າວ, ວັນທີ 8 ເມສາ 2019, ຢູ່ທີ່ກະຊວງການຕ່າງປະເທດ ສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ.

ເກົາຫຼີເໜືອທວງ​ໃຫ້ລັດຖະມົນຕີວ່າການຕ່າງປະເທດຂອງສະຫະລັດ ທ່ານໄມຄ໌
ພອມພຽວ ຈະບໍ່ມີສ່ວນຮ່ວມໃດໆ ໃນການເຈລະຈາ ທີ່ກ່ຽວຂ້ອງກັບໂຄງການອາວຸດ
ນິວເຄລຍ ອີກຕໍ່ໄປ.

ທ່ານຄວານ ຈົງ ກັນ ເຈົ້າໜ້າທີ່ອະວຸໂສ ໃນກະຊວງການຕ່າງປະເທດຂອງເກົາຫຼີເໜືອ
ກ່າວວ່າ ພຽງຢາງຢາກໄດ້ຜູ້ໃດຜູ້ນຶ່ງ ທີ່ມີ “ຄວາມຮອບຄອບກວ່ານີ້ແລະ ມີວຸດທິພາວະ ໃນການສື່ສານ” ອີງຕາມລາຍງານ ຂອງອົງການຂ່າວ KCNA ຂອງທາງການເກົາຫຼີ
ເໜືອ.

ຄຳເຫັນຂອງທ່ານຄວານ ຈົງ ກັນ ໄດ້ຖືກເປີດເຜີຍ ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກ ລະບອບ
ການປົກຄອງດັ່ງ​ກ່າວ ໄດ້ປະກາດວ່າ ເກົາຫຼີເໜືອໄດ້ທຳການທົດລອງ “ອາວຸດ​ນຳວິຖີ
ສຳ​ລັບ​ສະ​ໜາມ​ລົບ”
​ຊະ​ນິດໃໝ່ ອັນເປັນການສະແດງອອກເຖິງ ຄວາມອາດສາມາດ
ທາງດ້ານທະຫານ ຄັ້ງຫຼ້າສຸດຂອງພຽງ.

ອົງການຂ່າວ KCNA ໄດ້ກ່າວວ່າ ທ່ານກິມ ຈົງ ອຶນ ໄດ້ກຳກັບແລະຊີ້ນຳ ການທົດລອງ
ດັ່ງກ່າວ ໃນວັນພຸດວານນີ້ ໂດຍເອີ້ນການທົດລອງນີ້ວ່າ ເປັນການປະຕິບັດງານທີ່ “ມີ
ຄວາມສຳຄັນຢ່າງຍິ່ງ.”

ລາຍງານ ຂອງອົງການຂ່າວ KCNA ບໍ່ໄດ້ໃຫ້ລາຍລະອຽດກ່ຽວກັບປະເພດອາວຸດ ທີ່
ໄດ້ທຳການທົດລອງນັ້ນ ແຕ່ປະໂຫຍກທີ່ວ່າ “ສະ​ໜາ​ມ​ລົບ” ບົ່ງບອກວ່າ ມັນບໍ່ແມ່ນ
ລູກສອນໄຟຂີປະນາວຸດ.

ເຖິງຢ່າງໃດກໍຕາມ ການທົດລອງ ອາດມອງເຫັນໄດ້ວ່າ ເປັນການເຕືອນຕໍ່ສະຫະລັດ
ທ່າມກາງສະພາບການທີ່ບໍ່ໄປບໍ່ມາ ໃນການເຈລະຈາກ່ຽວ​ກັບໂຄງການອາວຸດນິວເຄລຍ
ຂອງເກົາຫຼີເໜືອ.

“ທ່ານກິມ ກຳລັງພະຍາຍາມສ້າງພາບພົດໃຫ້ລັດຖະບານທ່ານທຣຳ ເຫັນວ່າ ທ່າແຮງ
ດ້ານການທະຫານ ຂອງທ່ານນັ້ນ ແມ່ນຂະຫຍາຍຂຶ້ນນັບມື້ ແລະວ່າ ລະບອບການ
ປົກຄອງຂອງທ່ານ ແມ່ນກຳລັງບໍ່​ພໍ​ໃຈກັບການຂາດການ​ຜ່ອນ​ສັ້ນ​ຜ່ອນ​ຍາວ ຂອງ
ວໍຊິງຕັນ ໃນການເຈລະຈາຫຼາຍຮອບ ທີ່ຜ່ານມານີ້”
ນັ້ນແມ່ນຄຳເວົ້າຂອງທ່ານ ແຮຣີ
ຄາຊຽນນິສ ຜູ້ອຳນວຍການໃນດ້ານການສຶກສາກ່ຽວກັບເກົາຫຼີ ຢູ່ທີ່ສູນກາງເພື່ອ ຜົນປະ
ໂຫຍດແຫ່ງຊາດ.

ເຈົ້າໜ້າທີ່ກອງທັບສະຫະລັດ ທ່ານນຶ່ງ ໄດ້ກ່າວເມື່ອຕອນແລງວັນພຸດວານນີ້ ວ່າ ທຳນຽບ
ຫ້າແຈ ຮູ້ຈັກກ່ຽວກັບລາຍງານ ຂອງການທົດລອງນັ້ນ ແຕ່ບໍ່ໄດ້ ໃຫ້ຄຳເຫັນໃດໆຕື່ມອີກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG