ສື່ມວນຊົນຂອງລັດເກົາຫຼີເໜືອກ່າວວ່າ ຜູ້ທີ່ປາກົດວ່າເປັນທາຍາດທາງການເມືອງຂອງ ປະເທດ ຄືທ້າວກິມຈົງອຸນ ໄດ້ໄປເບິ່ງການຊ້ອມລົບທາງທະຫານ ຮ່ວມກັບບິດາຂອງລາວ ຄືທ່ານກິມຈົງອິລ ຜູ້ນຳສູງສຸດຂອງເກົາຫຼີເໜືອ.
ອົງການຂ່າວສູນກາງ ຂອງທາງການເກົາຫຼີເໜືອ ກ່າວເຖິງທ້າວກິມຈົງອຸນ ແຕ່ພຽງຊື່ຕຳ ແໜ່ງຂອງລາວ ໂດຍບໍ່ເວົ້າເຖິງຄວາມສຳພັນຂອງລາວ ກັບຜູ້ນຳທີ່ພວມປ່ວຍ ຂອງ ເກົາຫຼີເໜືອ.
ນີ້ແມ່ນເທື່ອທຳອິດ ທີ່ສື່ມວນຊົນຂອງທາງການເກົາຫຼີເໜືອ ລາຍງານຂ່າວກ່ຽວກັບສອງ ພໍ່ລູກສະກຸນກິມ ທີ່ປະຕິບັດໜ້າທີ່ເປັນທາງການຮ່ວມກັນ ແຕ່ລາຍງານບໍ່ໄດ້ບອກວ່າ ການຊ້ອມລົບດັ່ງກ່າວ ໄດ້ມີຂຶ້ນເວລາໃດ ຫລືຢູ່ບ່ອນໃດ.
ທ້າວກິມຈົງອຸນ ໄດ້ຖືກເລື່ອນຊັ້ນ ໃຫ້ເປັນນາຍພົນ 4 ດາວ ແລະຮອງປະທານຄະນະກຳ ມາທິການກອງທັບ ຂອງພັກກຳມະກອນເກົາຫຼີ ໃນກອງປະຊຸມ ທີ່ບໍ່ຄ່ອຍຈັດຂຶ້ນຂອງພັກ ໃນສັບປະດາແລ້ວ.
ພັກກຳມະກອນເກົາຫຼີ ຈະສະເຫຼີມສະຫຼອງ ວັນຄົບຮອບ 65 ປີ ໃນການສ້າງຕັ້ງຂອງ ຕົນ ໃນວັນອາທິດຈະມານີ້.