ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອປະກາດ ວັນຈັດກອງປະຊຸມ ພັກກໍາມະກອນ


ພັກຄອມມູນິສຂອງເກົາຫຼີເໜືອທີ່ປົກຄອງປະເທດຢູ່ໃນເວລານີ້ກ່າວວ່າ ຕົນຈະຈັດກອງປະຊຸມ ຄັ້ງສຳຄັນໃນອາທິດໜ້າ ເພື່ອເລືອກເອົາຄະນະນຳພາຊຸດໃໝ່.

ອົງການຂ່າວສູນກາງຂອງທາງການເກົາຫຼີເໜືອປະກາດ ໃນວັນອັງຄານມື້ນີ້ວ່າ ກອງປະຊຸມ ຄະນະຜູ້ແທນພັກກຳມະກອນ ຊຶ່ງເປັນພັກລັດຖະບານຂອງເກົາຫຼີເໜືອ ຈະໄຂຂຶ້ນໃນວັນທີ 28 ກັນຍານີ້.

ກອງປະຊຸມຄະນະຜູ້ແທນຈາກທົ່ວປະເທດ ບໍ່ໄດ້ມີຂຶ້ນນັບແຕ່ປີ1966 ເປັນຕົ້ນມາ ແລະ ກອງປະຊຸມຫຼວງຄົບຄະນະຂອງພັກໃນເກົາຫຼີເໜືອບໍ່ໄດ້ມີຂຶ້ນມາ ຕັ້ງແຕ່ປີ 1980.

ກອງປະຊຸມພັກກຳມະກອນຈະຖືກຈັບຕາເບິ່ງຢ່າງໃກ້ຊິດ ເພື່ອ​ຫາຮ່ອງຮອຍຕ່າງໆທີ່​ສະ​ແດງວ່າ ທ່ານກິມຈົງອິລ ຜູ້ນຳສູງ ສຸດຂອງເກົາຫຼີເໜືອທີ່ມີອາຍຸແກ່ຊະລາແລ້ວນັ້ນ ຈະ ເລືອກເອົາທ້າວ ກິມຈົງອຸນ ລູກຄົນທີ 3 ຊຶ່ງເປັນລູກຊາຍຫຼ້າຂອງທ່ານເປັນທາຍາດ ທາງການເມືອງຫຼືຜູ້ສືບທອດອຳນາດຕໍ່ຈາກທ່ານຫຼືບໍ່.

ເກົາຫຼີເໜືອປະກາດມາໄດ້ຫຼາຍອາທິດແລ້ວວ່າ ກອງປະຊຸມຂອງພັກຈະມີຂຶ້ນ ໃນຕົ້ນເດືອນ
ກັນຍາ. ການປະກາດໃນວັນອັງຄານມື້ນີ້ບໍ່ໄດ້ໃຫ້ການອະທິບາຍກ່ຽວກັບການປ່ຽນແປງໃນ ໝາຍກຳນົດການ.

ທ່ານກິມຈົງອິລເວລານີ້ ມີອາຍຸ 68 ປີ ແລະເຊື່ອກັນວ່າທ່ານມີສຸຂະພາບຊຸດໂຊມ.

XS
SM
MD
LG