ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີ​ເໜືອ ມີ​ແຜນ​ທີ່​ຈະ​ສົ່ງ​ດາວ​ທຽມ​ຂຶ້ນສູ່ວົງ​ໂຄ​ຈອນ ​ໃນວັນ​ທີ 4 ມິ​ຖຸ​ນາ


​ຈະຫຼວດ​ທີ່​ບັ​ນ​ທຸກ​ດາວ​ທຽມ​ຖືກ​ປ່ອຍ​ຂຶ້ນ, ດັ່ງ​ທີ່​ລັດ​ຖະ​ບານ ເກົາຫຼີ​ເໜືອ ໄດ້​ອ້າງ, ໃນ​ແຂວງ ກຽງ​ຊາງ, ເກົາຫຼີ​ເຣືອ, ໃນ​ພາບ​ແຈກ​ຢາຍ​ທີ່​ໄດ້​ມາ​ໂດຍ​ອົງ​ການ​ຂ່າວ ຣອຍ​ເຕີ, 21 ພະ​ຈິກ 2023.
​ຈະຫຼວດ​ທີ່​ບັ​ນ​ທຸກ​ດາວ​ທຽມ​ຖືກ​ປ່ອຍ​ຂຶ້ນ, ດັ່ງ​ທີ່​ລັດ​ຖະ​ບານ ເກົາຫຼີ​ເໜືອ ໄດ້​ອ້າງ, ໃນ​ແຂວງ ກຽງ​ຊາງ, ເກົາຫຼີ​ເຣືອ, ໃນ​ພາບ​ແຈກ​ຢາຍ​ທີ່​ໄດ້​ມາ​ໂດຍ​ອົງ​ການ​ຂ່າວ ຣອຍ​ເຕີ, 21 ພະ​ຈິກ 2023.

ເກົາຫຼີ​ເໜືອ ໄດ້​ແຈ້ງ ຍີ່​ປຸ່ນ ກ່ຽວ​ກັບ ແຜນການ​ທີ່​ຈະ​ປ່ອຍ​ດາວ​ທຽມ​ຂຶ້ນ​ໃນ​ວັນ​ທີ 4 ມິ​ຖຸ​ນາ ນີ້, ສື່ມວນ​ຊົນ ຍີ່​ປຸ່ນ ໄດ້​ລາຍ​ງານ​ໃນ​ວັນ​ຈັນ​ມື້​ນີ້​ໂດຍ​ອ້າງ​ອີງ​ເຖິງໜ່ວຍຍາມ​ຊາຍ​ຝັ່ງ, ຫຼັງ​ຈາກ​ລັດ​ຖະ​ບານ ໂຊ​ລ ໄດ້​ກ່າວ​ວ່າ ພຽງ​ຢາງ ແມ່ນ​ກຳ​ລັງ​ກະ​ກຽມ​ທີ່​ຈະ​ນຳ​ເອົາ​ດາວ​ທຽມ​ສອດ​ແນມ​ທະ​ຫານ​ອີກ​ໜ່ວຍ​ນຶ່ງ​ຂຶ້ນ​ໄປ​ໂຄ​ຈອນ​ໃນ​ອະ​ວະ​ກາດ.

ໜ່ວຍ​ຍາມ​ຊາຍ​ຝັ່ງ ຍີ່​ປຸ່ນ ໄດ້​ກ່າວ​ວ່າ​ໄລ​ຍະ​ການ​ປ່ອຍ​ຂຶ້ນ 8 ວັນ​ຈະ​ເລີ່ມ​ຕົ້ນ​ໃນ​ຕອນ​ທ່ຽງ​ຄືນ​ເຂົ້າ​ຫາ​ວັນ​ຈັນມື້ນີ້, ດ້ວຍ​ແຈ້ງ​ການ​ຂອງ ເກົາຫຼີ​ເໜືອ ໄດ້​ກຳ​ນົດ​ເຂດ​ອັນ​ຕະ​ລາຍ​ທາງ​ທະ​ເລ​ສາມ​ຈຸດ​ໃກ້​ກັບ​ແຫຼມ​ ເກົາຫຼີ ແລະ ເກາະ ລູ​ຊອນ ຂອງ ຟີ​ລິບ​ປິນ ບ່ອນ​ທີ່​ຊາກ​ຫັກ​ພັງ​ຂອງ​ຈະຫຼວດ​ທີ່​ນຳ​ພາ​ດາວ​ທຽມ​ຂຶ້ນ​ໄປ​ນັ້ນ​ອາດ​ຕົກ​ລົງ​ມາ, ອີງ​ຕາມ​ອົງ​ການ​ຂ່າວ ຄຽວ​ໂດະ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ຈາກ ສະ​ຫະ​ລັດ​, ຍີ່​ປຸ່ນ ແລະ ເກົາຫຼີ​ໃຕ້ ໄດ້​ຕົກ​ລົງ​ກັນ​ທາງ​ໂທ​ລະ​ສັບ ​ທີ່​ຈະ​ຮຽກ​ຮ້ອງ​ໃຫ້​ລະ​ບອບ​ການ​ປົກ​ຄອງ​ຂອງ​ທ່ານ ກິມ ຈົງ ອຶນ ຍົກ​ເລີກ​ແຜນ​ການ​ດັ່ງ​ກ່າ​ວ​ຊົ່ວ​ຄາວ, ເນື່ອງຈາກ​ການ​ປ່ອຍ​ຂຶ້ນ​ທີ່​ໃຊ້​ເທັກ​ໂນ​ໂລ​ຈີ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໃດໆ ຈະ​ເປັນ​ການ​ລະ​ເມີດ​ຕໍ່​ມະ​ຕິ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ ຄຽວ​ໂດະ.

ເກົາຫຼີ​ເໜືອ ທີ່​ມີ​ອາ​ວຸດ​ນິວ​ເຄ​ລຍ ໄດ້​ປ່ອຍ​ດາວ​ທຽມ​ສອດ​ແນມ​ໜ່ວຍ​ທຳ​ອິດ​ຂອງ​ເຂົາ​ເຈົ້າ​ຂຶ້ນ​ໄປ​ອະ​ວະ​ກາດ​ເມື່ອ​ເດືອນ​ພະ​ຈິກ​ທີ່​ຜ່ານ​ມາ ໃນ​ການ​ເຄື່ອນ​ໄຫວ​ທີ່​ໄດ້​ກໍ່​ໃຫ້​ເກີດ​ການ​ກ່າວ​ປະ​ນາມ​ຈາກ​ສາ​ກົນ, ດ້ວຍ ສະ​ຫະ​ລັດ ເອີ້ນ​ມັນ​ວ່າ​ເປັນ “ການ​ລ່ວງ​ລະ​ເມີດ​ທີ່ບໍ່​ມີ​ຄວາມ​ອາຍ” ຕໍ່​ມາດ​ຕະ​ການ​ລົງ​ໂທດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG