ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອວາງແຜນທີ່ຈະສົ່ງດາວທຽມສອດແນມ ແລະຜະລິດວັດຖຸນິວເຄຣຍ ຕື່ມອີກ ໃນປີ 2024

ຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ກ່າວຖະແຫລງ ຢູ່ທີ່ກອງປະຊຸມສະໄໝສາມັນ ຄັ້ງທີ 8 ຄະນະກຳມະການສູນກາງພັກແຮງງານ ຂອງເກົາຫຼີເໜືອ ຢູ່ທີ່ສຳນັກງານໃຫຍພັກໃນນະຄອນຫຼວງພຽງຢາງ ຂອງເກົາຫຼີເໜືອ, ໃນພາບນີ້ທີ່ໄດ້ນຳອອກເຜີຍແຜ່ ເມື່ອວັນທີ 31ທັນວາ 2023, ໂດຍອົງການສູນກາງຂ່າວຂອງເກົາຫຼີເໜືອ.

ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ກ່າວວ່າ ປະເທດຂອງທ່ານ ຈະສົ່ງດາວທຽມສອດແນມດ້ານການທະຫານ ຂຶ້ນຕື່ມອີກສາມໜ່ວຍ ແລະຈະ​ກັ່ນວັດຖຸນິວເຄລຍ ຫຼື ຟີວຊັ້ນ ຫຼາຍຂຶ້ນ ອີງ​ຕາ​ມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ອົງການສູນກາງຂ່າວຂອງທາງການເກົາຫຼີເໜືອ ຫຼື KCNA ໄດ້ກ່າວໃນວັນອາທິດວານນີ້ ວ່າ ທ່ານກິມ ໄດ້ໃຫ້ຄວາມເຫັນ ໃນລະຫວ່າງກອງປະຊຸມທີ່ສຳຄັນຂອງພັກລັດ​ຖະ​ບານ​ທີ່ປົກຄອງປະເທດໃນປັດຈຸບັນ ທີ່ໄດ້ກຳນົດເປົ້າໝາຍຕ່າງໆຂອງປະເທດສຳລັບປີ 2024.

ອົງການຂ່າວ KCNA ໄດ້ກ່າວວ່າ ທ່ານກິມ ໄດ້ຮຽກຮ້ອງໃຫ້ມີຄວາມພ້ອມໃນດ້ານສົງຄາມຢ່າງ “ຖ້ວມລົ້ນ” ເພື່ອຮັບມືກັບການເຄື່ອນໄຫວແບບປະເຊີນໜ້າກັນທີ່ນຳພາໂດຍສະຫະລັດ. ຖະແຫລງການຂອງທ່ານກິມສະເໜີແນະວ່າ ເກົາ ຫຼີເໜືອ ຈະສືບຕໍ່ດຳເນີນການທົດລອງອາວຸດຕ່າງໆ ເພື່ອຂະຫຍາຍຄັງແສງອາ ວຸດຂອງທ່ານ ທ່າມກາງດ້ານການທູດທີ່ຂາດການພົວພັນກັບສະຫະລັດ ມາຍາວນານແລ້ວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG