ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫລີເໜືອສະຫລອງ ຄົບຮອບ 65 ປີ ຂອງພັກ


ການເດີນສວນສະໜາມອັນຍິ່ງໃຫຍ່ຢູ່ຈະຕຸລັດກິມອິນຊຸງ, ນະຄອນພຽງຢາງ ເພື່ອສະເຫລີມສະຫລອງຄົບຮອບ 65 ປີ ວັນສ້າງຕັ້ງພັກກໍາມະກອນ ຫລື Workers' Party ຂອງເກົາຫລີເໜືອ
ການເດີນສວນສະໜາມອັນຍິ່ງໃຫຍ່ຢູ່ຈະຕຸລັດກິມອິນຊຸງ, ນະຄອນພຽງຢາງ ເພື່ອສະເຫລີມສະຫລອງຄົບຮອບ 65 ປີ ວັນສ້າງຕັ້ງພັກກໍາມະກອນ ຫລື Workers' Party ຂອງເກົາຫລີເໜືອ

ເກົາຫລີເໜືອໄດ້ສະແດງແສນຍານຸພາບທາງທະຫານຂອງຕົນ ດ້ວຍການເດີນສວນສະໜາມ ຄັ້ງໃຫຍ່ ໃນວັນອາທິດທີ່ຜ່ານມາ ເພື່ອສະເຫລີມສະຫລອງວັນຄົບຮອບ 65 ປີ ຂອງການ ສ້າງຕັ້ງພັກການເມືອງພັກດຽວຂອງປະເທດ. ທ້າວກິມຈົງອຸນ ລູກຊາຍຜູ້ເປັນທາຍາດຂອງ ທ່ານກິມຈົງອິລ ຜູ້ນໍາສູງສຸດຂອງເກົາຫລີເໜືອ ໄດ້ອອກປາກົດຕົວກັບພໍ່ ເພື່ອຊົມການເດີນ ສວນສະໜາມດັ່ງກ່າວ ທີ່ໄດ້ຖືກຖ່າຍທອດອອກອາກາດສົດທາງທີວີຂອງລັດ ຊຶ່ງເຮັດໃຫ້ ຊາວເກົາຫລີເໜືອ ມີໂອກາດໄດ້ເຫັນຊາຍໜຸ່ມຜູ້ທີ່ຖືກແຕ່ງຕັ້ງໃຫ້ສືບຕໍາແໜ່ງເປັນຜູ້ນໍາປະ ເທດຄົນຕໍ່ໄປຢ່າງເຕັມຕາ.

ມີສຽງໄຊໂຍໂຮ່ຮ້ອງກັບ​ຈາກຜູ້ຊົມ​ ດັງ​ຂຶ້ນ​ກ້ອງສະນັ່ນຈະຕຸ​ລັດກິມອິນ​ຊຸງ ທີ່​ນະຄອນ​ຫລວງພຽງຢາງ ​ເມື່ອ​ເວລາທ່ານ ກິມຈົງອິລ ຜູູ້ນໍາສູງ​ສຸດ​ຂອງເກົາຫລີເໜືອ ປາກົດຕົວ ອອກມາ ​ເພື່ອ​ກວດຊົມ​ການ​ເດີນສວນສະໜາມອັນຍິ່ງ​ໃຫຍ່ ຂອງ​ກອງທັບ.

ການເດີນສວນສະໜາມຂອງທະຫານ ທີ່​ບໍ່ຄ່ອຍ​ຈະ​ມີການ ຖ່າຍທອດອອກອາກາດສົດທາງທີວີ ​ໄດ້​ເດີນຜ່ານ ຜາມຜູ້​ຊົມ​ຂອງ​ຜູ້​ນໍາ​ປະ​ເທດ​ແລະ​ເຈົ້າ​ໜ້າ​ທີ່​ຄົນ​ສໍາ​ຄັນໆ ​ແລະສະ​ແດງ​ການ​ຄຳນັບຕໍ່ທ່ານກິມຈົງອິລ ທີ່​ມີ​ລູກ​ຊາຍຫລ້າ ທ້າວ ກິມຈົງ​ອຸນ ທີ່​ຫາກໍ່ຖືກແຕ່ງຕັ້ງ​ໃຫ້​ເປັນ​ນາຍ​ພົນ 4 ດາວ ​ໃໝ່ໆໃນຫວ່າງ​ບໍ່ດົນມານີ້ ຢືນຢູ່ຄຽງ ​ຂ້າງຂອງ​ທ່ານ. ​ແຕ່​ວ່າທ້າວກິມຈົງ​ອຸນ ​ຜູ້​ເປັນ​ທາຍາດ​ສືບ​ທອດ​ ບໍ່​ໄດ້​ຢູ່ໃນ​ເຄື່ອງແບບ​ທະຫານ ກົງກັນຂ້າມ ລາວ​ນຸ່ງຊຸດຄອມ​ມິ​ວນິສສີດຳ ​ໂດຍ​ມີ​ລັກສະ​ນະທ່າ​ທາງ​ຄື​ກັນ​ຫລາຍກັບທ່ານ​ກິ​ມອິນ​ຊຸງ ຜູ້​ເປັນ​ປູ່ຂອງລາວ.

ທ້າວກິມຈົງອຸນ ທີ່ນຸ່ງຊຸດຄອມມິວນິສສີດຳ ທີ່ມີລັກສະນະທ່າທາງຄືກັນກັບ ທ່ານກິມອິນຊຸງ ຜູ້ເປັນປູ່ຂອງລາວ.
ທ້າວກິມຈົງອຸນ ທີ່ນຸ່ງຊຸດຄອມມິວນິສສີດຳ ທີ່ມີລັກສະນະທ່າທາງຄືກັນກັບ ທ່ານກິມອິນຊຸງ ຜູ້ເປັນປູ່ຂອງລາວ.

ການ​ສວນສະໜາມອັນ​ຍິ່ງ​ໃຫຍ່​ ຂອງ​ກຳລັງ​ທະຫານ ບໍ່ພຽງ​ແຕ່​ເປັນ​ການສະ​ແດງ​ໃຫ້​ເຫັນ​ເຖິງ ຄວາມ​ຕັ້ງໃຈ​ໃນ​ການ​ທີ່​ຈະປ້ອງ​ກັນຕົນ​ເອງຂອງເກົາຫລີເໜືອ ​ເຖິງ​ຈະ​ມີ​ຄວາມທຸກ​ປານ​ໃດ​ກໍ​ຕາມ ແຕ່ມັນ​ຍັງ​ເປັນ​ການສົ່ງ​ສັນ ຍາ​ນ​ບອກ​ຢ່າງ​ຈະ​ແຈ້ງ ໃຫ້​ປະຊາຊົນ​ເກົາຫລີ​ ເໜືອ ​ແລະຄົນ​ທົ່ວ​ໂລກໄດ້ຮູ້ວ່າ ທ່ານ​ກິມຜູ້​ອາວຸ​ໂສທີ່​ມີ​ສຸຂະພາບ​ຊຸດ​ໂຊມ​ລົງ​ເລື້ອຍໆນັ້ນ ມີ​ຄວາມ​ຕັ້ງ​ໃຈທີ່​ຈະ​ຍື່ນ​ຕໍ່ອຳນາດ​ໃນ​ກາ​ນປົກ ຄອງ​ປະ​ເທດ​ ໄປ​ໃຫ້​ແກ່​ລູກ​ຊາຍ​ຫລ້າ​ຂອງ ຕົນ ທີ່​ເຊື່ອ​ກັນ​ວ່າມີ​ອາຍຸ​ໄດ້​ປະມານ 27 ປີ.

ນອກຈາກ​ທະຫານ​ເປັນ​ຈໍານວນ​ຫລວງຫລາຍ​ແລ້ວ ການເດີນສວນ ສະໜາມ ຍັງ​ປະກອບ​ດ້ວຍການສະແດງລົດຖັງ ​ແລະລົດ​ບັນທຸກ​ຂະໜາດໃຫຍ່ ທີ່​ບັນທຸກຈະ​ຫລວດແລະລູກ​ສອນ​ໄຟແລ່ນຜ່ານ ພ້ອມ​ກັບສົ່ງສຽງດັງ​ ໄປທົ່ວ​ຈະຕຸ​ລັດ ທີ່​ຕັ້ງ​ຢູ່​ໃຈກາງ​ເມືອງ​ນັ້ນ.

ກ່ອນ​ຈະ​ມີ​ການ​ເດີນ​ສວນສະໜາມຂອງ​ທະຫານ ນາຍ​ພົນ​ອາກາດ​ຕີ ຣີຢົງໂຮ ​ຫົວໜ້າເສນາ ທິການ​ໃຫຍ່ ຂອງ​ກອງທັບເກົາຫລີເໜືອ​ກ່າວ​ວ່າ ​ຖ້າຜືນ​ແຜ່ນດິນຂອງ​ປະ​ເທດຫາກຖືກລ່ວງ ​ລໍ້າ ​ແມ່ນ​ແຕ່ໜ້ອຍດຽວ​ ໂດຍ​ພວກ​ທີ່ທ່ານ​ເອີ້ນວ່າ “ຈັກກະພັດອາ​ເມຣິກາ ​ແລະ ລູກ​ແຫ​ລ້ງຕີນ​ມື​ຂອງຈັກກະພັດ​ນັ້ນ” ເກົາຫລີເໜືອກໍຈະ​ໂຈມ​ຕີ​ຄືນ ​ໂດຍ​ໃຊ້​ກຳລັງອາວຸດຍຸດ​ໂທ​ ປະກອນທັງໝົດທີ່ຕົນ​ມີຢູ່ ​ລວມທັງອາວຸດ​ນີວ​ເຄລຍນຳອີກ.

ໃນ​ພິທີ​ສະ​ເຫລີ​ມສະຫລອງ​ນັ້ນ ໄດ້ມີການ​ກ່າວ​ສະດຸ​ດີ​ແລະ​ສະ​ແດງ​ຄວາມ​ຈົງຮັກພັກດີຕໍ່ທ່ານ ກິມ​ຈົງອິນ​ ຊໍ້າ​ແລ້ວ​ຊໍ້າ​ອີກ.

ພົນ​ອາກາດ​ຕີ Ri ມ້ວນທ້າຍ​ຄໍາ​ປາ​ໃສ​ຂອງ​ທ່ານ ດ້ວຍ​ການ​ອວຍພອນ​ໃຫ້​ທ່ານ​ກິມຈົງ​ອິລ ມີ​ ອາຍຸ​ໝັ້ນ​ຂວັນ​ຍືນ​ຊົ່ວ​ກາລະ​ນານ​.

ບໍ່​ໄດ້​ມີ​ການເອີ່ຍ​ເຖິງ ລູກ​ຊາຍ​ຄົນທີ​ສາມຜູ້​ເປັນ​ທາຍາດຂອງ​ທ່ານກິມ ​ເຖິງ​ແມ່ນ​ວ່າ ການ​ປະ ກົດ​ຕົວ​ຂອງຜູ້ກ່ຽວຈະ​ເປັນ​ທີ່​ໂດດ​ເດັ່ນ​ໃນ​ງານ​ທີ່​ມີ​ຄວາມສຳຄັນ​ອັນ​ສູງ​ສົ່ງນີ້ກໍ​ຕາມ.

ໃນກອງ​ປະຊຸມ​ຂອງ​ພັກ Workers’ Party ​ຫລື​ ພັກ​ກໍາມະກອນໃນ​ເດືອນ​ແລ້ວນີ້ ທ້າວກິມ ຈົງ​ອຸນ ຜູ້​ທີ່​ໃນ​ເມື່ອ​ກ່ອນ​ບໍ່​ໄດ້​ມີຕຳ​ແໜ່ງ​ທີ່​ສໍາຄັນໃດໆ ​ເທົ່າ​ທີ່​ຮູ້​ກັນ​ນັ້ນ ​ໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ ຮອງປະທານ ຂອງຄະນະ​ກໍາມະການສູນ​ກາງກອງທັບ ​ແລະຍັງ​ໄດ້​ຮັບ​ຕຳ​ແໜ່ງຂັ້ນ​ສູງ​ໃນ​ພັກ ອີກຕໍາແໜ່​ງນື່ງ​ອີກດ້ວຍ.

ພວກທີ່​ໄດ້​ໂຕນໜີອອກ​ຈາກ​ເກົາຫລີ​ເໜືອ ​ໄປ​ຫາ​ເກົາຫລີ​ໃຕ້ ຫລາຍໆຄົນ ເວົ້າວ່າປະຊາ ຊົນ​ທຳ​ມະ​ດາ​ສາມັນຢູ່​ບ້ານ​ເກີດ​ເມືອງ​ນອນ ຂອງ​ພວກ​ເຂົາ​ເຈົ້າ ບໍ່​ໄດ້​ສົນ​ໃຈ​ກັບ​ການ​ສືບ​ທອດ​ອຳນາດ​ດັ່ງ ກ່າວ ​ເພາະ​ພວກ​ເຂົາ​ເຈົ້າສຸມ​ໃສ່ແຕ່ການ​ຫາ​ຢູ່​ຫາ​ກິນ​ໃຫ້​ກຸ້ມ​ປາກ ກຸ້ມ​ທ້ອງ​ເຂົາ​ເຈົ້າ​ເທົ່າ​ນັ້ນ.

ຜູ້ໂຕນ​ໜີທີ່​ສຳຄັນ​ທີ່​ສຸດ ​ໃນນີ້ ກໍ​ຄື​ທ່ານຮ່ວງຈັງ-​ຢອບ ​ຖືກ​ພົບ​ວ່າ ໄດ້ເສຍ​ຊີວິດຢູ່​ບ້ານ​ພັກ​ ຂອງ​ຜູ້ກ່ຽວ ​ໃນ​ວັນ​ອາທິດ​ວານ​ນີ້ ຊຶ່ງ​ຕຳຫລວດ​ເວົ້າວ່າ ບຸລຸດ​ໄວ​ 87 ປີ​ຜູ້ນີ້ ​ຄົງ​ຕາຍ​ຍ້ອນ​ ໂຣກຫົວ​ໃຈ​ວາຍ ​ເພາະວ່າ​ບໍ່​ເຫັນ​ມີຮ່ອງຮອຍວ່າ​ ​ໄດ້ບໍ່ມີ​ການ​ບຸກລຸກ​ຂອງ​ຄົນ​ເຂົ້າ​ໄປ​ໃນ​ ເຮືອນຂອງ​ຜູ້ກ່ຽວ​ແຕ່​ຢ່າງ​ໃດ.

ເມື່ອ 6 ​ເດືອນ​ກ່ອນໜ້ານີ້ ອົງການ​ສືບ​ລັບ​ແຫ່ງ​ຊາດ​ເກົາຫລີ​ໃຕ້ ​ໄດ້​ຈັບ​ກຸມສອງ​ຄົນ ທີ່​ອົງ ການ​ນີ້​ເວົ້າ​ວ່າ ​ເປັນ​ນັກ​ສືບ​ຂອງ​ເກົາຫລີ​ເໜືອ ທີ່​ວາງ​ແຜນຈະຄາດ​ຕະກຳ​ທ່ານຮ່ວງ. ​ຕາ​ ໜ່າງຂ່າວ YTN ຫລື Yonhap Television News ທີ່​ເກົາຫລີ​ໃຕ້ ເວົ້າວ່າ ​ເຈົ້າໜ້າ ທີ່​ຂອງໜ່ວຍສືບ​ລັບ ກຳລັງສືບສວນ​ສອບ​ສວນ​ສະພາບ​ການ​ທີ່​ຫ້ອມ​ລ້ອມ​ການຕາຍ​ຂອງທ່ານ ຮ່ວງ ຊຶ່ງ​ເປັນ​ຜູ້​ອອກ​ຫົວຄິດ​ກໍ່ຕັ້ງ ອຸດົມ​ການ​ເພິ່ງ​ຕົນ​ເອງ ຫລືກຸ້ມ​ຕົນ​ເອງຂອງເກົາຫລີ ​ເໜືອ ​ແລະ​ເປັນອະດີດເລຂາທິການພັກ​ກໍາມະກອນຂອງ​ເກົາຫລີ​ເໜືອ.

XS
SM
MD
LG