ເຈົ້າໜ້າທີ່ສືບລັບ ສະຫະລັດ ລະດັບສູງຄົນໜຶ່ງເຕືອນວ່າ ເກົາຫຼີເໜືອ ແມ່ນກຳລັງພັດທະ
ນາຄວາມສາມາດໃນການໂຈມຕີດ້ວຍອາວຸດນິວເຄລຍຕໍ່ ສະຫະລັດ.
ອຳນວຍການອົງການສືບລັບກະຊວງປ້ອງກັນປະເທດພົນໂທ Vincent Stewart ໄດ້
ກ່າວຕໍ່ບັນດາສະມາຊິກສະພາ ໃນວັນອັງຄານວານນີ້ວ່າ ເຖິງແມ່ນວ່າ “ການຂາດຕົກບົກຜ່ອງຍັງຄົງມີຢູ່ກໍຕາມ,” ແຕ່ເກົາຫຼີເໜືອ ກໍໄດ້ສືບຕໍ່ຮຽນຮູ້ຈາກການທົດລອງລູກສອນໄຟ ແລະລະເບີດນິວເຄລຍ ທີ່ພວກເຂົາໄດ້ດຳເນີນໃນບໍ່ເທົ່າໃດປີທີ່ຜ່ານມາ.
ທ່ານ Stewart ໄດ້ກ່າວຕໍ່ຄະນະກຳມະການກອງທັບ ຂອງສະພາສູງວ່າ “ຖ້າຍັງປ່ອຍ
ໃຫ້ພວກເຂົາປະຕິບັດຕາມເສັ້ນທາງໃນປັດຈຸບັນນີ້ຢູ່, ລະບອບການປົກຄອງນັ້ນ ໃນ
ທີ່ສຸດຈະປະສົບຄວາມສຳເລັດ ໃນການພັດທະນາລູກສອນໄຟຕິດຫົວລະເບີດນິວ
ເຄລຍທີ່ມີຄວາມສາມາດເປັນໄພຂົ່ມຂູ່ຕໍ່ແຜ່ນດິນໃຫຍ່ ສະຫະລັດ.”
ທ່ານ Stewart ໄດ້ກ່າວວ່າ ມັນ “ເກືອບເປັນໄປບໍ່ໄດ້ທີ່ຈະຄາດເດົາວ່າ” ຍາມໃດ ເກົາຫຼີ
ເໜືອ ຈະພັດທະນາຄວາມສາມາດ ເພື່ອໂຈມຕີ ສະຫະລັດ, ແຕ່ໄດ້ກ່າວເພີ່ມເຕີມວ່າ ລະ ບອບການປົກຄອງດັ່ງກ່າວ “ແມ່ນຢູ່ເສັ້ນທາງ ເຊິ່ງຄວາມສາມາດທີ່ວ່ານີ້ແມ່ນຫຼີກລ່ຽງ
ບໍ່ໄດ້.”
ທ່ານ Dan Coats ຜູ້ອຳນວຍການອົງການສືບລັບແຫ່ງຊາດ ໄດ້ກ່າວຕໍ່ບັນດາສະມາຊິກ ຄະນະກຳມະການວ່າ “ເກົາຫຼີເໜືອເປັນໄພຂົ່ມຂູ່ຮ້າຍແຮງ ທີ່ກຳລັງຂະຫຍາຍຂຶ້ນ ຕໍ່ ຄວາມປອດໄພແຫ່ງຊາດ ສະຫະລັດ, ຍ້ອນຄວາມສາມາດດ້ານລູກສອນໄຟຂີປະນາ
ວຸດ ແລະ ນິວເຄລຍທີ່ກຳລັງຂະຫຍາຍຕົວຂອງພວກເຂົາ, ປະສານກັບການມີທ່າທີ
ແບບຮຸກຮານຂອງຜູ້ນຳ ຄິມ ຈອງ ອຶນ.”
ທ່ານ Coats ໄດ້ກ່າວວ່າ ການແກ້ໄຂລັດຖະທຳມະນູນ ປີ 2012 ຂອງ ເກົາຫຼີເໜືອ ທີ່
ປະກາດຕົນເອງເປັນມະຫາອຳນາດນິວເຄລຍນັ້ນ ໄດ້ຊີ້ໃຫ້ເຫັນວ່າ ລະບອບການປົກ
ຄອງນີ້ ບໍ່ໄດ້ມີແຜນທີ່ຈະເຈລະຈາເພື່ອ “ຍົກເລີກ” ອາວຸດນິວເຄລຍທຸກໆປະເພດ ທີ່
ພວກເຂົາອາດຈະພັດທະນາໃນທີ່ສຸດ.
ເກົາຫຼີໃຕ້ ໄດ້ຍິງປືນເຕືອນໃນວັນອັງຄານວານນີ້ ຫຼັງຈາກວັດຖຸທີ່ບໍ່ສາ ມາດລະບຸໄດ້
ໄດ້ບິນມາຈາກເກົາຫຼີເໜືອ ທີ່ເປັນຄູ່ແຂ່ງ ເຂົ້າມາໃນເກົາຫຼີໃຕ້, ເຊິ່ງໄດ້ເພີ່ມທະວີຄວາມ
ເຄັ່ງຕຶງໃນແຫຼມເກົາຫຼີຂຶ້ນຕື່ມອີກ, ອີງຕາມເສນາທິການຮ່ວມຂອງ ເກົາຫຼີໃຕ້. ມີການຍິງ
ປືນໃຫຍ່ ຫຼາຍກວ່າ 90 ລູກໄປໃສ່ເຮືອບິນທີ່ບໍ່ສາມາດລະບຸໄດ້ ກ່ອນທີ່ມັນຈະຫາຍໄປ
ຈາກຈໍເຣດາ.
ການຍິງເຕືອນດັ່ງກ່າວໄດ້ມີຂຶ້ນສອງມື້ ຫຼັງຈາກ ພຽງຢາງ ໄດ້ຍິງລູກສອນໄຟຂີປະນາ
ວຸດທີ່ພວກເຂົາກ່າວວ່າ ໄດ້ພິສູດໃຫ້ເຫັນວ່າພວກເຂົາມີຄວາມກ້າວໜ້າ ໃນການພັດ
ທະນາລູກສອນໄຟຕິດຫົວລະເບີດນິວເຄລຍ ທີ່ມີຄວາມສາມາດ ໂຈມຕີເປົ້າໝາຍຕ່າງໆ
ໃນ ສະຫະລັດ.