ສື່ທາງການຂອງເກົາຫຼີເໜືອກ່າວໃນວັນພຸດມື້ນີ້ ໃນລາຍງານຕໍ່ສາທາລະນະທີ່ບໍ່ຄ່ອຍປາກົດໃຫ້ເຫັນເລື້ອຍໆ ກ່ຽວກັບການແລກປ່ຽນລະຫວ່າງທັງສອງປະເທດ ທີ່ຖືກເຊື່ອວ່າ ມີສາຍພົວພັນທາງທະຫານແບບລັບໆ ເຊິ່ງຄະນະຜູ້ແທນຂອງເກົາຫຼີເໜືອທີ່ນຳພາໂດຍລັດຖະມົນຕີກະຊວງການຄ້າລະຫວ່າງປະເທດ ກຳລັງໄປຢ້ຽມຢາມອີຣ່ານ, ອີງຕາມລາຍງານຂອງອົງການຂ່າວ Reuters.
ອົງການຂ່າວ KCNA ຂອງເກົາຫຼືເໜືອລະບຸວ່າ ລັດຖະມົນຕີການພົວພັນດ້ານເສດຖະກິດລະຫວ່າງປະເທດ, ທ່ານ ຢຸນ ຈອງ ໂຮ (Yun Jong Ho) ໄດ້ເດີນທາງອອກຈາກພຽງຢາງໃນວັນອັງຄານວານນີ້ໂດຍທາງອາກາດ ເພື່ອນຳພາຄະນະຜູ້ແທນຂອງກະຊວງໄປຢ້ຽມຢາມອີຣ່ານ ເຊິ່ງບໍ່ໄດ້ໃຫ້ລາຍລະອຽດອື່ນໆເພີ້ມເຕີມ.
ເກົາຫຼີເໜືອ ແລະ ອີຣ່ານ ຖືກສົງໄສມາເປັນເວລາດົນນານແລ້ວວ່າ ມີການຮ່ວມມືກັນໃນບັນດາໂຄງການລູກສອນໄຟຂີປະນາວຸດ, ເຊິ່ງອາດຈະແລກປ່ຽນຄວາມຊຳນານດ້ານເຕັກນິກ ແລະ ສ່ວນປະກອບອື່ນໆສຳລັບການຜະລິດຂອງພວກເຂົາ.
ອົງການຂ່າວ ຣອຍເຕີສ໌ ໄດ້ລາຍງານໃນເດືອນກຸມພາທີ່ຜ່ານມາວ່າ ອີຣ່ານໄດ້ສະໜອງລູກສອນໄຟຂີປະນາວຸດໃຫ້ແກ່ຣັດເຊຍ ເພື່ອໃຊ້ໃນສົງຄາມກັບຢູເຄຣນ.
ເກົາຫຼີເໜືອ ຍັງຖືກສົງໄສວ່າໄດ້ສະໜອງລູກສອນໄຟ ແລະປືນໃຫຍ່ ໃຫ້ກັບຣັດເຊຍ ນໍາອີກດ້ວຍ, ເຖິງແມ່ນທັງສອງປະເທດ ຈະປະຕິເສດການກ່າວຫາດັ່ງກ່າວກໍຕາມ.
ທ່ານ ຢຸນ (Yun) ໄດ້ມີບົດບາດໃນການແລກປ່ຽນທີ່ເພີ້ມຫຼາຍຂຶ້ນຂອງປະເທດກັບຣັດເຊຍ, ໂດຍໃນຕົ້ນເດືອນນີ້ ໄດ້ນໍາພາຄະນະຜູ້ແທນໄປຢ້ຽມຢາມ ມົສກູ, ອີງຕາມອົງການຂ່າວ KCNA.
ຟໍຣັມສະແດງຄວາມຄິດເຫັນ