ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໔ ຕຸລາ ໒໐໒໓

ເຈົ້າໜ້າທີ່ ອະວຸໂສ ເກົາຫລີເໜືອ ຢ້ຽມຢາມຈີນ ເພື່ອຫຼຸດຜ່ອນ ຄວາມເຄັ່ງຕຶງ


ລັດຖະມົນຕີຕ່າງປະເທດ ເກົາຫລີເໝືອ ທ່ານ Ri Su Yong ຕອບຄຳຖາມລະຫວ່າງການສຳພາດ ທີ່ນະຄອນ New York, ວັນທີ 23 ເມສາ, 2016.

ເຈົ້າໜ້າ​ທີ່​ອະ​ວຸ​ໂສ​ຄົນ​ນຶ່ງ​ຂອງ​ເກົາຫຼີ​ເໜືອ ພວມ​ຢູ່​ທີ່​ປະ​ເທດ​ຈີນ​ ໃນ​ອັນ​ທີ່​ປາກົດ​ວ່າ​ເປັນ ຄວາມ​ພະຍາຍາມເພື່ອ​ຟື້ນຟູ​ຄວາມ​ສຳ​ພັນ ກັບປະ​ເທດ​ພັນທະ​ມິດແລະ​ຜູ້​ມີ​ບຸນ​ຄຸນ​ທີ່​ສຳ ຄັນ ທີ່​ໄດ້ຊຸດ​ໂຊມ​ລົງ​ຍ້ອນ​ພຽງ​ຢາງສືບ​ຕໍ່​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ທາງດ້ານ​ນິວ​ເຄລຍ ​ແລະ​ໂຄງການ​ລູກ​ສູນ​ໄຟ​ຂີ​ປະ​ນາ​ວຸດຂອງ​ຕົນ.

ທ່ານ Ri Su Yong ຫົວໜ້າ​ຄວາມ​ສຳພັນ​ກັບ​ຕ່າງປະ​ເທດ ​ຂອງ​ພັກ​ແຮງ​ງານ​ເກົາຫຼີ​ເໜືອ ​ໄດ້​ເດີນທາງ​ໄປ​ເຖິງ​ນະຄອນຫລວງ​ປັກ​ກິ່ງ ​ໃນ​ວັນ​ພຸດ​ມື້ນີ້​ເພື່ອ​ເຈລະຈາກັບ​ທ່ານ Song Tao ຄູ່​ຕຳ​ແໜ່​ງຝ່າຍ​ຈີນ. ພັກ​ຄອມ​ມູນິສຈີນ​ກ່າວ​ວ່າ ​ເຈົ້າ ໜ້າ​ທີ່​ທັງ​ສອງ​ໄດ້​ໃຫ້​ການ​ຢືນ ຢັນ​ອີກ​ເທື່ອ​ນຶ່ງ​ເຖິງ​ໄມຕີ​ຈິດ​ມິດຕະພາບ​ທີ່​ມີ​ມາ​ເປັນ ​ເວລາ​ຊ້າ​ນານລະຫວ່າງ​ປະ​ເທດ​ທັງ ສອງ ​ໂດຍ​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ຈະ​ສືບ​ຕໍ່​ທຳ ການ​ແລກປ່ຽນ​ສອງ​ຝ່າຍ​ແລະ​ຊຸກຍູ້​ສັນຕິ ​ພາບ​ແລະ​ຄວາມ​ໝັ້ນຄົງ​ຢູ່​ໃນ​ພູມີພາກ.

ປັກ​ກິ່ງ​ແມ່ນ​ມີ​ຄວາມ​ບໍ່ພໍ​ໃຈ​ຫລາຍ​ຂຶ້ນ​ໃນ​ການ​ທີ່​ເກົາຫລີ​ເໜືອ​ໄດ້​ທຳ​ການ​ທົດ​ລອງ ອາວຸດ​ ນິວ​ເຄລຍ​ ແລະ​ລູກ​ສອນ​ໄຟ​ຂີ​ປະນນາ​ວຸດຊ້ຳ​ແລ້​ວຊ້ຳ​ອີກ ພາຍໃຕ້​ການ​ນຳ ພາຂອງ​ຜູ້ນຳ​ ທີ່​ຍັງ​ໜຸ່ມນ້ອຍ ທ່ານ​ກິມຈົງ​ອຸນຊຶ່ງ​ເປັນ​ການ​ທ້າ​ທາຍ​ຕໍ່​ການ​ລົງ​ໂທດ ຫຼາຍສະບັບ​ຂອງ​ ອົງການ​ສະຫະ​ປະຊາ​ຊາດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG