ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາ​ຫລີ​ເໜືອ​ ຍິງລູກ​ສອນ​ໄຟ ອີກ ຫລັງ​ຈາກ ຮຽກ​ຮ້ອງໃຫ້​ມີ​ການ​ເຈ​ລະ​ຈາ ກັ​ບ ສ​ຫລ


ເກົາ​ຫລີ​ເໜືອ​ ໄດ້ຍິງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໃໝ່ ຢູ່​ໃນ​ພາບ​ທີ່ບໍ່​ໄດ້ບອກວັນ​ເດືອນ​ປີ ທີ່​ໄດ້ເຜີຍ​ແຜ່​ອອກ​ມາ​ໃນ​ວັນ​ທີ 11 ກັນ​ຍາ, 2019 ໂດຍ​ອົງ​ການ​ຂ່າວ​ສູນ​ກາງ​ຂອງ​ເກົາ​ຫລີ​ເໜືອ ຫລື KCNA.
ເກົາ​ຫລີ​ເໜືອ​ ໄດ້ຍິງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໃໝ່ ຢູ່​ໃນ​ພາບ​ທີ່ບໍ່​ໄດ້ບອກວັນ​ເດືອນ​ປີ ທີ່​ໄດ້ເຜີຍ​ແຜ່​ອອກ​ມາ​ໃນ​ວັນ​ທີ 11 ກັນ​ຍາ, 2019 ໂດຍ​ອົງ​ການ​ຂ່າວ​ສູນ​ກາງ​ຂອງ​ເກົາ​ຫລີ​ເໜືອ ຫລື KCNA.

ເກົາ​ຫລີ​ເໜືອ​ ໄດ້ຍິງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໄລ​ຍະ​ໃກ້​ສອງ​ລູກ ​ໃນ​ວັນ​ອັງ​ຄານ ມື້ນີ້, ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ພາຍ​ຫລັງ​ທີ່​ມີການສະ​ເໜີ​ໃຫ້​ມີ​ການ​ເຈ​ລະ​ຈາ​ກັນໃນ​ເລື້ອງ​ອາ​ວຸດນິວ​ເຄ​ລຍ​ຄືນ​ອີກກັບ​ສະ​ຫະ​ລັດ.

ມັນ​ເປັນ​ການ​ຍິງ​ທົດ​ລອງ​ອາ​ວຸດ​ຄັ້ງ​ທີ 10 ຂອງ​ເກົາ​ຫລີ​ເໜືອ ນັບ​ແຕ່​ຕົ້ນ​ເດືອນ​ພຶດ​ສະ​ພາ​ເປັນ​ຕົ້ນ​ມາ ຕອນ​ທີ່​ພຽງ​ຢາງ​ໄດ້​ເລີ້ມ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຄືນ ​ອີ​ກ ຫລັງ​ຈາກ​ມີການ​ໂຈະ​ຍິງ​ໄວ້​ເປັນ​ເວ​ລາ 1 ປີ​ເຄິ່ງນັ້ນ.

ການ​ຍິງ​ລູກ​ສອນ​ໄຟ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ເກົາ​ຫລີ​ເໜືອ ຍັງ​ສືບ​ຕໍ່ທຳ​ການ​ກົດ​ດັນຕໍ່​ສະ​ຫະ​ລັດ ເຖິງ​ແມ່ນ​ວ່າປະ​ເທດ​ດັ່ງ​ກ່າວຈະ​ສະ​ແດງ​ໃຫ້​ຮູ້​ເປັນ​ໄນໆ ວ່າ ຈະ​ກັບ​ຄືນ​ມາ​ຫາການ​ເຈ​ລະ​ຈາ​ທີ່​ໄດ້​ຖືກຢຸດສະ​ງັກໄວ້ນັບ​ແຕ່​ເດືອນ​ກຸມ​ພາປີ​ກາຍ ນັ້ນຢູ່​ກໍ​ຕາມ.

ໃນ​ຕອນ​ບ່າຍໆ​ຂອ​ງວັນ​ຈັນ​ວານນີ້, ນັກການ​ທູດ​ຂັ້ນ​ສູງ​ຂອງ​ເກົາ​ຫລີ​ເໜືອ​ເວົ້າ​ວ່າ ພຽງ​ຢາງ​ຍິນ​ດີ​ທີ່​ຈະ "ນັ່ງ​ລົມ​ຊ້ອງ​ໜ້າ​ກັນ" ກັບ​ສະ​ຫະ​ລັດ​ ໃນ​ທ້າຍ​ເດືອນ​ກັນ​ຍານີ້.
ບໍ່​ເປັນ​ທີ່​ຈະ​ແຈ້ງວ່າ ການ​ຍິງ​ລູກ​ສອນ​ໄຟ​ດັ່ງ​ກ່າວ ຈະ​ເຮັດ​ໃຫ້ໂອ​ກາດ​ທີ່​ຈະ​ມີ​ການ​ເຈ​ລະ​ຈານັ້ນ​ເກີດຂຶ້ນ​ໄດ້ຮັບ​ຜົນ​ກະ​ທົບ​ຫລືບໍ່. ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານ ດໍ​ໂນ​ລ​ທ​ຣຳໄດ້​ເວົ້າ​ວ່າ ທ່ານ "ບໍ່​ມີ​ບັນ​ຫາ​ຫຍັງ” ກັບ​ການ​ທີ່​ເກົາ​ຫລີ​ເໜືອ​ຍິງ​ລູກ​ສອນ​ໄຟ​ໄລ​ຍະ​ໃກ້ໃນ​ຜ່ານ​ມາ. ທ່ານບໍ່​ໄດ້​ໃຫ້​ຄຳ​ຕອບແຕ່​ຢ່າງ​ໃດກ່ຽວ​ກັບການຍິງ​ລູກ​ສອນ​ໄຟຄັ້ງ​ຫລ້າ​ສຸດນີ້.

​ລູກ​ສອນ​ໄຟທີ່​ວ່ານີ້ ແມ່ນຖືກ​ຍິງ​ອອກ​ມາ​ຈາກ​ເຂດແກຈິອອນ (Gaecheon) ຂອງ​ແຂວງ​ພຽງ​ກັນ (Pyongan) ໃຕ້​ ໄປ​ໃສ່ທະ​ເລ​ທີ່​ ຢູ່ໃກ້​ຝັ່ງ​ຕາ​ເວັນ​ອອກ​ຂອງ ເກົາ​ຫລີ​ເໜືອ, ອີງ​ຕາມ​ຄຳ​ຖະ​ແຫລງ​ຂອງ​ຫົວ​ໜ້າ​ກອງເສ​ນາ​ຮ່ວມຂອງເກົາ​ຫລີ ໃຕ້.
ລູກ​ສອນ​ໄຟນີ້ ແມ່ນ​ໄປ​ໄດ້ປະ​ມານ 330 ກິ​ໂລ​ແມັດ, ອີງ​ຕາມຖະ​ແຫລງການ​ດັ່ງ​ກ່າວ ຊຶ່ງ​ໄດ້​ກ່າວ​ອີກວ່າ ພວກເຈົ້າ​ໜ້າ​ທີ່ສະ​ຫະ​ລັດ ແລະ ເກົາ​ຫລີ​ໃຕ້ກຳ​ລັງ​ວິ​ໄຈ​ລາຍ​ລະ​ອຽດ​ຂອງ​ການ​ຍິງ​ລູກ​ສອນ​ໄຟ​ດັ່ງ​ກ່າວເພີ້ມ​ເຕີມອີກ.

ກອງ​ທັບ​ຂອງເກົາ​ຫລີ​ໃຕ້​ຮຽກ​ຮ້ອງ​ໃຫ້ເກົາ​ຫລີ​ເໜືອ "ຍຸ​ຕິ​ການ​" ການ​ກະ​ທຳ​ທີ່​ເຮັດ​ໃຫ້​ມີ​ຄວາມ​ເຄັ່ງ​ຕຶງ​ເພີ້ມ​ຂຶ້ນ​ໃນ​ແຫລມເກົາ​ຫລີດັ່ງ​ກ່າວນັ້ນ “ໃນ​ທັນ​ທີ​”.

ບັນ​ດາເຈົ້າ​ໜ້າ​ທີ່ສະ​ຫະ​ລັດກ່າວ​ວ່າ ພວກ​ເພິ່ນຮູ້​ກ່ຽວ​ກັບ​ການ​ຍິງ​ທີ່​ວ່ານີ້​ດີ ແລະ​ກຳ​ລັງ​ປະ​ຕິ​ບັດ​ງານ​ຮ່ວມ​ກັບປະ​ເທດ​ພັນ​ທະ​ມິດ​ຂອງ​ຕົນ​ຢູ່​ໃນ​ຂົງ​ເຂດນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG