ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອຕົກລົງ ໂຈະການທົດລອງນີວເຄລຍ ເພື່ອແລກກັບ ອາຫານຊ່ວຍເຫລືອ


ນັກວິທະຍາສາດຂອງເກົາຫລີເໜືອ ກໍາລັງເຮັດວຽກ ຢູ່ສະຖານທີ່ນິວເຄລຍຂອງເກົາຫລືເໜືອ
ນັກວິທະຍາສາດຂອງເກົາຫລີເໜືອ ກໍາລັງເຮັດວຽກ ຢູ່ສະຖານທີ່ນິວເຄລຍຂອງເກົາຫລືເໜືອ

ເກົາຫລີ​ເໜືອ​​ໄດ້ຕົກລົງ​ທີ່​ຈະ​ໂຈະ ​ການ​ທົດ​ລອງ​ອາວຸດ​ນີວ​ເຄລຍ ການ​ຍິງທົດ​ລອງລູກ​ສອນ​ໄຟ​​ໄລຍະ​ໄກ ​ແລະ​ກິດຈະ​ກໍາ​ນີວ​ເຄລຍອື່ນໆ​ໄວ້​ຊົ່ວຄາວ ​ໂຮມ​ທັງການ​ເສີມ​ສະມັດຖະພາບ​ທາດ​ຢູ ​ເຣ​ນຽມ​ນັ້ນ​ນໍາ. William Ide ຜູ້​ສື່​ຂ່າວວີ​ໂອ​ເອ ທີ່ວໍ​ຊິງ​ຕັນ​ດີ​ຊີ ລາຍ​ງານ​​ວ່າ ພວກເຈົ້າໜ້າ​ທີ່ ສະຫະລັດ​ແລະ​ເກົາຫລີ​ເໜືອ​ໄດ້ປະກາດ​ໃຫ້​ຊາບ ກ່ຽວ​ກັບ​ຄວາມ​ຄື​ບໜ້າ​ທີ່​ບໍ່​ຄາດ​ຝັນນີ້ ​ຫລັງ​ ຈາກ​ການ​ປະຊຸມ​ກັນ​ຢູ່​ປັກ​ກິ່ງ​ ​ເມື່ອ​ວັນ​ທີ 29 ກຸມພາ​ຜ່ານ​ມາ​ນີ້. ທອງ​ປານມີ​ລາຍລະອຽດ ມາ​ສະ​ເໜີ​ທ່ານ​.

ການ​ປະກາດ​ດັ່ງກ່າວ​ນີ້ແມ່ນ​ມີ​ຂຶ້ນ ​ໃນ​ໄລຍະ​ພຽງ​ສອງ​ເດືອນ​ກວ່າ ຫລັງ​ຈາກ​ການ​ອະສັນ
ຍະ​ກໍາ​ຂອງ​ມື້​ລາງ​ ທ່ານ​ກິມ ຈົງ​ອິລ ຜູ້​ນໍາ​ສູງ​ສຸດ​ຂອງ​ປະ​ເທດ​ປິດ​ລັບ​ຄອມ​ມີ​ວນີສ​ເກົາຫລີ
ເໜືອນັ້ນ.

ທ່ານ​ນາງ ຮິ​ລ​ແລ​ຣີ ຄລິນ​ຕັນ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ​ກ່າວ​ວ່າ ເຖິງ​ແມ່ນ​ຍັງ​ມີ​
ຄວາມ​ເປັນ​ຫ່ວງ​ອັນ​ລໍ້າ​ເລິກ​ກ່ຽວ​ກັບ​ພຶດຕິການ​ຂອງ​ເກົາຫລີ​ເໜືອນັ້ນ​ຢູ່ກໍ​ຕາມ ​ແຕ່​ການ​
ປະກາດ​ດັ່ງກ່າວ​ນີ້​ ກໍສະທ້ອນ​ໃຫ້​ເຫັນ​ເຖິງ​ຄວາມ​ກ້າວໜ້າ.

“ໃນ​ໂອກາດ​ການເຖິງ​ແກ່​ກໍາ​ຂອງ​ທ່ານ​ກິມຈົງ​ອິລນັ້ນ ຂ້າພະ​ເຈົ້າ​ໄດ້ເວົ້າ​ໄວ້​ວ່າ
ມັນ​ເປັນຄວາມ​ຫວັງ​ຂອງ​ພວກ​ເຮົາ​ທີ່ວ່າ​ ຄະນະ​ນໍາ​ພາຊຸດ​ໃໝ່​ຂອງ​ເກົາ ຫລີ
ເໜືອ​ຈະ​ເລື​ອກ​ທີ່​ຈະ​ນໍາພາ​ປະ​ເທດ​ຊາດ​ຂອງ​ເຂົາ​ເຈົ້າ​ ໄປ​ບົນ​ເສ້ນທາງໄປ​ສູ່ສັນ
ຕິພາບ ໂດຍ​ການ​ປະຕິບັດ​ຕາມ​ພັນທະ​ຕ່າງໆຂອງ​ຕົນ. ຄໍາປະກາດ​ໃນ​ວັນ​ນີ້
ແມ່ນ​ເປັນ​ບາດກ້າວ​ພໍປະມານອັນ​ທໍາ​ອິດ​ ໄປ​ໃນ​ທິດ​ທາງທີ່ຖືກຕ້ອງ.”

ພາບຖ່າຍຈາກດາວທຽມ ສະແດງໃຫ້ເຫັນ ສະຖານທີ່ຕັ້ງນິວເຄລຍ ຂອງເກົາຫລີເໜືອ
ພາບຖ່າຍຈາກດາວທຽມ ສະແດງໃຫ້ເຫັນ ສະຖານທີ່ຕັ້ງນິວເຄລຍ ຂອງເກົາຫລີເໜືອ

ທໍານຽບຂາວ​ກໍ​ໄດ້​ສະ​ແດງ​ຄວາມ
​ຍິນ​ດີ​ນໍາ​ຄໍາ​ປະກາດ​ດັ່ງກ່າວ​ເຊ່ນ
​ກັນ ​ໂດຍ​ເອີ້ນ​ວ່າ “ມັນເປັນ​ບາດ
ກ້າວ​ໃນ​ທາງ​ບວກ” ​ແຕ່​ກໍ​ເນັ້ນ​ຍໍ້າ
ວ່າ​ ສະຫະລັດກໍາລັງ​ລໍ​ຖ້າເບິ່ງ​ວ່າ
ເກົາຫລີ​ເໜືອ​ຈະ​ລົງມື​ປະຕິບັດ
​ຕາມ​ຄໍາ​ປະກາດ​ນັ້ນ.

ວໍ​ຊິງ​ຕັນ​ກ່າວ​ວ່າ ຕົນ​ກໍ​ພ້ອມ​ແລ້ວ​
ທີ່​ຈະ​ເຄຶ່ອນ​ໄຫວ​ໄປ​ໜ້າ​ກັບ​ແຜນ
ການ​ຕ່າງໆ​ເພື່ອສະໜອງ​ການ
​ຊ່ວຍ​ເຫລືອ​ອາຫານ​ໃນ​ປະລິມານ
240,000 ​ໂຕນ ​ໃນ​ໄລຍະ​ນຶ່ງ​ປີ
ໃຫ້​ແກ່ເກົາຫລີ​ເໜືອ. ທັງ​ສອງ
​ປະ​ເທດ​ຍັງ​ຈະ​ຕ້ອງໄດ້​ເຮັດ​ລາຍ
​ລະອຽດ​ກັນກ່ອນ​ ກ່ອນ​ທີ່ການ
ຈັດສົ່ງ​ການ​ຊ່ວຍ​ເຫລືອຈະ​ເລີ່​ມ
ຂຶ້ນ​ໄດ້.

ໄພ​ນໍ້າ​ຖ້ວມ ​ແລະ​ຜົນເກັບ​ກ່ຽວ​ທີ່​ບໍ່​ດີ​ເມື່ອ​ປີຜ່ານມາໄດ້ກໍ່​ໃຫ້ເກີດ​ມີ​ຄວາມອຶດຫິວ​ລະບາດ
ໄປ​ທົ່ວ​ເກົາຫລີ​ເໜືອ. ​ໃນ​ຊຸມ​ປີ 1990 ນັ້ນ ປະ​ເທດ​ທີ່​ທຸກຈົນ​ຍາກ​ແຄ້ນ​ປະ​ເທດ​ນີ້ ກໍ​ໄດ້
ປະສົບ​ກັບ​ການ​ອຶດ​ອາຫານ​ຢ່າງ​ໜັກ​ບັ້ນ​ນຶ່ງ ທີ່​ເຊື່ອ​ວ່າ​ໄດ້ເອົາ​ຊີວິດ​ຜູ້​ຄົນ​ໄປຫລາຍ​ຮ້ອຍ
​ພັນຄົນນັ້ນ.

ອາຫານທີ່ສະຫະລັດເຄີຍເອົາໄປຊ່ວຍເຫລືອ ເກົາຫລີເໜືອ.
ອາຫານທີ່ສະຫະລັດເຄີຍເອົາໄປຊ່ວຍເຫລືອ ເກົາຫລີເໜືອ.

ພວກ​ເຈົ້າໜ້າ​ທີ່​ສະຫະລັດ​ແລະ​ເກົາຫລີ
​ເໜືອ​ກ່າວ​ວ່າ ນອກ​ເໜືອ​ຈາກ​ການໂຈະ
​ການທົດ​ລອງລູກ​ສອນ​ໄຟ​ແລະ​ນີວ​ເຄລຍ
​ແລ້ວ ​ເກົາ​ຫລື​ເໜືອ​ຍັງໄດ້ຕົກລົງ ​ທີ່ຈະ
​ອະນຸຍາດ​ໃຫ້ເຈົ້າໜ້າ​ທີ່​ກວດກາຈາກອົງ
ການ​ພະລັງງານ​ປະລະມະ​ນູສາກົນ ຫລື
IAEA ຂອງ​ສະຫະ​ປະຊາ​ຊາດ ເຂົ້າ​ໄປ​
ສໍາ​ຫລວດເບິ່ງ​ໂຮງງານ​ນີວ​ເຄລຍ​ແຫ່ງ
​ຕ່າງໆ ​ເພື່ອ​ໃຫ້​ພວກ​ເຂົາ​ເຈົ້າສາມາດ
​ພິສູດ​ແລະຕິດຕາມ​ເບິ່ງ​ການ​ໂຈະ​ກິດຈະ
​ກໍາ​ເສີມ​ສະມັດຖະພາບ​ທາດ​ຢູ​ເຣນຽມ​ນັ້ນ.

ເມື່ອ​ປີ 2009 ​ເກົາຫລີ​ເໜືອ​ໄດ້​ຂັບ​ໄລ່​ເຈົ້າໜ້າ​ທີ່​ກວດກາຂອງ​ອົງການ IAEA ອອກຈາກ
ປະເທດ ​ຫລັງ​ຈາກຖອນ​ຕົວ​ອອກ​ຈາກອັນ​ທີ່​ເອີ້ນ​ວ່າ ການ​ເຈລະຈາຫົກ​ຝ່າຍ ​ເພື່ອ​ຍຸຕິ​ໂຄງ
ການອາ​ວຸດ​ນີວ​ເຄລຍຂອງ​ຕົນ​ນັ້ນ.

ອີງ​ຕາມ​ຂໍ້​ຕົກລົງ​ຊຸດ​ໃໝ່​ນີ້ ພຽງ​ຢາງ​ຈະ​ອະນຸຍາດ​ໃຫ້​ພວກ​ເຈົ້າໜ້າ​ທີ່​ກວດກາ​ເຂົ້າໄປ​ເບິ່ງ​
ໂຮງງານ​ນີວ​ເຄລຍ​ໃຫຍ່​ທີ່ Yongbyon ​ແລະ​ສະ​ຖານນີວ​ເຄລຍຍ່ອຍ​ອື່ນໆ. ນອກ​ນີ້ ພວກ
​ເຈົ້າໜ້າ​ທີ່ສະຫະລັດ​ຍັງ​ກ່າວ​ວ່າ ​ເຈົ້າໜ້າ​ທີ່​ກວດກາ​ຈະໄປ​ພິສູດ ​ເພື່ອຢືນຢັນການ​ໃຊ້​ການ
​ບໍ່​ໄດ້ແລ້ວ​ຂອງ​ເຕົາ​ແຍກ​ປາລະມະ​ນູ ຄວາມ​ແຮງ 5 ​ເມ​ກະ​ວັດ ທີ່ Yongbyon ​ແລະ​ສະຖານ​
ທີ່ອື່ນໆ ​ທີ່​ກ່ຽວຂ້ອງກັບ​ກິດຈະ​ກໍາ​ນີວ​ເຄລຍຂອງ​ເກົາຫລີ​ເໜືອ.

ເດັກນ້ອຍເກົາຫລີເໜືອ ທີ່ອຶດຫິວ
ເດັກນ້ອຍເກົາຫລີເໜືອ ທີ່ອຶດຫິວ

ເຈົ້າໜ້າ​ທີ່​ສະຫະລັດ​ທ່ານ​ນຶ່ງ ທີ່
​ຂໍບໍ່​ໃຫ້ເປີດ​ເຜີຍ​ຊື່ ​ເວົ້າ​ວ່າ ບາດ
ກ້າວ​ຕ່າງໆ​ທີ່​ເກົາຫຼີເໜືອ​ໄດ້​ເຫັນ
​ພ້ອມ​ນໍາໃນ​ເວລາ​ນີ້ ແມ່ນ​ເປີດ​ປະ
ຕູ​ໃຫ້​ມີການ​ເຈລະຈາ​ຢ່າງ​ເອົາ​ຈິງ
ເອົາ​ຈັງ ​ແລະ​ການ​ໂອ້​ລົມ​ກັນ​ໃນ​
ວົງ​ກວ້າງ​ຂຶ້ນກວ່າເກົ່າ ​ກ່ຽວ​ກັບ
​ການ​ຍຸຕິ​ໂຄງການ​ນີວ​ເຄລຍຂອງ
​ຕົນ.

ພຽງ​ຢາງ​ໄດ້​ທົດ​ລອງ​ລະ​ເບີດນີວ
​ເຄລຍ​ໃນ​ປີ 2006 ​ແລະ​ປີ 2009. ​
ແຕ່​ຕໍ່​ມາກໍໄດ້ເຮັດໃຫ້ເກີດ​ມີ​ຄວາມ
​ເປັນ​ຫ່ວງ​ຂຶ້ນມາອີກ​ໃໝ່ ​ເວລາ​ເກົາ
ຫລີ​ຢືນຢັນ​ວ່າ​ຕົນ​ມີ​ໂຄງການ​ເສີມ
​ສະມັດຖະພາບ​ທາດ​ຢູ​ເຣນຽມ​ ໃນ​ປີ 2010 ຊຶ່ງ​ໂຄງການເສີມສະມັດຖະ​ທາດ​ຢູ​ເຣນຽມ​ດັ່ງ
ກ່າວ​ນັ້ນ​ ອາດອໍານວຍ​ໃຫ້​ເກົາຫລີ​ເໜືອມີ​ອີກ​ຫົນທາງ​ນຶ່ງ ສໍາ​ລັບຜະລິດ​ອາວຸດ​ນີວ​ເຄລຍ​ໄດ້ ​
ນອກຈາກ​ໂຄງ ການຜະລິດ​ອາວຸດ​ນິວ​ເຄລຍ ທີ່​ອິງໃສ່ທາດ​ພລູ​ໂຕນ​ຽມ ທີ່ເກົາຫລີ​ເໜືອ​ໄດ້
ເຮັດ​ມາເປັນ​ເວລາດົນ​ນານ​ແລ້ວ​ນັ້ນ.

ພວກ​ນັກວິ​ເຄາະ​ກ່າວ​ວ່າ ​ໃນ​ຂະນະ​ທີ່ບາດກ້າວ​ຕ່າງໆ ທີ່ເກົາຫລີ​ເໜືອ​ຕົກລົງ​ຮັບ​ເອົາ​ນັ້ນ
ເປັນ​ບາດກ້າວ​ໄປ​ສູ່​ທິດ​ທາງ​ທີ່​ຖືກຕ້ອງກໍ​ຈິງ ​ແຕ່​ການປະກາດ​ດັ່ງກ່າວກໍ​ຍັງ​ບໍ່​ຖື​ວ່າ​ ເປັນ
ຜົນ​ສໍາ​ເລັດ​ທີ່​ສໍາຄັນ​ໄດ້​ເທື່ອ.

ທ່ານ Bruce Klingner ​ນັກ​ຄົ້ນຄວ້າ​ອາວຸ​ໂສກ່ຽວ​ກັບ​ພາກ​ພື້ນ​ເອ​ເຊຍ​ຕາ​ເວັນ​ອອກສຽງ​
ເໜືອ ປະ​ຈໍາ​ມູນ​ນິທີ​ມໍລະດົກ ທີ່​ມີສໍານັກງານຢູ່ວໍຊິງ​ຕັນ​ດີ​ຊີ ກ່າວ​ວ່າ:

“ເລື່ອງ​ທີ່ເວົ້າ​ໄດ້​ວ່າເປັນ​ການ​ເຍາະ​ເຍີ້​ຍກ່ຽວ​ກັບ​ຂໍ້​ຕົກລົງ​ນີ້ ກໍ​ຄືວ່າ​ສະຫະລັດ​
ກໍາລັງຈະ​ຈ່າຍ​ຜົນ​ປະ​ໂຫຍດທາ​ງ​ເສດຖະກິດ​ໃຫ້​ເກົາຫລີ​ເໜືອ​ຕື່ມ​ອີກ ພຽງ​
ເພາະວ່າ​ເກົາຫລີ​ເໜືອ​ໄດ້ຕົກລົງ​ ທີ່​ຈະ​ຢືນຢັນແລະ​ປະຕິບັດ​ຕາມຂໍ້​ຕົກລົງ ​ທີ່​
ຜ່ານ​ມາ​ ທີ່ຕົນ​ໄດ້​ລົງ​ນາມໄປ​ສາມ​ຄັ້ງ​ແລ້ວໃນ​ການ​ເຈລະຈາ​ຫົກ​ຝ່າຍ​ນັ້ນ."

ແຕ່​ຢ່າງ​ໃດ​ກໍ​ຕາມ ມັນກໍເອື້ອ​ອໍາ​ນວຍໃຫ້​ມີວິທີ​ທາງ​ນຶ່ງ ​ທີ່​ບາງທີອາດ​ຈະ​ເປີດການ​ເຈລະຈາ​
ທາງ​ການ​ທູດ​ຄືນ​ໃໝ່ ​ແຕ່ເວົ້າ​ໂດຍ​ລວມ​ແລ້ວ ກໍ​ແມ່ນມັນ​ມີ​ຄວາມຮູ້ສຶກ​ໃນ​ແງ່​ດີ​ນັ້ນ​ໜ້ອຍ
​ທີ່​ສຸດ​ ຢູ່​ໃນຝ່າຍບໍລິຫານແລະ​ທັງ​ສອງ​ພັກ​ໃນ​ສະພາ​ຄອງແກຣສ ​ແລະ​ພວກ​ຊ່ຽວຊານ​ທັງ​
ໃນ​ແລະ​ນອກ​ວົງ​ການ​ລັດຖະບານ ທີ່​ວ່າ ແມ່ນ​ແຕ່ການ​ຮື້ຟື້ນການ​ເຈລະ​ຈາ​ຫົກຝ່າຍ​ຄືນ
​ໃໝ່​ກໍຈະບໍ່​ປະສົບ​ຜົນ ​ໃນ​ການ​ທີ່​ຈະ​ເຮັດ​ໃຫ້​ເກົາ​ຫລີ​ເໜືອ​ປະລະ​ໂຄງການ​ສ້າງອາ​ວຸດ​ນີວ
​ເຄລຍຂອງ​ຕົນ​ຢ່າງ​ແທ້​ຈິງ.”

ທ່ານ Kim Jong Un ຜູ້ນໍາເກົາຫລີເໜືອ ໂບກມືໃນລະຫວ່າງ ການຢ້ຽມຢາມ ກອງທະຫານອາກາດບັ້ນນຶ່ງ ເມື່ອບໍ່ນານມານີ້. ຮູບຖ່າຍເມື່ອວັນທີ 31 ມັງກອນ 2012.
ທ່ານ Kim Jong Un ຜູ້ນໍາເກົາຫລີເໜືອ ໂບກມືໃນລະຫວ່າງ ການຢ້ຽມຢາມ ກອງທະຫານອາກາດບັ້ນນຶ່ງ ເມື່ອບໍ່ນານມານີ້. ຮູບຖ່າຍເມື່ອວັນທີ 31 ມັງກອນ 2012.

ການ​ປະກາດກ່ຽວ​ກັບ​ຂໍ້​ຕົກລົງ
ຍຸຕິ​ການ​ທົດ​ລອງ​ນີວ​ເຄລຍ​ຂອງ
​ເກົາຫລີ​ເໜືອ​ແມ່ນ​ມີ​ຂຶ້ນພຽງ​ບໍ່
ເທົ່າ​ໃດ​ມື້ ​ຫລັງ​ຈາກ​ພວກ​ຜູ້ຕາງ
ໜ້າ​ສະຫະລັດແລະ​ເກົາຫລີ​ເໜືອ​
ໄດ້​ພົບ​ປະກັນ​ຢູ່​ປະ​ເທດ​ຈີນເພື່ອ
​ປຶກສາ​ຫາລື​ກັນກ່ຽວ​ກັບ​ການ​ຮຶ້
​ຟື້ນ​ການ​ເຈລະຈາ​ຫົກ​ຝ່າຍ​ຄືນ
ໃໝ່. ການ​ພົບປະກັນ​ຄັ້ງ​ນີ້​ນັບ
​ວ່າ​ເປັນ​ເທື່ອ​ທໍາ​ອິດ​ນັບ​ຕັ້ງ​ແຕ່
​ລັດຫລື​ປະ​ເທດຜະ​ເດັດ​ການປະ
ເທດ​ນີ້ ​ໄດ້ໂອນ​ອໍານາດ​ຈາກ​
ທ່ານ​ຄິມ ຈົງ​ອິລ ​ໄປໃຫ້ລູກ​ຊາຍ
​ໄວ​ໜຸ່ມ Kim Jong Un ຜູ້​ຂາດ
​ປະສົບ​ການ ແລະຍັງ​ບໍ່​ເຄີຍ​ຜ່ານ​ການ​ທົດ​ສອບ​ໃນການ​ເປັນ​ຜູ້​ນໍາແລະບໍລິຫານ​ປະເທດ​ນັ້ນ.

XS
SM
MD
LG