ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການທົດລອງນິວເຄລຍ ຂອງເກົາຫຼີເໜືອ ອາດມີຂຶ້ນ ໃນວັນເສົານີ້ ຫຼື ໄວກ່ອນນັ້ນກໍເປັນໄດ້


ຊາຍຄົນນຶ່ງຢືນຊົມລາຍການຂ່າວ ຂອງໂທລະພາບທີ່ລາຍງານ
ກ່ຽວກັບ ການທົດລອງນິວເຄລຍ ຂອງເກົາຫຼີເໜືອຢູ່ທີ່ສະຖາ
ນີລົດໄຟໃຕ້ດິນ ນະຄອນຫຼວງ ໂຊລ ຂອງເກົາຫຼີໃຕ້, ວັນທີ 9 ກັນຍາ 2016.
ຊາຍຄົນນຶ່ງຢືນຊົມລາຍການຂ່າວ ຂອງໂທລະພາບທີ່ລາຍງານ ກ່ຽວກັບ ການທົດລອງນິວເຄລຍ ຂອງເກົາຫຼີເໜືອຢູ່ທີ່ສະຖາ ນີລົດໄຟໃຕ້ດິນ ນະຄອນຫຼວງ ໂຊລ ຂອງເກົາຫຼີໃຕ້, ວັນທີ 9 ກັນຍາ 2016.

ປາກົດວ່າ ເກົາຫຼີເໜືອ ໄດ້ນຳເອົາອຸປະກອນຢ່າງນຶ່ງ ເຂົ້າໄປໃນອຸໂມງ ຢູ່ສະຖານທີ່
ທົດລອງນິວເຄລຍຂອງຕົນ ຊຶ່ງອາດຈະສາມາດລະເບີດມັນໄດ້ ໃນວັນເສົາ ຈະມາ
ເຖິງນີ້ ຫຼື ໄວກວ່ານັ້ນກໍເປັນໄດ້ ອີງຕາມແຫລ່ງຂ່າວຂອງລັດຖະບານ ສະຫະລັດ ແລະ
ແຫລ່ງຂ່າວອື່ນໆ.

ເຈົ້າໜ້າທີ່ທ່ານນຶ່ງ ຢູ່ສະພາຄວາມໝັ້ນຄົງແຫ່ງຊາດ ບອກວີໂອເອ ວ່າ “ພວກເຮົາບໍ່ມີ
ຄຳເຫັນຫຍັງ ແຕ່ພວກເຮົາຈະຕິດຕາມເບິ່ງຢ່າງໃກ້ຊິດ.”

ເກົາຫຼີເໜືອ ຈະສະເຫຼີມສະຫຼອງ “ວັນແຫ່ງດວງອາທິດ ຫຼື Day of the Sun” ອັນ
ເປັນ ຂີດໝາຍ ຂອງການຄົບຮອບວັນເກີດ ປີທີ 105 ຂອງ Kim Il Sung ຜູ້ກໍ່ຕັ້ງ
ປະເທດ ຂອງຕົນ.

ຄຸ້ມບ້ານ Punggye-ri ຂອງເກົາຫຼີເໜືອ ອັນເປັນສະຖານທີ່ທົດລອງອາວຸດນິວເຄລຍ
ຄຸ້ມບ້ານ Punggye-ri ຂອງເກົາຫຼີເໜືອ ອັນເປັນສະຖານທີ່ທົດລອງອາວຸດນິວເຄລຍ

ພາບຖ່າຍຈາກດາວທຽມພານິດ ຂອງສະຖານທົດລອງນິວເຄລຍ Punggye-ri ໃນ
ວັນພຸດວານນີ້ ສະແດງໃຫ້ເຫັນວ່າ ມີກິດຈະກຳຢ່າງຕໍ່ເນື່ອງຢູ່ອ້ອມແອ້ມປະຕູໃຫຍ່
ທາງທິດເໜືອ ມີກິດຈະກຳໃໝ່ ຢູ່ໃນພື້ນທີ່ການບໍລິຫານຫລັກ ແລະມີພະນັກງານ
ໜ້ອຍນຶ່ງ ຢູ່ອ້ອມຮອບສູນບັນຊາການ ອີງຕາມເວັບໄຊ 38 ເໜືອ ຊຶ່ງດຳເນີນການ
ໂດຍ ສະຖາບັນການສຶກສາຄົ້ນຄວ້າ ເພື່ອຄວາມກ້າວໜ້າສາກົນ ຂອງສະຫະລັດ
ແລະ ເກົາຫຼີ ຢູ່ທີ່ມະຫາວິທະຍາໄລ Johns Hopkins.

ສະຖານທີ່ທົດລອງນິວເຄລຍດັ່ງກ່າວ ແມ່ນຢູ່ໃນພາວະ “ກະກຽມ ແລະ ມີຄວາມພ້ອມ”
ສຳລັບ ອັນທີ່ຈະເປັນການທົດລອງນິວເຄລຍເທື່ອທີ 6 ຂອງເກົາຫຼີເໜືອ ອີງຕາມ
ການວິເຄາະຂອງທ່ານ Joseph Bermudez Jr. ແລະ ທ່ານ Jack Liu.

ເຮືອກ່ຳປັ່ນທີ່ສຳຄັນໆ ປະກອບເຂົ້າເປັນກຸ່ມກຳລັງໂຈມຕີ ທີ່ຕິດຕາມໄປກັບ ເຮືອກ່ຳປັ່ນ ບັນທຸກເຮືອບິນ U.S.S. Carl Vinson ທີ່ມຸ້ງໜ້າໄປຍັງນ່ານນ້ຳນອກຝັ່ງທະເລ ຂອງເກົາຫຼີໃຕ້ ແລະ ເໜືອ.
ເຮືອກ່ຳປັ່ນທີ່ສຳຄັນໆ ປະກອບເຂົ້າເປັນກຸ່ມກຳລັງໂຈມຕີ ທີ່ຕິດຕາມໄປກັບ ເຮືອກ່ຳປັ່ນ ບັນທຸກເຮືອບິນ U.S.S. Carl Vinson ທີ່ມຸ້ງໜ້າໄປຍັງນ່ານນ້ຳນອກຝັ່ງທະເລ ຂອງເກົາຫຼີໃຕ້ ແລະ ເໜືອ.

ໂຄສົກຂອງກອງເສນາທິການຮ່ວມ ເກົາຫຼີໃຕ້ ທ່ານ Roh Jae-chun ໄດ້ບອກບັນດາ
ນັກຂ່າວ ໃນນະຄອນຫຼວງໂຊລ ເມື່ອຕອນເຊົ້າວັນພະຫັດມື້ນີ້ ວ່າ ເກົາຫຼີໃຕ້ ບໍ່ເຫັນສິ່ງ
ທີ່ບົ່ງຊີ້ວ່າ ຈະມີການຫາເລື່ອງເກາະຜິດ ໃນດ້ານການທະຫານ ໂດຍເກົາຫຼີເໜືອ ໃນ
ເວລາອັນໃກ້ໆນີ້.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໃນຂະນະຢູ່ທີ່ກອງປະຊຸມຖະແຫລງຂ່າວ
ເມື່ອວັນພຸດວານນີ້ ໂດຍການມາຢ້ຽມຢາມຂອງ ເລຂາທິການໃຫຍ່ ອົງການເນໂຕ ທ່ານ
Jens Stoltenberg ໄດ້ກ່າວວ່າ ທ່ານໄດ້ໂອ້ລົມກັບ ປະທານປະເທດຈີນ ທ່ານ Xi
Jinping ໃນຄ່ຳຄືນມື້ກ່ອນ ແລະ ວ່າ “ຂ້າພະເຈົ້າຄິດວ່າທ່ານ Xi ຢາກຈະຊ່ອຍ
ພວກເຮົາ ໃນເລື່ອງຂອງເກົາຫຼີເໜືອ.”
ຖ້າອັນນັ້ນ ເປັນໄປບໍ່ໄດ້ “ພວກເຮົາກໍ
ຈະເດີນໜ້າໄປ ຜູ້ດຽວຕາມລຳພັງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG