ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມື້ລາງ ຜູ້ນຳ ເກົາຫຼີເໜືອ ສັ່ງໃຫ້ຜະລິດ ອາວຸດນິວເຄຼຍ ຢ່າງຫຼວງຫຼາຍ


ມື້ລາງຜູ້ນຳຄົນກ່ອນຂອງເກົາຫຼີເໜືອ ທ່ານກິມ ຈົງ ອິລ
ມື້ລາງຜູ້ນຳຄົນກ່ອນຂອງເກົາຫຼີເໜືອ ທ່ານກິມ ຈົງ ອິລ

ໜັງສືພິມຂອງຍີ່ປຸ່ນ ລາຍງານວ່າ ມື້ລາງຜູ້ນຳຄົນກ່ອນຂອງເກົາຫຼີເໜືອໄດ້ ອອກຄຳສັ່ງຢ່າງ ຈະແຈ້ງ ໃຫ້ທຳການຜະລິດອາວຸດທີ່ໃຊ້ທາດຢູເຣນຽມເປັນເຊື້ອໄຟນັ້ນໃນຈຳນວນຫຼວງຫຼາຍ. Steve Herman ຜູ້ສື່ຂ່າວວີໂອເອທີ່ກຸງໂຊລລາຍງານວ່າ ເກົາຫຼີເໜືອຢືນຢັນວ່າຕົນກັ່ນທາດ ຢູເຣນຽມເພື່ອຈຸດປະສົງ ໃນການຜະລິດໄຟຟ້າຢ່າງດຽວທໍ່ນັ້ນ

ໜັງສືພິມ Mainichi Shimbun ​ແລະ Tokyo Shimbun ​ໄດ້ພິມ​ເຜີຍ​ແຜ່ຂໍ້ຄວາມ​ທີ່​ຄັດ​ມາ
​ຈາກບົດ​ຂຽນ​ທີ່​ອ້າງ​ວ່າ ​ເປັນ​ຄຳ​ສັ່ງ​ຂອງ​ມື້ລາງ​ຜູ້ນຳ​ເກົາຫຼີ​ເໜືອທີ່​ໃຫ້ທຳ​ການ​ຜະລິດເປັນ​ຈຳ
ນວນ​ຫຼວງຫຼາຍ​ອາວຸດ​ນິວ​ເຄລຍທີ່​ໃຊ້​ທາດຢູ​ເຣນຽມ​ເປັນ​ເຊື້ອ​ໄຟ​ນັ້ນ.

ໜັງສື​ພິມ​ຍີ່ປຸ່ນ​ທັງ​ສອງ​ເວົ້າວ່າ ຄຳ​ສັ່ງ​ດັ່ງກ່າວ​ນີ້​ໄດ້​ມີ​ການ​ເປີດ​ເຜີຍ​ໃຫ້ຊາບວ່າ​ເປັນ​ເອກ​ກະ
ສາ​ນພາຍ​ໃນ 19 ໜ້າ ຊຶ່ງ​ມີ​ທ່າ​ທາງ​ວ່າ​ໄດ້​ເກັບ​ຮວບ​ຮວມ​ໃນ​ເດືອນກຸມພາ​ຜ່ານ​ມາ ສຳ​ຫຼັບ
ພວກ​ເຈົ້າໜ້າ​ທີ່​ອະ​ວຸ​ໂສຂອງ​ພັກຄອມ​ມູນິສ​ເກົາຫຼີ​ເໜືອຊຶ່ງ​ເປັນ​ພັກ​ການ​ເມືອງ​ພຽງ​ພັກ​ດຽວ
​ເທົ່າ​ນັ້ນຂອງ​ປະ​ເທດ.

ທ່ານ​ກິມຈົງ​ອິລ ​ໄດ້​ເຖິງ​ແກ່​ອະສັນ​ຍະ​ກຳ​ໃນ​ເດືອນ​ທັນວາ​ປີ​ກາຍ​ນີ້ແລະ​ບຸດ​ຊາຍຄົນທີສາມ
​ຂອງ​ທ່ານ ຄື​ທ່ານ​ກິມຈົງ​ອຸນ​ໄດ້​ຂຶ້ນກຳ​ອຳນາດ​ເປັນ​ຜູ້ບໍລິຫານ​ປະ​ເທດທີ່​ຍັງ​ໂດດດ່ຽວ​ແລະ
​ທຸກ​ຍາກ​ທີ່​ສຸດ​ນັ້ນ.

ທີ່​ກຸງ​ໂຊ​ລ ພວກ​ນັກ​ຂ່າວ​ໄດ້​ຖາມ​ທ່ານ Kim Hyung-suk ​ໂຄສົກ​ຂອງກະຊວງທ້ອນ​ໂຮມ
​ຊາດ​ເກົາຫຼີໃຕ້ ກ່ຽວ​ກັບ​ປະຕິກິລິຍາ​ຂອງ​ລັດຖະບານ​ເກົາຫຼີ​ໃຕ້​ຕໍ່​ລາຍງານ​ຂ່າວ​ດັ່ງກ່າວ​ນີ້.

ທ່ານ Kim ​ເວົ້າວ່າ “ມັນ​ເປັນ​ສິ່ງ​ທີ່​ບໍ່​ເໝາະ​ສົມ​ສຳ​ຫຼັບລັດຖະບານ​ເກົາຫຼີ​ໃຕ້ທີ່ຈະ​ໃຫ້​ຄວາມ
​ເຫັນກ່ຽວ​ກັບ​ເລື່ອງນີ້ ​ໃນ​ຂະນະ​ທີ່​ຍັງ​ບໍ່​ທັນ​ສາມາດ​ ໃຫ້ການ​ຢືນຢັນ​ໄດ້ ກ່ຽວ​ກັບ​ວ່າ ​ມັນ
ເປັນຄວາມ​ຈິງ​ຫຼືບໍ່. ທ່ານ​ເວົ້າວ່າ ມັນ​ເປັນຄວາມ​ຮັບຜິດຊອບ ​ຂອງລັດຖະບານ​ເກົາຫຼີ​ເໜືອ​
ທີ່​ຈະ​ຕ້ອງ​ໃຫ້ການ​ພິສູດ​ກ່ຽວ​ກັບ​ລາຍ​ງານ​ຂ່າວ​ດັ່ງກ່າວ​ຫຼື​ເວົ້າວ່າ​ມັນ​ບໍ່​ເປັນ​ເລື່ອງ​ຈິງ.”

​ໃນ​ເວລາ​ນີ້ ຍັງ​ບໍ່​ທັນ​ມີ​ປະຕິກິລິຍາ​ໃດໆ​ເທື່ອ ​ຈາກ​ເກົາຫຼີ​ເໜືອ ກ່ຽວ​ກັບ​ລາຍ​ງານ​ຂ່າວ​ດັ່ງ
ກ່າວ​.

ສາດສະດາຈານ Ryoo Kihl-jae ທີ່​ມະຫາວິທະຍາ​ໄລ​ການ​ສຶກສາ​ ກ່ຽວກັບ​ເລື່ອງ​ເກົາຫຼີ​
ເໜືອ​ຢູ່​ກຸງ​ໂຊ​ລກ່າວ​ວ່າ ມັນ​ເປັນ​ໄປ​ໄດ້ຍາກໃນ​ຂັ້ນນີ້ ທີ່​ຈະ​ຮູ້​ໄດ້ກ່ຽວ​ກັບ​ວ່າ​ເອກ​ກະສາ​ນ
ນີ້​ເປັນ​ຂອງ​ຈິງ​ຫຼືບໍ່.

ສາດສະດາຈານ Ryoo ​ເວົ້າວ່າ “​ເຖິງ​ແມ່ນ​ວ່າ ​ເອກ​ກະສາ​ນດັ່ງກ່າວ​ນີ້​ໄດ້​ມີ​ການ​ພິສູດ​ແລ້ວ​
ກໍ​ຕາມ ມັນ​ຈະ​ບໍ່​ປ່ຽນ​ແປງ​ທ່າ​ທີ​ຂອງ​ປະ​ເທດ​ອື່ນໆ​ທີ່​ມີ​ຕໍ່​ເກົາຫຼີ​ເໜືອຍ້ອນ​ພວກ​ເຂົາ​ເຈົ້າ​ໄດ້​
ຮູ້​ແລ້ວ​ວ່າ​ ພຽງ​ຢາງ​ໄດ້​ສະ​ແດງ​ໃຫ້​ເຫັນ ​ທັງ​ເປັນການ​ເປີດ​ເຜີຍ​ແລະການ​ປິດ​ລັບ​ເຖິງ​ຄວາມ​
ປະສົງ ​ໃນ​ການ​ຢາກ​ມີ​ອາວຸດ​ນິວ​ເຄລຍຂອງຕົນນັ້ນ.”

​ເກົາຫຼີ​ເໜືອ​ໄດ້​ກ່າວ​ອ້າງ ​ມາ​ເປັນ​ເວລາ​ດົນນານ​ແລ້ວ​ວ່າ ​ໂຄງການ​ກັ່ນ​ທາດ​ຢູເຣນຽມ​ຂອງ​
ຕົນມີ​ຈຸດປະສົງ​ເພື່ອ​ຜະລິດ​ກະ​ແສ​ໄຟຟ້າ​ເທົ່າ​ນັ້ນ. ​ແຕ່​ໜັງສືພິມຍີ່ປຸ່ນ​ທັງ​ສອງໂດຍ​ອ້າງ​ອີງ​
ໃສ່​ເອກ​ກະສາ​ນດັ່ງກ່າວ ລາຍ​ງານ​ວ່າ ມື້ລາງ​ທ່ານທ່ານ​ກິມຈົງ​ອິລ​ແມ່ນ​ຈະ​ແຈ້ງ​ໄດ້​ມີ​ຄຳ​ສັ່ງ​
ໃຫ້​ພວກ​ເຈົ້າໜ້າ​ທີ່​ໃຊ້​ໂຮງ​ໄຟຟ້າ​ທີ່​ກັ່ນທາດຢູ​ເຣນຽມ​ນັ້ນ ຜະລິດ​ອາວຸດ​ນິວ​ເຄລຍ​ເປັນ​ຈຳ
ນວນ​ຫຼວງຫຼາຍ.

ສາດ​ສະ​ດາ​ຈານ Ryoo ​ໃຫ້ການ​ອະທິບາຍ​ວ່າ ​ເຖິງ​ແມ່ນເປັນ​ທີ່​ປາກົດ​ວ່າ​ເກົາຫຼີ​ເໜືອ​ໄດ້
​ໃຊ້​ທາດ​ປລູ​ໂຕ​ນຽມ ​ເພື່ອ​ຜະລິດ​ອາວຸດ​ນິວ​ເຄລຍກໍ​ຈິງ ແຕ່​ກໍໄດ້​ຍຸຕິ​ແລ້ວ ​ແລະຂອບ​ເຂດ
ຂອງ​ໂຄງການ​ອາວຸນິວ​ເຄລຍ​ເກົາຫຼີ​ເໜືອຍັງ​ບໍ່​ມີ​ໃຜ​ຮູ້ຈັກ​ເທື່ອ.

ສາດສະດາຈານ Ryoo ​ເວົ້າວ່າ “ຄຳ​ສັ່ງ​ທີ່​ກ່າວ​ອ້າງ​ວ່າ​ໃຫ້​ຜະລິດ​ອາວຸດ​ນິວ​ເຄລຍ​ເປັນ​ຈຳ
ນວນ​ຫຼວງຫຼາຍນັ້ນແມ່ນ​ເປັນ​ໄປ​ໄດ້​ຍາກ​ໃນ​ເວລາ​ນີ້. ​ແຕ່​ທ່ານ​ເວົ້າວ່າ​ເກົາຫຼີ​ເໜືອ​ມີ​ຄວາມ
​ສາມາດ​ໃນ​ການ​ເພີ່ມ​ການ​ຜະລິດ​ຂຶ້ນ​ໃນ​ອະນາຄົດຂ້າງ​ໜ້າ.”

​ເກົາຫຼີ​ເໜືອ​ຍອມຮັບ​ວ່າ ຕົນ​ໄດ້​ໃຊ້​ທາດ​ປລູ​ໂຕ​ນຽມ ບໍ່​ແມ່ນ​ທາດ​ຢູ​ເຣນຽມ ຜະລິດ​ອາວຸດ​
ນິວ​ເຄລຍ. ​ໃນ​ປີ 2006 ​ແລະ​ປີ 2009 ​ເກົາຫຼີ​ເໜືອ​ໄດ້​ທຳ​ການ​ທົດລອງ​ອາວຸດ​ນິວ​ເຄລຍ​ໃຕ້​
ດິນ ທີ່​ພຽງ​ຢາງ​ປະກາດ​ວ່າ ປະສົບ​ກັບ​ຄວາມ​ສຳ​ເລັດນັ້ນ.

ມີ​ການ​ຄາດ​ຄະ​ເນ​ກັນໃນ​ໝູ່​ພວກ​ນັກວິ​ເຄາະ​ວ່າ ພຽງ​ຢາງ​ອາດ​ຈະ​ທຳ​ການ​ທົດລອງ​ອາວຸດ
​ນິວ​ເຄລຍຄັງ​ທີ 3 ​ໃນ​ໄວໆ​ນີ້ບາງ​ທີ​ອາດ​ຈະ​ເປັນ​ອາວຸດ​ນິວ​ເຄລຍທີ່​ໃຊ້​ທາດ​ຢູ​ເຣນຽມ.

XS
SM
MD
LG