ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີໃຕ້ກັບຈີນ ຫາລືກ່ຽວກັບ ຂໍ້ສະເໜີໃໝ່ ຂອງເກົາຫຼີເໜືອ


ທູດພິເສດໃນດ້ານນິວເຄລຍຂອງເກົາຫຼີໃຕ້ທ່ານ Wi Sun-lac ເດີນທາງໄປຈີນ (25 ສິງຫາ 2011)
ທູດພິເສດໃນດ້ານນິວເຄລຍຂອງເກົາຫຼີໃຕ້ທ່ານ Wi Sun-lac ເດີນທາງໄປຈີນ (25 ສິງຫາ 2011)

ຫົວໜ້າເຈລະຈາດ້ານນິວເຄລຍຂອງເກົາຫຼີໃຕ້ ກຳລັງຢູ່ທີ່ນະຄອນຫຼວງປັກກິ່ງ ເພື່ອເຈລະຈາ
ກ່ຽວກັບ ຂໍ້ສະເໜີໃໝ່ຂອງເກົາຫຼີເໜືອ ທີ່ຈະຢຸດເຊົາໂຄງການສ້າງອາວຸດນິວເຄລຍ ແລະລູກ
ສອນໄຟຂອງຕົນ ຖ້າຫາກມີການໄຂການເຈລະຈາ 6 ຝ່າຍຄືນໃໝ່.

ສະຫະລັດໄດ້ສະແດງຄວາມຍິນດີໄປແລ້ວຕໍ່ການສະເໜີດັ່ງກ່າວຂອງເກົາຫຼີເໜືອ ແຕ່ກໍເວົ້າ ວ່າຍັງເປັນການບໍ່ພຽງພໍທີ່ຈະເປີດການເຈລະຈາຄືນໃໝ່.

ທູດພິເສດຂອງເກົາຫຼີໃຕ້ທ່ານ Win Sun-lac ກ່າວໃນເວລາເດີນທາງໄປຮອດກຸງປັກກິ່ງໃນ
ວັນພະຫັດມື້ນີ້ວ່າ ຂໍ້ສະເໜີຂອງເກົາຫຼີເໜືອແມ່ນນຶ່ງໃນບັນຫາທີ່ຈະຖືກຍົກຂຶ້ນມາສົນທະນາ
ຫາລືກັນກັບທູດພິເສດທາງດ້ານນິວເຄລຍຂອງຈີນທ່ານ Wu Dawei.

ສະຫະລັດແລະເກົາຫຼີໃຕ້ໄດ້ຢືນຢັດມາເປັນເວລາຫຼາຍເດືອນແລ້ວວ່າເກົາຫຼີເໜືອຕ້ອງໄດ້ປະ
ຕິບັດຕາມຄຳໝັ້ນສັນຍາທີ່ໄດ້ເຄີຍໃຫ້ໄວ້ໃນ​ເມື່ອ​ກ່ອນທີ່ວ່າຈະທັບມ້າງໂຄງການສ້າງອາວຸດ
ນິວເຄລຍຂອງຕົນນັ້ນ ກ່ອນທີ່ສະຫະລັດ ແລະເກົາຫຼີໃຕ້ ຈະຕົກລົງຮື້​ຟື້ນການເຈລະຈາ 6
ຝ່າຍທີ່ຈະສະເໜີໃຫ້ສິນນໍ້າໃຈທາງດ້ານເສດຖະກິດແລະດ້ານການທູດຕໍ່ພຽງຢາງ ​ເພື່ອ​ໃຫ້
ທັບມ້າງ​ໂຄງການ​ສ້າງອາວຸດນິວເຄລຍນັ້ນ.

ການສະເໜີເທື່ອລ່າສຸດຂອງເກົາຫຼີເໜືອ ໄດ້ມີການປະກາດໃນວັນພຸດວານນີ້ ຫຼັງຈາກການ
ພົບປະສຸດຍອດ ທີ່ທະເລສາບ Baikal ໃນຣັດເຊຍ ລະຫວ່າງປະທານາທິບໍດີຣັດເຊຍທ່ານ
Dmitry Medvedev ແລະທ່ານກິມ-ຈົງ-ອິລ ຜູ້ນຳຂອງເກົາຫຼີເໜືອ.

ໂຄສົກຍິງຄົນນຶ່ງຂອງຣັດເຊຍກ່າວວ່າ ທ່ານກິມຍັງໄດ້ທຳການສະເໜີອີກຄັ້ງນຶ່ງທີ່ຈະກັບຄືນ ເຂົ້າຮ່ວມການເຈລະຈາແບບບໍ່ມີເງື່ອນໄຂໃດໆທັງສິ້ນ.

XS
SM
MD
LG