ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

IAEA ຈະບໍ່ສົ່ງ ຄະນະກວດກາ ໄປຍັງເກົາຫຼີເໜືອ


ເກົາຫລີເໜືອຍັງສືບຕໍ່ພະຍາຍາມຈະຍິງຈະຫລວດໄລຍະໄກຂື້ນສູ່ວົງໂຄ ຈອນ
ເກົາຫລີເໜືອຍັງສືບຕໍ່ພະຍາຍາມຈະຍິງຈະຫລວດໄລຍະໄກຂື້ນສູ່ວົງໂຄ ຈອນ

ອົງການ​ພະລັງງານ​ປະລະມະ​ນູສາກົນ ຫລື IAEA ກ່າວ​ວ່າ ​ບັດ​ນີ້ເບິ່ງ​ຄື​ວ່າຕົນ​ຈະ​ບໍ່​ສົ່ງ
ຄະນະ​ຕົວ​ແທນ ​ໄປ​ຍັງ​ເກົາຫລີ​ເໜືອ ຫລັງ​ຈາກພຽງ​ຢາງ​ຖະ​ແຫຼງວ່າຕົນ​ບໍ່​ມີ​ຂໍ້​ຜູກ​ມັດ​ໃດໆ
ອີກ​ແລ້ວ​ພາຍ​ໃຕ້ຂໍ້​ຕົກລົງ​ກັບສະຫະລັດ​ທີ່​ຫ້າມບໍ່​ໃຫ້​ທົດລອງ​ລູກ​ສອນ​ໄຟ​ແລະ​ອຸບປະ
ກອນ​ນີວ​ເຄລຍນັ້ນ.

ນາງ Gill Tudor ​ໂຄສົກ​ຍິງ​ຂອງ​ອົງການ​ໄອ​ເອອີ​ເອ ​ໄດ້​ປ​ະກາດ​ເມື່ອ ຕອນບ່າຍ​ວັນ​ອັງ
ຄານ​ວານນີ້ ທີ່ເຮັດ​ໃຫ້ຄວາມ​ຫວັງ​ກ່ຽວ​ກັບ​ການ​ສົ່ງ​ຜູ້ ​ແທນ​ໄປ​ເກົາຫຼີ​ເໜືອ​ສິ້ນສຸດ​ລົງທີ່​
ບັນດາ​ເຈົ້າໜ້າ​ທີ່​ໄອ​ເອອີ​ເອໄດ້​ເລິ່ມ​ການ​ເຈລະຈາ​ຕໍ່​ຮອງ​ກັບ​ເກົາຫລີ​ເໜືອ ​ໃນ​ເດືອນ​ມີນາ
ຜ່ານ​ມາ.

ໃນ​ຕອນເຊົ້າ​ຂອງ​ມື້​ດຽວ​ກັນ​ນັ້ນ ພຽງ​ຢາງ​ກ່າວ​ວ່າຕົນໄດ້​ຍົກ​ເລີກຂໍ້​ຕົກລົງສອງຝ່າຍ ​ເພື່ອ​
ຍຸຕິ​ກິດຈະ​ກໍາ​ນີວ​ເຄລຍຕ່າງໆ​ຂອງ​ຕົນ​ລົງ ​ແລະ​ອະນຸຍາດ​ໃຫ້ຄະນະ​ກວດກາ​ຂອງ​ໄອ​ເອ
ອີ​ເອ​ເຂົ້າ​ໄປ​ຍັງ​ເກົາຫລີ​ເໜືອ​ຫລັງ​ຈາກ​ສະຫະ ລັດໄດ້ໂຈະ​ການ​ຊ່ວຍ​ເຫຼືອ​ດ້ານ​ອາຫານ ​ທີ່​
ຕ້ອງການ​ທີ່​ສຸດ​ນັ້ນ. ຝ່າຍ​ວໍ​ຊິງ ຕັນ​ກ່າວ​ວ່າ ​ເກົາຫລີ​ເໜືອ​ບໍ່​ໄດ້​ຮັກສາ​ຄຳ​ໝັ້ນສັນຍາ​ຂອງ
ຕົນ​ໄວ້​ ກ່ຽວ​ກັບ​ການ​ຕໍ່​ຮອງ​ ເວລາ​ຕົນ​ດໍ​າ​ເນີນ​ການ​ຍິງ​ລູກ​ສອນ​ໄພ​ຂີ​ປະ​ນາ​ວຸດ​ທີ່​ລົ້ມ
ແຫລວ​ ​ໃນ​ວັນ​ສຸກ​ສັບປະດາ​ແລ້ວ.

ກະຊວງ​ຕ່າງ​ປະ​ເທດ​ເກົາຫລີ​ເໜືອ ປະຕິ​ຍານ​ທີ່​ຈະ​ສືບ​ຕໍ່​ພະຍາຍາມ​ຍິງຈະຫລວດ​ໄລຍະ​ໄກ
ຂຶ້ນສູ່​ອະວະກາດ ​ເພື່ອສົ່ງ​ອັນ​ທີ່​ເກົາຫຼີ​ເໜືອ​ເອີ້ນວ່າ ດາວ​ທຽມ​ພະຍາກອນ​ອາກາດ​ຂຶ້ນສູ່
ວົງ​ໂຄຈອນນັ້ນ. ນອກ​ນີ້​ແລ້ວ ​ເກົາຫລີ​ເໜືອ​ຍັງ​ປະຕິຍານຊໍ້າ​ອີກ ​ທີ່​ຈະ​ທຳ​ການ​ຕອບ​ໂຕ້
ແບບ​ໃດ​ແບບ​ນຶ່ງ ຊຶ່ງ​ໃນ​ເວລາ​ນີ້ຂໍ້​ຕົກລົງ​ກັນ​ກັບ​ສະຫະລັດ​ນັ້ນ ​ແມ່ນ​ບໍ່ມີ​ຜົນ​ບັງຄັບ​ໃຊ້ອີກ​
ຕໍ່​ໄປ​ແລ້ວ.

ທ່ານ ມາກ ​ໂທນ​ເນີ ​ໂຄສົກ​ກະຊວງ​ຕ່າ​ງປະ​ເທດ​ສະຫະລັດກ່າວ​ເມື່ອ​ວັນ​ອັງຄານ​ວານ​ນີ້ວ່າ
ຖະ​ແຫລ​ງການ​ຂອງ​ພຽງ​ຢາງ​ນັ້ນ​ແມ່ນ​ບໍ່​ເປັນ​ທີ່​ປະຫຼາດ ​ໃຈ​ແຕ່​ຢ່າງ​ໃດ ອີງ​ຕາມ​ພຶດຕິການ
ຂອງ​ເກົາຫລີ​ເໜືອທີ່​ເຄີຍ​ເຮັດ​ຜ່ານ​ມາ​ບໍ່​ນານ​ນີ້ ​ຊຶ່ງ​ໂຄສົກ​ໂທນ​ເນີ​ກ່າວ​ອີກ​ວ່າ ທ່ານ​ບໍ່​ສາ
ມາດ​ຄາດ​ການ​ໄດ້​ວ່າ​ເກົາ ຫລີ​ເໜືອ ກໍາລັງ​ວາງ​ແນວທາງ​ປະຕິບັດ​ສໍາລັບ​ການ​ທົດ​ລອງ​ນີວ
ເຄລຍ​ໃນ​ອະນາຄົດ ດັ່ງ​ທີ່​ບາງ​ປະ​ເທດ​ເປັນ​ຫ່ວງ​ກັນນັ້ນຫຼືບໍ່.

XS
SM
MD
LG