ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເກົາຫຼີເໜືອ ພວມປໍ້າເຊື້ອໄຟ ໃສ່ຈະຫລວດ (ເບິ່ງວີດີໂອ)


ຖານຍິງຈະຫລວດເກົາຫຼີເໜືອ
ຖານຍິງຈະຫລວດເກົາຫຼີເໜືອ

ບັນດາ​ເຈົ້າໜ້າ​ທີ່ເກົາຫລີ​ເໜືອ​ກ່າວ​ເມື່ອ​ວັນ​ພຸ​ດມື້​ນີ້​ວ່າ ພວກ​ເຂົາ​ເ​ຈົ້າ​ໄດ້​ສີດ​ເຊື້ອໄຟ​ເຂົ້າ​ໃສ່
ຈະ​ຫລວດ ​ເພື່ອຈະ​ສົ່ງ​ດາວ​ທຽມຂຶ້ນສູ່​ອະວະກາດ ຊຶ່ງ​ເຮັດ​ໃຫ້ການ​ປະ​ເຊີນ​ໜ້າ ທີ່​ພວມ​
ເພີ່ມ​ທະວີ​ຂຶ້ນກັບ​ບັນດາ​ປະ​ເທດ​ເພື່ອນ​ບ້ານ​ໃນ​ຂົງ​ເຂດ​ແລະ​ກັບສະຫະລັດ​ນັ້ນ​ເຄັ່ງ​ຕຶງ​ຂຶ້ນ
ຕື່ມ.

ທ່ານ Paek Chang Ho ຫົວໜ້າ​ສູນ​ກາງ​ຄວບ​ຄຸມ​ການ​ຍິງ​ຈະ​ຫລວດ ຂອງ​ເກົາຫຼີ​ເໜືອ
ປະກາດ​ກ່ຽວ​ກັບການ​ປະຕິບັດ​ງານ​ດັ່ງກ່າວ​ຕໍ່​ກຸ່ມ​ນັກ​ຂ່າວ​ນາໆ​ຊາດ​ທີ່​ກໍາລັງ​ຢ້ຽມຢາມ​
ເກົາຫລີ​ເໜືອ ​ໂດຍ​ກ່າ​ວວ່າ ຂະນະ​ທີ່​ເວົ້າຢູ່​ນີ້ກໍາລັງ​ມີການບັນ​ຈຸ​ເຊື້ອ​ໄຟ​ເຂົ້າ​ໃສ່​ຈະ​ຫລວດ.
ບັນດາ​ນັກ​ຂ່າວທີ່​ຢ້ຽມຢາມ​ຖານ​ຍິງ​ຈະຫລວດ ເມື່ອ​ວັນ​ອາທິດ​ຜ່ານ​ມານັ້ນ ສາມາດ​ຊົມ​
ກິດຈະ​ກໍາ​ດັ່ງ ກ່າວ​ທາງ​ວີ​ດີໂອ ທີ່​ຖ່າຍ​ທອດ​ສົດ​ໄປ​ຍັງ​ສູນ​ຄວບ​ຄຸມ​ເມື່ອ​ວັນ​ພຸດ​ມື້​ນີ້.

ທ່ານ Paek ຍັງ​ໄດ້​ເວົ້າອີກ​ວ່າ ດາວ​ທຽມພະຍາກອນ​ອາກາດ​ແມ່ນ​ໄດ້​ຕິດ​ຕັ້ງ​ໃສ່​ຈະ​ຫລວດ​
ໄວ້​ແລ້ວ ​ແລະ​ຕຽມ​ທີ່ຈະ​ຍິງ​ຂຶ້ນສູ່​ວົງ​ໂຄຈອນ​ໃນເວລາ​ໃດ​ນຶ່ງ​ລະຫວ່າງ​ວັນ​ພະຫັດ ​ຫາວັນ​ຈັນ
ອາທິດ​ໜ້າ ​ແລ້ວ​ແຕ່​ສະພາບ​ດິນ​ຟ້າ​ອາ ກາດ. ຮູບວິ​ດີ​ໂອໄດ້​ສະ​ແດງໃຫ້​ເຫັນມີຜ້າຄຸມຫົວ
ຂອງ​ຈະ​ຫລວດ​ໄວ້ ຊຶ່ງ​ເຮັດ​ໃຫ້ການກ່າວ​ອ້າງຂອງ​ເກົາຫຼີ​ເໜືອ​ບໍ່​ສາມາດ​ຢືນຢັນ​ໄດ້.

ການ​ຍິງ​ທີ່​ກໍານົດ​ໄວ້​ດັ່ງກ່າວ​ນີ້ ​ແມ່ນ​ສ້າງ​ຄວາມ​ໂກດ​ແຄ້ນໃຫ້​ແກ່​ພວກປະ​ເທດ​ເພື່ອນ​ບ້ານ
ຂອງ​ເກົາຫລີ​ເໜືອ ຊຶ່ງເຫັນ​ການ​ປະຕິ​ບັດ​ການ​ດັ່ງກ່າວວ່າ ​ເປັນ​ແຜນການ​ເພື່ອ​ທົດ​ລອງ​ລູກ​
ສອນ​ໄຟຂີປະ​ນາ​ວຸດ​ທີ່​ຂັ້ນຕໍ່ໄປ​ສາມາດຕິດ ​ຕັ້ງ​ຫົວ​ລະ​ເບີດນີວ​ເຄລຍ​ໄດ້.

XS
SM
MD
LG