ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລະເມີດສິດທິມະນຸດ ໃນເກົາຫຼີເໜືອ


ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ
ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ

ຄະນະກຳມະການນຶ່ງຂອງກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດໄດ້ຮັບຜ່ານ
ມະຕິສະບັບນຶ່ງສະແດງຄວາມວິຕົກກັງວົນຢ່າງເຄັ່ງຂຶມກ່ຽວກັບເກົາຫຼີເໜືອ ໃນອັນທີ່ຄະນະ
ກຳມະການດັ່ງກ່າວເອີ້ນວ່າ ການລ່ວງລະເມີດສິດທິມະນຸດຢ່າງເປັນລະບົບ ແຜ່ກວ້າງແລະ
ຮ້າຍແຮງ ຢູ່ໃນປະເທດຄອມມູນິສເກົາຫລີເໜືອ.

ຄະນະກຳມະການທີ 3 ຂອງກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດຊຶ່ງເປັນຜູ້
ຮັບຜິດຊອບກ່ຽວກັບບັນຫາສິດທິມະນຸດນັ້ນ ໄດ້ລົງຄະແນນສຽງຢ່າງຖ້ວມລົ້ນໃນວັນພະຫັດ
ວານນີ້ ຮຽກຮ້ອງໃຫ້ເກົາຫຼີເໜືອຢຸດຕິໃນທັນທີການ ລ່ວງລະເມີດສິດທິມະນຸດຮວມທັງການ
ທໍລະມານ ການບັງຄັບໃຊ້ແຮງງານ ການມີຄ້າຍສັບພະທຸກ ແລະການປະຫານຊີວິດຕໍ່ໜ້າ
ປະຊາຊົນ.

ຮອງເອກອັກຄະລັດຖະທູດເກົາຫຼີເໜືອ ປະຈຳອົງການສະຫະປະຊາຊາດ ທ່ານ Pak Tok
Hun ເອີ້ນມະຕິດັ່ງກ່າວນີ້ວ່າ ເປັນເອກກະສານທີ່ບໍ່ຖືກຕ້ອງຕາມກົດໝາຍທີ່ໄດ້ລ່ວງລໍ້າອະ
ທິປະໄຕຂອງພຽງຢາງ.

ຂະນະດຽວກັນ ສະຫະລັດໄດ້ທຳການລົງໂທດຕື່ມອີກຕໍ່ 2 ບໍລິສັດຂອງເກົາຫຼີເໜືອ ໂດຍ
ກ່າວຫາບໍລິສັດທັງສອງວ່າຊ່ອຍເກົາຫຼີເໜືອໃນການຈັດການກ່ຽວກັບເງິນລາຍໄດ້ທີ່ບໍ່ໃສ
ສະອາດແລະການຄ້າເຖື່ອນ.

ກະຊວງການເງິນຂອງສະຫະລັດກ່າວວ່າ ທະນາຄານ Daesong ເກົາຫຼີແລະບໍລິສັດການ
ຄ້າ Daesong ເກົາຫຼີ ແມ່ນອົງປະກອບສຳຄັນໃນໂຄງການລັບທີ່ນຳເງິນສົດມາໃຫ້ພວກ
ຜູ້ນຳຂອງເກົາຫຼີເໜືອ.

ການລົງໂທດທີ່ວ່ານີ້ແມ່ນແນໃສ່ເພື່ອກົດດັນເກົາຫຼີເໜືອ ໃຫ້ຢຸດເຊົາໂຄງການສ້າງອາວຸດ
ນິວເຄລຍ.

XS
SM
MD
LG